
ໃນຕອນເຊົ້າຂອງວັນທີ 17 ທັນວາ 2024 ກົມທໍລະນີສາດ ແລະ ແຮ່ທາດ ໄດ້ເປີດພິທີຈັດຝຶກອົບຮົມພາກທິດສະດີ ແລະ ລົງຝຶກອົບຮົມຢູ່ພາກສະໜາມຕົວຈິງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະຕ່າງໆ ຂອງກົມທໍລະນີສາດ ແລະ ແຮ່ທາດ ຢູ່ທີ່ຫ້ອງປະຊຸມ ຂອງຫ້ອງການຄຸ້ມຄອງສາຍສົ່ງ ແລະ ສະຖານີ ຂອງແຂວງອຸດົມໄຊ ໃຫ້ແກ່ພະນັກງານ-ວິຊາການ ຫ້ອງການ ພບ ເມືອງ ແລະ ພະນັກງານຂະແໜງທໍລະນີສາດ ແລະ ແຮ່ທາດ ພະແນກ ພບ ແຂວງຜົ້ງສາລີ, ບໍ່ແກ້ວ, ຫຼວງນໍ້າທາ ແລະ ອຸດົມໄຊ.

ເປັນກຽດເຂົ້າຮ່ວມເປີດກອງປະຊຸມຝຶກອົບຮົມ ໂດຍ ທ່ານ ສຸຂັນສັກ ສີສຸກ ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ຊາຍແສງ ຈິດດາວົງ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງອຸດົມໄຊ, ເປັນປະທານຮ່ວມ ໂດຍມີນັກສຳມະນາກອນຈາກຫ້ອງການ ພບ ເມືອງ ແລະ ນັກສຳມະນາກອນ ຈາກຂະແໜງທໍລະນີສາດ ແລະ ແຮ່ທາດ ພະແນກ ພບ ແຂວງຜົ້ງສາລີ, ບໍ່ແກ້ວ, ຫຼວງນໍ້າທາ ແລະ ອຸດົມໄຊ ເຂົ້າຮ່ວມ.
