
ໃນຄັ້ງວັນທີ 30 ເມສາ 2025 ທີ່ຫ້ອງວ່າການປົກຄອງ ເມືອງ ຫີນບູນ, ແຂວງ ຄໍາມ່ວນ. ກົມທໍລະນີສາດ ແລະ ແຮ່ທາດ, ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບ ຂະແໜງການທີ່ກ່ຽວຂ້ອງ ຂອງແຂວງ ຄໍາມ່ວນ ໄດ້ຈັດກອງປະຊຸມ ເຜີຍແຜ່ເນື້ອໃນສັນຍາ ແລະ ນິຕິກໍາຕ່າງໆ ຂອງໂຄງການສໍາຫຼວດຫີນມາໂບ້ ໃນເນື້ອທີ່ 45,56 ກມ2 ຢູ່ເຂດບ້ານ ວັງຫົວປາ, ບ້ານ ໃໝ່ນໍ້າປະກັນ, ບ້ານ ໜອງຫອຍ, ບ້ານ ໜອງບົວນ້ອຍ ແລະ ບ້ານ ປາກປະກັນ ເມືອງຫີນບູນ ແຂວງຄໍາມ່ວນ ຂອງບໍລິສັດ ຫີນບູນ ຂຸດຄົ້ນຫີນມາໂບ້ ຈໍາກັດຜູ້ດຽວ ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ຂາວພອນ ສຸກລາພັນ ຮອງຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ, ທ່ານ ນິກອນ ຄຸດມະນີ ຮອງເຈົ້າເມືອງຫີນບູນ ນອກຈາກນີ້ ຍັງມີຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກ ຈາກຂະແໜງການທີ່ກ່ຽວຂ້ອງ ຂອງແຂວງ, ເມືອງ ແລະ ບ້ານ ທີ່ໂຄງການຕັ້ງຢູ່ ເຂົ້າຮ່ວມຢ່າງພ້ອມພຽງ. ໂດຍຈຸດປະສົງຂອງກອງປະຊຸມເຜີຍແຜ່ເນື້ອໃນສັນຍາ ແລະ ນິຕິກໍາຕ່າງໆ ໃນຄັ້ງນີ້ ເພື່ອໃຫ້ພາກສວ່ນທີ່ກ່ຽວຂ້ອງຂອງແຂວງ, ເມືອງ, ບ້ານ ຮັບຮູ້ ແລະ ເຂົ້າໃຈການຕົກລົງຂອງລັດຖະບານທີ່ອະນຸຍາດໃຫ້ບັນດາບໍລິສັດ ດັ່ງກ່າວໄດ້ສໍາປະທານເນື້ອທີ່, ເຂົ້າໃຈເນື້ອໃນສັນຍາ ແລະ ນິຕິກໍາທີ່ກ່ຽວຂອ້ງ ເພື່ອເປັນເອກະພາບໃນການຈັດຕັ້ງປະຕິບັດ ພ້ອມທັງສະເໜີໃຫ້ພາກສວ່ນທີ່ກ່ຽວຂ້ອງ ຂອງແຂວງ, ເມືອງ, ບ້ານ ເປັນເຈົ້າການ ໃນການຕິດຕາມ ການຈັດຕັ້ງປະຕິບັດວຽກງານພາກສະໜາມຂອງບໍລິສັດ ຕາມສິດ, ໜ້າທີ່ ແລະ ພາລະບົດບາດ ຂອງຕົນ. ບັນຫາຜົ້ນເດັ່ນທີ່ກອງປະຊຸມໄດ້ຍົກຂຶ້ນຄື ຕ້ອງເອົາໃຈໃສ່ຂອດປະສານງານ ຖ້າການດໍາເນີນວຽກງານສໍາຫຼວດ ຫາກແຕະຕ້ອງເຖິງຕອນດິນ ເຂດທໍາການຜະລິດຂອງປະຊາຊົນ ຕ້ອງໄດ້ແຈ້ງເຈົ້າຂອງດິນຮັບຊາບ ແລະ ອະນຸຍາດກ່ອນ ໂດຍມອບໃຫ້ຂະແໜງ ພບ ຮ່ວມກັບ ອໍານາດການປົກຄອງບ້ານ ເປັນເຈົ້າການໃນການແກ້ໄຂ, ໄກ່ເກຍ ແລະ ຊົດເຊີຍຕາມຄວາມເໝາະສົມ ຜົນກອງປະຊຸມ ເປັນເອກະພາບ ມອບໃຫ້ການນໍາເມືອງ ແລະ ອໍານາດການປົກຄອງບ້ານ ສືບຕໍ່ນໍາເອົາ ເນື້ອໃນສັນຍາ, ນິຕິກໍາຕ່າງໆ ໄປສືບຕໍ່ເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານຂອງຕົນໄດ້ເຂົ້າໃຈ ພ້ອມທັງໃຫ້ຄວາມຮ່ວມມື ແລະ ອໍານວຍຄວາມສະດວກແກ່ບໍລິສັດໃຫ້ໄດ້ຈັດຕັ້ງປະຕິບັດວຽກງານສໍາເລັດຕາມ ແຜນການ ແລະ ເວລາໃນສັນຍາທີ່ກໍານົດໄວ້. ສວ່ນບໍລິສັດກໍຕ້ອງເອົາໃຈໃສ່ ປະສານງານກັບຂະແໜງການທີ່ກ່ຽວຂ້ອງຂອງທ້ອງຖິ່ນໃຫ້ຄວາມຮ່ວມມື ແລະ ນັບຖືຮີດຄອງປະເພນີ ຂອງທ້ອງຖິ່ນ ຈັດຕັ້ງປະຕິບັດວຽກງານໄປຕາມແຜນການສໍາຫຼວດ ທີ່ກົມທໍລະນີສາດ ແລະ ແຮ່ທາດ ເຊັນຮັບຮອງ ໃຫ້ສໍາເລັດຕາມກໍານົດ ແລະ ເວລາໃນສັນຍາທີ່ລະບຸໄວ້.


