ກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ພົບປະຢ້ຽມຢາມ ກົມທໍລະນີສາດອຸດສະຫະກຳນິວເຄຼຍ ແຂວງ ຊິງໄຫ ສປ ຈີນ

          ວັນທີ 26 ສິງຫາ 2024 ນີ້ ທີ່ນະຄອນ ຊີໜິງ ແຂວງ ຊິງໄຫ ສປ ຈີນ ທ່ານ ສຸຂັນສັກ ສີສຸກ ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ, ກະຊວງ ພະລັງງານ ແລະ ບໍ່ແຮ່ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກ ແລະ ພົບປະຢ້ຽມຢາມ, ທັດສະນະສືກສາ, ການແລກປ່ຽນວຽກບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງກົມທໍລະນີສາດອຸດສາຫະກຳນິວເຄຼຍ ແຂວງ ຊິງໄຫ ສປ ຈີນ ແລະ ກົມທໍລະນີສາດ ແລະ ແຮ່ທາດ, ກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ໂດຍໃຫ້ການຕ້ອນຮັບຂອງ ທ່ານ ຫຼີ ເຫວີຍໝີນ ຫົວໜ້າກົມທໍລະນີສາດອຸດສາຫະກຳນິວເຄຼຍ ແຂວງ ຊິງໄຫ ພ້ອມດ້ວຍຄະນະ.

          ໃນໂອກາດນີ້, ທ່ານ ຫຼີ ເຫວີຍໝີນ ຫົວໜ້າກົມທໍລະນີສາດອຸດສາຫະກຳນິວເຄຼຍ ແຂວງ ຊິງໄຫ ສປ ຈີນ ກໍ່ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຄອບອົກຄອບໃຈມາຍັງບັນດາແຂກທີ່ມາຢ້ຽມຢາມ ແລະ ພ້ອມທັງລາຍງານຄວາມຄືບໜ້າຂອງສະພາບການຈັດຕັ້ງປະຕິບັດວຽກງານຂອງ MOU ວ່າ ໃນໄລຍະຜ່ານມາ, ການສະໜັບສະໜູນ ແລະ ການຊ່ວຍເຫຼືອທີ່ໄດ້ຮັບໃນວຽກງານຂອງພວກເຮົາ ຈາກລັດຖະບານຂອງ ສປປ ລາວ ຕາງໜ້າໂດຍກົມທໍລະນີສາດ ແລະ ແຮ່ທາດ ແລະ ກົມທີ່ກ່ຽວຂ້ອງ ແມ່ນຍັງສືບຕໍ່ພັດທະນາການຈັດຕັ້ງປະຕິບັດໄປພ້ອມໆກັນ, ຍິ່ງກວ່ານັ້ນ ກໍ່ແມ່ນ ໂຊກດີທີ່ໄດ້ມີການປະກອບສ່ວນເຂົ້າໃນການກໍ່ສ້າງຄູ່ຮ່ວມຊະຕາກຳລາວ-ຈີນ.

          ທ່ານ ສຸຂັນສັກ ສີສຸກ ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ, ກະຊວງ ພະລັງງານ ແລະ ບໍ່ແຮ່ ສປປ ລາວ ກໍ່ໄດ້ສະແດງຄວາມຂອບໃຈທີ່ທາງຝ່າຍຈີນໃຫ້ການເຊື້ອເຊີນມາຢ້ຽມຢາມໃນຄັ້ງນີ້ ຫຼັງຈາກທີ່ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໃນເດືອນ ກຸມພາ 2024 ທີ່ ສປປ ລາວ, ກໍ່ໄດ້ຮັບການເອົາໃຈໃສ່ເບິ່ງແຍງ ແລະ ສະໜັບສະໜູນ ການຮ່ວມມືດັ່ງກ່າວ ແລະ ການຮ່ວມມືລະຫວ່າງ ກົມທໍລະນີສາດອຸດສາຫະກຳນິວເຄຼຍ ແລະ ກົມທໍລະນີສາດ ແລະ ແຮ່ທາດ ກໍ່ໄດ້ກ້າວເຂົ້າສູ່ເວທີ ທີ່ກວ້າງຂວາງຍິ່ງຂື້ນ ໂດຍຖືເອົາຈຸດດັ່ງກ່າວເປັນຈຸດເລີ່ມຕົ້ນ. ການຈັດຕັ້ງປະຕິບັດວຽກງານ MOU ໃນໄລຍະຕໍ່ໄປພວກເຮົາຈະບຸກບືນດ້ວຍຈິດໃຈເດັດດ່ຽວຫ້າວຫັນ ຕະຫຼອດເວລາທີ່ປະຕິບັດວຽກຮ່ວມມືທີ່ໄດ້ລະບຸໄວ້ໃນ MOU, ຈະຈັດຕັ້ງປະຕິບັດສ້າງຜົນງານເພື່ອພາລະກິດ ແລະ ມິດຕະພາບຄວາມຮັກແພງລະຫວ່າງພວກເຮົາທັງສອງຝ່າຍ.

ວັນທີ 27 ສິງຫາ 2024 ທີ່ພະແນກຊັບພະຍາກອນທໍາມະຊາດ ແຂວງ ຊິງໄຫ ສປ ຈີນ ກອງປະຊຸມພົບປະການສົ່ງເສີມການຮ່ວມມືດ້ານມາດຕະຖານກ່ຽວກັບການສຳຫຼວດແຮ່ທາດ ແລະ ການພັດທະນາບໍ່ແຮ່ ຢູ່ ສປປ ລາວ ໂດຍການຕ້ອນຮັບຂອງທ່ານ ຈາງ ຊີຢວນ ຮອງເລຂາພັກ, ຫົວໜ້າກົມສຳຫຼວດ ແລະ ພັດທະນາທໍລະນີສາດ ແລະ ແຮ່ທາດ.
ໂອກາດດັ່ງກ່າວນີ້, ທ່ານ ຫຼິວ ເຫວີຍເຜີງ ຮອງຫົວໜ້າກົມທໍລະນີສາດອຸດສາຫະກໍາພະລັງງານນິວເຄຼຍ ແຂວງ ຊິງໄຫ ກໍ່ໄດ້ລາຍງານສະພາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານໂຄງການ MOU, ສະພາບການ ເຕັກນິກໃຫ້ບໍລິການດ້ານເຕັກນິກ ການສໍາຫຼວດແຮ່ເກືອໂປຣຕາສ ຢູ່ ສປປ ລາວ.
ພາຍຫຼັງສຳເລັດກອງປະຊຸມແລ້ວ ຄະນະກໍ່ໄດ້ເຂົ້າຢ້ຽມຊົມທັດສະນະສືກສາທີ່ ຫໍພິພິທະພັນ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຊິງໄຫ ສປ ຈີນ ແລະ ຢ້ຽມຊົມຫ້ອງປຸງແຕ່ງ ແລະ ວິໃຈແຮ່ທາດ ຂອງກົມທໍລະນີສາດອຸດສາຫະກຳນິວເຄຼຍແຂວງ ຊິງໄຫ ສປ ຈີນ.
ພາບ ແລະ ຂ່າວ: ວຽງສະຫວັນ ປຣະດິດ
ຂໍ້ມູນ: ກົມທໍລະນີສາດ ແລະ ແຮ່ທາດ
ສາຍດ່ວນ: 1506