ກອງປະຊຸມເຜີຍແຜ່ສັນຍາໂຄງການບໍ່ແຮ່ ຢູ່ເມືອງເຟືອງ, ແຂວງວຽງຈັນ

          ຕອນເຊົ້າຂອງວັນທີ 15​ ​ມັງກອນ​ 2024​ ທີ່ສະໂມສອນຂອງຫ້ອງວ່າການເມືອງເຟືອງ,​ ແຂວງວຽງຈັນ​ ໄດ້ມີກອງປະຊຸມເຜີຍແຜ່ເນື້ອໃນສັນຍາສຳປະທານ ໂຄງການຂຸດຄົ້ນ​ ແລະ​ ປຸງແຕ່ງ​ຖ່ານຫີນ​ ຢູ່​ເຂດບ້ານນາແຂງ ແລະ​ ບ້ານນາມົນ,​ ເມືອງ​ເຟືອງ,​ ແຂວງວຽງຈັນ​ ໃນເນື້ອທີ່​ 100​ ເຮັກຕາ​ ຂອງບໍລິສັດ​ ສົມວິຈິດ​ ມຸກດາ 01​ ຈຳກັດຜູ້ດຽວ,​ ພາຍໃຕ້ການເປັນປະທານຂອງທ່ານ ອາດ​ ວິໄລພົນ,​ ຫົວໜ້າ​ຫ້ອງ​ວ່າການເມືອງເຟືອງ​ແລະ​ ປະທານ​ຮ່ວມ​ ທ່ານ​ ປອ​ ວົງຄຳ​ ຈະເລີນສຸກ,​ ຮອງຫົວຫນ້າ​ກົມຄຸ້ມຄອງບໍ່ແຮ່​ ແລະ​ ທ່ານ​ ສີໄຄ​ ວ​ົ​ງຈັນ,​ ຮອງຫົວຫນ້າ​ພະແນກ​ພະລັງງານ​ ແລະ​ ບໍ່​ແຮ່​ ແຂວງວຽງຈັນ,​ ໂດຍ​ມີທ່ານຜູ້ຕາງຫນ້າຈາກ ກົມສົ່ງເສີມການລົງທືນ​ (ກຜທ),​ ຫ້ອງການ​ ກະຊວງພະລັງງານ​ແລະ​ບໍ່​ແຮ່,​ ກົມ​ຄຸ້ມຄອງ​ບໍ່​ແຮ່, ພະແນກ​ພະລັງງານ​ແລະ​ບໍ່​ແຮ່​ແຂວງວຽງຈັນ​ພ້ອມດ້ວຍ​ອົງການ​ປົກຄອງ​ທ້ອງຖິ່ນ​ທີ່ກ່ຽວຂ້ອງຂອງເມືອງ,​ ບ້ານທີ່ໂຄງການຕັ້ງຢູ່ ແລະ​ ບ້ານ ທີ່ຢູ່​ໃກ້ຄຽງ​ແລະ​ບໍລິສັດ​ ເຂົ້າ​ຮ່ວມ,​ ຊຶ່ງມີຜູ້ເຂົ້າຮ່ວມກອງປະຊຸມທັງຫມົດ 50​ ທ່ານ.​
ພາບ ແລະ ຂ່າວ: ກົມຄຸ້ມຄອງບໍ່ແຮ່