ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ ລົງເຄື່ອນໄຫວ, ຕິດຕາມ, ກວດກາວຽກງານວິຊາສະເພາະຢູ່ເມືອງຊານໄຊ ແຂວງ ອັດຕະປື Post author:mem admin Post published:19/12/2023 Post category:ກົມທໍລະນີສາດ-ແຮ່ທາດ ວັນທີ 10 ທັນວາ 2023 ຜ່ານມານີ້, ທ່ານ ສຸຂັນສັກ ສີສຸກ ຫົວໜ້າກົມທໍລະນີສາດ ແລະ ແຮ່ ທາດ ພ້ອມດ້ວຍຄະນະວິຊາການຈາກຂັ້ນສູນກາງ ແລະ ທ້ອງຖິ່ນ (ພະແນກພະລັງງານ ແລະ ບໍ່ແຮ່ ແຂວງອັດຕະປື, ຫ້ອງການພະລັງງານ ແລະ ບໍ່ແຮ່ ເມືອງ ຊານໄຊ) ພ້ອມດ້ວຍວິຊາການຂອງບໍລິສັດ ເຄເອັນ ມິເນໂຣ ຈໍາກັດ ໄດ້ດໍາເນີນການກວດກາການປະຕິບັດວຽກງານພາກສະໜາມ ກ່ຽວກັບການຂໍເຊັນສັນຍາດັດແກ້ເພີ່ມເຕີມ ການສໍາຫຼວດແຮ່ທອງ ຢູ່ໃນເຂດສໍາປະທານສໍາຫຼວດແຮ່ຄໍາ ໃນເນື້ອທີ່ 181,12 ກິໂລຕາແມັດ (ລວມມີ 4 ເຂດ) ຢູ່ເຂດເມືອງ ຊານໄຊ, ເມືອງ ໄຊເສດຖາ ແລະ ເມືອງ ພູວົງ ແຂວງອັດຕະປື ຂອງບໍລິສັດ ເຄເອັນ ມິເນໂຣ ຈໍາກັດ. ຈຸດປະສົງການລົງຕິດຕາມ, ກວດກາ ບັນດາໂຄງການສໍາຫຼວດແຮ່ທາດຢູ່ເມືອງຊານໄຊ, ແຂວງອັດຕະປື ຄັ້ງນີ້, ກໍ່ເພື່ອຮັບປະກັນເຮັດໃຫ້ການຈັດຕັ້ງປະຕິບັດບັນດາໂຄງການດັ່ງກ່າວ ຖືກຕ້ອງ, ສອດຄ່ອງ ກັບນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດວາງອອກຢ່າງເຂັ້ມງວດ ໂດຍສະເພາະແມ່ນກວດກາທາງດ້ານເນື້ອທີ່, ປະລິມານການສະສົມຂອງແຮ່ທາດ, ຈຸດສະເໜີໃໝ່ ແລະ ບັນຫາອື່ນໆອີກ. ໃນໂອກາດລົງຕິດຕາມ, ກວດກາ ໂຄງການສໍາຫຼວດແຮ່ທອງ ຢູ່ໃນເຂດສໍາປະທານສໍາຫຼວດແຮ່ຄໍາ ໃນເນື້ອທີ່ 181,12 ກິໂລຕາແມັດ, ທ່ານ ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ ໄດ້ຊີ້ນໍາໃຫ້ຜູ້ລົງທຶນເອົາໃຈໃສ່ເຄື່ອນໄຫວຈັດຕັ້ງປະຕິບັດໂຄງການດ້ວຍຄວາມຮັບຜິດຊອບສູງ, ປະຕິບັດກົດໝາຍ ແລະ ລະບຽບການຂອງລັດວາງອອກຢ່າງເຂັ້ມງວດ, ປະສານສົມທົບ ແລະ ໃຫ້ຄວາມຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງຢ່າງກົມກ່ຽວເປັນຕົ້ນແມ່ນ ບັນດາບ້ານ, ເມືອງ ແລະ ແຂວງ ທີ່ໂຄງການຕັ້ງຢູ່ ທັງນີ້ ກໍ່ເພື່ອອຳນວຍຄວາມສະດວກໃຫ້ຜູ້ລົງທຶນໃນການດຳເນີນໂຄງການຂອງຕົນດ້ວຍຜົນສຳເລັດຢ່າງຈົບງາມ. ພາບ ແລະ ຂ່າວ: ວຽງສະຫວັນ ປຣະດິດແຫຼ່ງຂໍ້ມູນ: ກົມທໍລະນີສາດ ແລະ ແຮ່ທາດຮຽບຮຽງ: ຄຳແສງ ແກ້ວປະເສີດWebsite: www.mem.gov.laສາຍດ່ວນ: 1506 You Might Also Like ກອງປະຊຸມເຜີຍແຜ່ຂໍ້ຕົກລົງ ວ່າດ້ວຍການແບ່ງຂັ້ນຄຸ້ມຄອງວຽກງານທໍລະນີສາດ ແລະ ແຮ່ທາດ 07/02/2024 ກອງປະຊຸມເຜີຍແຜ່ຂໍ້ຕົກລົງ ວ່າດ້ວຍການແບ່ງຂັ້ນຄຸ້ມຄອງວຽກງານທໍລະນີສາດ ແລະ ແຮ່ທາດ 19/12/2023 ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ກົມທໍລະນີສາດ ແລະ ແຮ່ທາດ ເຊື່ອມຊຶມເອກະສານສຳຄັນຂອງພັກ, ຂອງຊາດ 04/07/2023