
ເພື່ອເພີ້ມທະວີການຮ່ວມມືລະຫວ່າງສອງຝ່າຍ ໂດຍສະເພາະແມ່ນການຖອດຖອນບົດຮຽນ ການດຳເນີນ ແລະ ການຄຸ້ມຄອງການລົງທຶນດ້ານພະລັງງານ ແລະ ບໍ່ແຮ່, ຄະນະວິຊາການຂອງກະຊວງພະລັງງານ ແລະ ບໍ່ແຮ່ ສປປລາວ ນຳພາຄະນະໂດຍ ທ່ານ ສຸຂັນສັກ ສີສຸກ ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ ພ້ອມດ້ວຍຄະນະມາຈາກຫ້ອງການກະຊວງ, ກົມຈັດຕັ້ງ ແລະ ພະນັກງານ, ກົມທໍລະນີສາດ ແລະ ແຮ່ທາດ, ກົມຄຸ້ມຄອງບໍ່ແຮ່, ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່, ມະຫາວິທະຍາໄລແຫ່ງຊາດລາວ ແລະ ວິທະຍາໄລຊັບພະວິຊາ ໄດ້ມາຢ້ຽມຢາມ,ພົບປະ ແລະ ຖອດຖອນບົດຮຽນກັບ ສະມາຄົມວິສາຫະກິດຂອງສະຫະພັນນັກຮົມເກົ່າ ແຫ່ງຊາດ ສສ.ຫວຽດນາມ ໃນວັນທີ 7 ພຶດສະພາ 2024 ນີ້ທີ່ສຳນັກງານໃຫຍ່ສະຫະພັນນັກຮົມເກົ່າແຫ່ງຊາດ ຫວຽດນາມ ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ພັນເອກ ຫວຽນ ຊວນລ້ວນ ຫົວໜ້າຫ້ອງການສະມາຄົມວິສາຫະກິດຂອງສະຫະພັນນັກຮົມເກົ່າແຫ່ງ ສສ.ຫວຽດນາມ.

ທ່ານ ພັນເອກ ຫວຽນ ຊວນລ້ວນ ໄດ້ຖືໂອກາດທີ່ມີຄວາມໝາຍສຳຄັນນີ້ ລາຍງານຫຍໍ້ ກ່ຽວກັບຄວາມເປັນມາຂອງສະມາຄົມ ພ້ອມທັງຍົກໃຫ້ເຫັນເຖິງບົດບາດຄວາມສຳຄັນຂອງສະມາຄົມດັ່ງກ່າວ ຕໍ່ການພັດທະນາເສດຖະກິດຂອງປະເທດ. ສະມາຄົມທຸລະກິດຂອງສະຫະພັນນັກຮົມເກົ່າແຫ່ງຊາດຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2018 ໂດຍແມ່ນປະ ທ່ານ ເລຂາ ຟຽວ ອາດີດເລຂາທິການໃຫຍ່ພັກຄ້ອມມູນນິດຫວຽດນາມ, ອາດີດປະທານປະເທດ ແຫ່ງ ສສ.ຫວຽດນາມ ເປັນປະທານ. ໃນໄລຍະເວລາ 5 ປີທີ່ຜ່ານມາ ສະມາຄົມໄດ້ສ້າງລາຍຮັບທັງໝົດ 40ພັນຕື້ດົງ ຫຼືປະມາ 35ຕພັນຕື້ກີບ, ໄດ້ປະກອບສ່ວນເຂົ້າໃນການຊ່ວຍເຫລືອສັງຄົມ ໂດຍສະເພາະໃນໄລຍະພະຍາດໂຄວິດ19 ລະບາດ ສະມາຄົມໄດ້ຊ່ວຍເຫລືອອຸປະກອນການແພດ ແລະ ຢາປົ່ວພະຍາດຫລາຍກວ່າ 1.300 ກວ່າຕື້ດົງ ຫລື ປະມານ 1.200 ກວ່າຕື້ກີບ. ສະມາຄົມ ໄດ້ເຕົ້າໂຮມເອົາບັນດາພະນັກງານທີ່ກະສ່ຽນເຂົ້າຮັບອູດໜູດບຳນານ ເປັນສະມາຊິກ ໃນນີ້ໄດ້ຖືເອົາພະນັກງານຈາກນັກຮົບ (ກອງທັບ) ເປັນຫລັກ. ການດຳເນີນທຸລະກິດຂອງສະມາຄົມ ໄດ້ກວມເອົາໃນຂົງເຂດກະສິກຳ, ອຸດສາຫະກຳ, ການທ່ອງທ່ຽວ, ບໍ່ແຮ່, ພະລັງງານ ເຊິ່ງການລົງທຶນນອກຈາກຢູ່ພາຍໃນປະເທດແລ້ວ ຍັງໄດ້ຂະຫຍາຍໄປຢູ່ ສປປລາວ ແລະ ກຳປູເຈຍຕື່ມອີກ.


