ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ ເຂົ້້າຮ່ວມກອງປະຊຸມໃຫ່ຍປະຈຳປີ ຄັ້ງທີ 60 ແລະ ກອງປະຊຸມ ຄະນະກຳມະການປະສານງານການສຳຫລວດທໍລະນີສາດພາກພື້ນອາຊີຕາເວັນອອກ ແລະ ອາຊີຕາເວັນອອກສ່ຽງໃຕ້ ຫຼື CCOP ຄັ້ງທີ 83

          ລະຫວ່າງວັນທີ 03-09 ພະຈິກ 2024 ຜ່ານມານີ້, ທ່ານ ສຸຂັນສັກ ສີສຸກ ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ, ກະຊວງພະລັງງານ ແລະ ບໍ່ແຮ່ ໃນນາມຫົວໜ້າຄະນະຜູ້ແທນຖາວອນປະຈໍາ CCOP ຂອງ ສປປລາວ ພ້ອມດວ້ຍຄະນະຜູ້ຮັບຜິດຊອບວຽກງານໂຄງການ CCOP ຈໍານວນ 4 ທ່ານ ໄດ້ເຂົ້້າຮ່ວມກອງປະຊຸມໃຫ່ຍສະຫຼຸບປະຈໍາປີ ຄັ້ງທີ 60 (The 60th CCOP Annual Session) ແລະ ກອງປະຊຸມຄະນະກໍາມະການຜູ້ບໍລິຫານໂຄງການ CCOP ຄັ້ງທີ 83 (the 83rd CCOP Steering Committee) ທີ່ໄດ້ເມືອງລັງກາວີ, ປະເທດມາເລເຊຍ ໂດຍການເປັນເຈົ້າພາບຈັດກອປະຊຸມຂອງກົມທໍລະນີວິທະຍາສາດ ແລະ ແຮ່ທາດ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ປະເທດມາເລເຊຍ.

          ໃນກອງປະຊຸມດັ່ງກ່າວ ທ່ານ ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ ສປປລາວ ໄດ້ຮັບກຽດຂື້ນລາຍງານສະພາບການເຄື່ອນໄຫວວຽກງານຂອງກົມທໍລະນີສາດ ແລະ ແຮ່ທາດ ສປປລາວ ຮ່ວມກັບໂຄງການ CCOP ແລະ ຮ່ວມກັບບັນດາປະເທດສະມາຊິກໂຄງການ CCOP ຈໍານວນ 15 ປະເທດ ແລະ 8 ອົງການຄູ່ຮ່ວມພັດທະນາ ໃນໄລຍະຜ່ານມາ ກໍ່ຄືໃນປີ 2024 ຊຶ່ງເປັນການປຶກສາຫາລື, ແລກປ່ຽນຂໍ້ມູນທາງດ້ານທໍລະນີວິທະຍາດສາດ ແລະ ແຮ່ທາດ ລະຫວ່າງຊາດທີ່ໄດ້ຮ່ວມມືກັນແລກປ່ຽນຄວາມຮູ້ທາງດ້ານວິທະຍາສາດ, ເຕັກນິກລະບົບຖານຈັດເກັບຂໍ້ມູນທີ່ທັນສະໄໜ, ເຕັກໂນໂລຊີຮັບໃຊ້ວຽກງານສໍາຫຼວດທີ່ທັນສະໄໝ ແລະ ສຶກສາສະພາບແວດລ້ອມຂອງຂະແໜງການທໍລະນີສາດ ແລະ ແຮ່ທາດ ເພື່ອການພັດທະນາຊັບພະຍາກອນແຮ່ທາດ ແບບຍືນຍົງ, ສຶກສາແຫຼ່ງທ່ອງທ່ຽວທາງດ້ານທໍລະນີສາດ, ສຶກສາພື້ນທີ່ຄວາມສ່ຽງເກີດໄພພິບັດທໍລະນີສາດ (ແຜ່ນດິນໄຫວ ແລະ ດິນຖະຫຼົ່ມ), ສຶກສາທ່າແຮງແຫຼ່ງນໍ້າມັນ ແລະ ອາຍແກ໊ດທໍາມະຊາດ.

          ພ້ອມກັນນີ້, ທ່ານ ສຸຂັນສັກ ສີສຸກ ຍັງໄດ້ລາຍງານໃຫ້ຄະນະຜູ້ແທນບັນດາປະເທດສະມາຊິກໂຄງການ CCOP ຮັບຊາບ ສປປ ລາວ ພ້ອມທີ່ຈະເປັນເຈົ້າພາບຈັດກອງປະຊຸມໃນຄັ້ງຕໍ່ໄປ. ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໄດ້ເຫັນດີເປັນເອກະພາບຮັບຮອງໃຫ້ ສປປ ລາວ ເວົ້າລວມ, ເວົ້າສະເພາະກໍ່ແມ່ນກະຊວງພະລັງງານ ແລະ ບໍ່ແຮ່ ເປັນເຈົ້າພາບຈັດກອງປະຊຸມໃຫ່ຍສະຫຼຸບປະຈໍາປີ ຄັ້ງທີ 61 (The 61th CCOP Annual Session) ແລະ ກອງປະຊຸມຄະນະກໍາມະການຜູ້ບໍລິຫານໂຄງການ CCOP ຄັ້ງທີ 85 (the 85th CCOP Steering Committee) ເຊິ່ງຈະໄດ້ຈັດຂື້ນໃນເດືອນພະຈິກ ປີ 2025 ທີ່ຈະມາເຖິງນີ້.

ພາບ ແລະ ຂ່າວ: ກົມທໍລະນີສາດ ແລະ ແຮ່ທາດ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506