ກົມທໍລະນີສາດ ແລະ ແຮ່ທາດ ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ວິຊາການ ຫ້ອງການ ພບ ເມືອງ ແລະ ວິຊາການ ຂະແໜງທໍລະນີສາດ ແລະ ແຮ່ທາດ ຢູ່ 3 ແຂວງພາກກາງ

          ວັນທີ 09 ທັນວາ 2024 ກົມທໍລະນີສາດ ແລະ ແຮ່ທາດ ໄດ້ເປີດພິທີຈັດຝຶກອົບຮົມພາກທິດສະດີ ແລະ ລົງຝຶກອົບຮົມຢູ່ພາກສະໜາມຕົວຈິງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະຕ່າງໆ ຂອງກົມທໍລະນີສາດ ແລະ ແຮ່ທາດ ຢູ່ທີ່ໂຮງແຮມທະວີສຸກ ເມືອງວັງວຽງ ແຂວງວຽງຈັນ ໃຫ້ແກ່ພະນັກງານ-ວິຊາການ ຫ້ອງການ ພບ ເມືອງ ແລະ ພະນັກງານຂະແໜງທໍລະນີສາດ ແລະ ແຮ່ທາດ ພບ ນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ແຂວງໄຊສົມບູນ ໂດຍການເປັນປະທານຮ່ວມຂອງ ທ່ານ ສຸຂັນສັກ ສີສຸກ ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ສີໄຄ ວົງຈັນ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງວຽງຈັນ, ມີນັກສຳມະນາກອນຈາກຫ້ອງການ ພບ ເມືອງ ແລະ ນັກສຳມະນາກອນ ຈາກຂະແໜງທໍລະນີສາດ ແລະ ແຮ່ທາດ ພະແນກ ພບ ນະຄອນຫຼວງ, ແຂວງວຽງຈັນ ແລະ ແຂວງໄຊສົມບູນ ເຂົ້າຮ່ວມ.

          ຈຸດປະສົງ: ຂອງການການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວິຊາການ ໂດຍສະເພາະຂະແໜງທໍລະນີສາດ ແລະ ແຮ່ທາດ ຜູ້ທີ່ຍັງບໍ່ທັນມີຄວາມຊໍານານກ່ຽວກັບການຈັດຕັ້ງປະຕິບັດວຽກງານດ້ານເຕັກນິກວິທີການເກັບກຳຂໍ້ມູນພາກສະໜາມ; ເຕັກນິກວິທີການບັນທຶກຂໍ້ມູນ ທໍລະນີສາດພາກສະໜາມ; ຄຳແນະນຳຂຽນບົດລາຍງານເກັບກຳຂໍ້ມູນພາກສະໜາມ; ວິທີ ແລະ ຮູບແບບການເຜີຍແຜ່ສັນຍາ; ເຕັກນິກການປັກຫຼັກໝາຍເຂດສຳປະທານ; ເຕັກນິກການຊອກຄົ້ນ ແລະ ສຳຫຼວດແຮ່ທາດ; ເຕັກນິກການຕິດຕາມ, ຄຸ້ມຄອງ ແລະ ລາຍງານວຽກງານຊອກຄົ້ນ ແລະ ສຳຫຼວດແຮ່ທາດ ໃຫ້ມີຄວາມຊໍານານໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຕາມການແບ່ງຂັ້ນຄຸ້ມຄອງ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ເພື່ອນໍາໄປຈັດຕັ້ງປະຕິບັດວຽກງານທີ່ຕົນເອງຮັບຜິດຊອບ ໃຫ້ໄດ້ຮັບຜົນດີ.

ພາບ ແລະ ຂ່າວ: ກົມທໍລະນີສາດ ແລະ ແຮ່ທາດ
ຮຽບຮຽງ: ຄໍາແສງ ແກ້ວປະເສີດ
ສາຍດ່ວນ: 1506