
ວັນທີ 2 ກັນຍາ 2024 ຜ່ານມາ ທີ່ ສູນສຳຫຼວດທໍລະນີສາດ ເສີງຕູ ແຂວງ ເສສວນ ສປ ຈີນ, ໃຫ້ການຕ້ອນຮັບທ່ານ ສຸຂັນສັກ ສີສຸກ ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ, ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ຈາກ ສປປ ລາວ ໂດຍ ທ່ານ ດຣ ທ່ານ ດຣ ມ່າຢົງເຈິ້ງ ຮອງຫົວໜ້າພະແນກ ວິທະຍາສາດ ແລະ ເຕັກໂນໂລຊີຕ່າງປະເທດ, ກົມໃຫຍ່ສໍາຫຼວດທໍລະນີສາດ ສປ ຈີນ ພ້ອມດ້ວຍຄະນະ ແລະ ທ່ານ ດຣ ຫລີຈຸນ ອໍານວຍການ ສູນສໍາຫຼວດທໍລະນີສາດ ເສີງຕູ, ກົມໃຫຍ່ສໍາຫຼວດທໍລະນີສາດ ສປ ຈີນ, ທ່ານ ດຣ ມູ້ ຊວນຫຼົງ ຮອງອໍານວຍການ ສູນສໍາຫຼວດທໍລະນີສາດ ເສີງຕູ, ກົມໃຫຍ່ສໍາຫຼວດທໍລະນີສາດ ສປ ຈີນ ແລະ ມີບັນດາທ່ານ ຕາງໜ້າ ຈາກຝ່າຍ ສປ ຈີນ ເຂົ້າຮ່ວມ.

ໂອກາດດັ່ງກ່າວນີ້, ທ່ານ ດຣ ມ່າຢົງເຈິ້ງ ຮອງຫົວໜ້າພະແນກ ວິທະຍາສາດ ແລະ ເຕັກໂນໂລຊີຕ່າງປະເທດ, ກົມໃຫຍ່ສໍາຫຼວດທໍລະນີສາດ ສປ ຈີນ ກ່າວສະແດງຄວາມຕ້ອນຮັບ ທ່ານ ສຸຂັນສັກ ສີສຸກ ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ, ກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ພ້ອມດ້ວຍຄະນະ ທີ່ໄດ້ມາເຄື່ອນໄຫວຢ້ຽມຢາມ ສູນສໍາຫຼວດທໍລະນີສາດເສີງຕູ ກົມໃຫຍ່ສໍາຫຼວດທໍລະນີສາດ ສປ ຈີນ ພ້ອມທັງລາຍງານການຈັດຕັ້ງປະຕິບັດວຽກງານທີ່ຜ່ານມາ ແລະ ປືກສາຫາລືວຽກງານໃນຕໍ່ໜ້າ.

ທ່ານ ສຸຂັນສັກ ສີສຸກ ໄດ້ຕາງໜ້າຝ່າຍລາວກ່າວ ສະແດງ ຄວາມຂອບໃຈ ເປັນຢ່າງສູງຕໍ່ການຕ້ອນຮັບຢ່າງອົບອຸ່ນທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມ ກັບ ສູນສໍາຫຼວດທໍລະນີສາດເສີງຕູ ກົມໃຫຍ່ສໍາຫຼວດທໍລະນີສາດ ສປ ຈີນ ທີ່ໃຫ້ການຕ້ອນຮັບ ແລະ ລາຍງານບັນດາໜ້າວຽກທີ່ຕິດພັນດ້ານທໍລະນີສາດ.

ທ່ານ ກ່າວວ່າ: ສປປ ລາວ ແລະ ສປ ຈີນ ໄດ້ເລີ່ມສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 25 ເມສາ 1961, ຕະຫຼອດຫຼາຍປີທີ່ຜ່ານມາ ຈົນຮອດປະຈຸບັນ ການພົວພັນຂອງສອງຊາດ ລາວ-ຈີນ ໄດ້ຮັບການເສີມຂະຫຍາຍ ແລະ ຮັດແໜ້ນຢ່າງບໍ່ຢຸດຢັ້ງ ບົນພື້ນຖານການສືບທອດຈິດໃຈມິດຕະພາບ ທີ່ເປັນມູນເຊື້ອຂອງການນໍາແຕ່ລະລຸ້ນ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບລະຫວ່າງສອງຝ່າຍ ລາວ-ຈີນ ໃຫ້ກ້າວຂຶ້ນສູ່ລະດັບໃໝ່ຢ່າງຕໍ່ເນື່ອງ. ໃນປີ 2009 ສປປ ລາວ ແລະ ສປ ຈີນ ໄດ້ກາຍ ເປັນຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີ ຄື: ເພື່ອນບ້ານທີ່ດີ, ສະຫາຍທີ່ດີ, ເພື່ອນມິດທີ່ດີ ແລະ ຄູ່ຮ່ວມມືທີ່ດີ. ມາຮອດປີ 2019, ຜູ້ນໍາສູງສຸດຂອງສອງພັກ-ສອງລັດ ໄດ້ຮ່ວມກັນລົງນາມໃນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊະຕາກໍາລາວ-ຈີນ,ຈີນ-ລາວ. ຊຶ່ງໄດ້ຢັ້ງຢືນໃຫ້ເຫັນຢ່າງຈະແຈ້ງວ່າ: ການພົວພັນຂອງສອງປະເທດ ໄດ້ກ້າວເຂົ້າສູ່ຍຸກສະໄໝໃໝ່ທີ່ດີທີ່ສຸດ ໃນປະຫວັດສາດ ແຫ່ງການພົວພັນຂອງສອງຊາດລາວ-ຈີນ. ຊຶ່ງຂະບວນການດັ່ງກ່າວກໍ່ລ້ວນແລ້ວແມ່ນການຜັນຂະຫຍາຍແຜນພັດທະນາສ້າງສາພັດທະນາແຫ່ງຊາດ ຕິດພັນກັບ 2 ວາລະແຫ່ງຊາດ ໄດ້ເລີ່ມເປີດຂະບວນການຕັ້ງແຕ່ເດືອນ ມີນາ 2024 ເປັນຕົ້ນມາ ຊຶ່ງເປັນຂະບວນການສ້າງຄວາມເຂັ້ມແຂງ ແລະ ສົ່ງເສີມເສີມເສດຖະກິດແຫ່ງຊາດ ສປປ ລາວ.

ຈຸດປະສົງຂອງການເດີນທາງມາຄັ້ງນີ້ ແມ່ນ: ເພື່ອທົບທວນຄືນການຮ່ວມມື ສໍາຫຼວດສ້າງແຜນທີ່ທໍລະນີສາດ ແລະ ແຜນທີ່ທໍລະນີເຄມີ ຢູ່ ສປປ ລາວ ໃນໄລຍະຜ່ານ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດວຽກງານສໍາຫຼວດສ້າງແຜນທີ່ ທໍລະນີສາດ ແລະ ແຮ່ທາດ ມາດຕາສ່ວນ 1:200.000 ຢູ່ເຂດໃຕ້ ແຂວງໄຊຍະບູລີ-ເຂດທິດຕາເວັນຕົກ ແຂວງວຽງຈັນ ແລະ ວຽກງານສໍາຫຼວດທໍລະນີເຄມີ ມາດຕາສ່ວນ 1:50.000 ເຂດທີ່ມີທ່າແຮງແຮ່ທາດ ຢູ່ເຂດເມືອງແກນທ້າວ-ເມືອງບໍ່ແຕນ ແຂວງໄຊຍະບູລີ, ເຂດເມືອງອານຸວົງ-ເມືອງລ້ອງແຈ້ງ ແຂວງໄຊສົມບູນ; ທົບທວນຄືນຄວາມຄືບໜ້າໃນການຈັດຕັ້ງປະຕິບັດບົດບັນ ທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືທາງດ້ານທໍລະນີສາດ ລະຫວ່າງ ກົມທໍລະນີສາດ ແລະ ແຮ່ທາດ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກົມໃຫຍ່ສໍາຫຼວດທໍລະນີສາດ ກະຊວງຊັບພະຍາກອນທໍາມະຊາດ ສປຈີນ ສະບັບລົງວັນທີ 12 ສິງຫາ 2022; ທົບທວນຄວາມຄືບໜ້າໃນການຜັນຂະຫຍາຍວຽກງານຮ່ວມມື ແລະ ໃຫ້ການຊ່ວຍເຫຼືອ ໃນໂອກາດທີ່ທ່ານ Li Jinfa ຮອງລັດຖະມົນຕີ ກະຊວງຊັບພະຍາກອນ ທໍາມະຊາດ, ຫົວໜ້າກົມໃຫຍ່ສໍາຫຼວດທໍລະນີສາດ ສປ ຈີນ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ແລະ ໄດ້ຮ່ວມປະຊຸມພົບປະ ແລະ ແລກປ່ຽນ ກັບ ທ່ານ ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ຕາມບົດບັນທຶກ ສະບັບລົງວັນທີ 22 ພຶດສະພາ 2023. ສືບຕໍ່ປຶກສາຫາລືບາງວຽກງານ ທີ່ຈະຮ່ວມມືການໃນຕໍ່ໜ້າ.




