
ໃນວັນທີ 14 ມັງກອນ 2025 ຄະນະທິມງານຈາກກະຊວງພະລັງງານ ແລະ ບໍ່ແຮ່ (ກົມຄຸ້ມຄອງບໍ່ແຮ່, ກົມທໍລະນີສາດ ແລະ ແຮ່ທາດ), ມະຫາວິທະຍາໄລແຫ່ງຊາດ (ຄະນະວິສະວະກໍາສາດ) ໄດ້ສົມທົບ ພະແນກພະລັງານ ແລະ ບໍ່ແຮ່ແຂວງຄຳມ່ວນ, ຫ້ອງການພະລັງງານ ແລະ ບໍ່ແຮ່ເມືອງທ່າແຂກ, ຄະນະວິຊາການຕິດຕາມການຊີເຈາະສຳຫຼວດພາກສະໜາມ (ເຂດດິນຍຸບຕົວ) ແລະ ຄະນະວິຊາການຂອງບໍລິສັດ ຊີໂນອາກກຣີໂປຕາສ ຈໍາກັດ ໂດຍການນຳພາຂອງ ທ່ານ ນາງ ອຳວຽງ ເພົ້າວົງໄຊ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່ ລົງຕິດຕາມກວດກາຄວາມຄືບໜ້າຂອງການຊີເຈາະເພື່ອສຶກສາໂຄງສ້າງທາງດ້ານທໍລະນີສາດບໍລິເວນເຂດທີ່ມີສະພາບດິນຍຸບ ຢູ່ເຂດບ້ານປາກເປັ່ງ, ເມືອງທ່າແຂກ, ແຂວງຄໍາມ່ວນ; ໃນການເຈາະສໍາຫຼວດຄັ້ງນີ້ ໄດ້ຄັດເລືອກເອົາ 3 ຈຸດ (ເປັນຮູບສາມແຈ) ເພື່ອດໍາເນີນການຊີເຈາະ ທັງນີ້ກໍເພື່ອໃຫ້ຄວບຄຸມເອົາບໍລິເວນຈຸດທີ່ມີສະພາບດິນຍຸບ, ຊຶ່ງເຄື່ອງຈັກຊີເຈາະດັ່ງກ່າວມີຄວາມສາມາດໃນການເຈາະເລິກສຸດປະມານ 500 ແມັດຈາກໜ້າດິນ.

ຈາກຜົນຂອງການຊີເຈາະໃນເບື້ອງຕົ້ນ ເຫັນໄດ້ວ່າ: ຮູເຈາະທີ 1 ມີຄວາມເລີກ 300 ແມັດ ໃນນັ້ນລະດັບຄວາມເລິກ 78.8 ແມັດ ເຖິງ 80.9 ແມັດ ແລະ ຄວາມເລິກລະດັບ 104.30 ແມັດ ເຖິງ 108.30 ແມັດ ພົບເຫັນຊ່ອງຫວ່າງ (ຜົ້ງ), ຮູເຈາະທີ 2 ມີຄວາມເລິກ 350 ແມັດ ໃນນັ້ນ ລະດັບຄວາມເລິກ 61.1 ແມັດ ເຖິງ 64.3 ແມັດ ແລະ ຄວາມເລິກລະດັບ 80.9 ແມັດ ເຖິງ 83.4 ແມັດ ພົບເຫັນຊ່ອງຫວ່າງ (ຜົ້ງ) ແລະ ຮູເຈາະທີ 3 ມີຄວາມເລິກ 104.45 ແມັດ ສ່ວນໃຫຍ່ເປັນຊັ້ນດິນ ໜຽວ ແລະ ຫີນຕົມ; ພ້ອມນັ້ນ, ກໍໄດ້ຄັດເລືອກເອົາຕົວຈາກແທ່ງເຈາະ (ທີ່ໄດ້ຈາກກການເຈາະ) ໄປວິເຄາະວິໄຈ ຊອກຫາຄຸນລັກສະນະທາງດ້ານເຄມີ ແລະ ຟີຊິກ. ສໍາລັບຮູເຈາະທີ 3 ນີ້ ຈະສືບຕໍ່ດໍາເນີນການເຈາະໃຫ້ທະລຸຊັ້ນເກືອ, ຊຶ່ງຄາດວ່າຈະສໍາເລັດໃນວັນທີ 21 ມັງກອນ 2025 ນີ້.

ຈາກຜົນຂອງການຊີເຈາະມາຮອດປະຈຸບັນ ໃນລະດັບຄວາມເລີກ 300 ເຖິງ 350 ແມັດຈາກໜ້າດິນ ເລິກກ່ອນລະດັບອຸມົງໃຕ້ດິນທີ່ບໍລິສັດກໍາລັງດໍາເນີນການຂຸດຄົ້ນຢູ່ໃນປະຈຸບັນນັ້ນ ເຫັນວ່າ ບໍ່ພົບກິດຈະກໍາຂອງການຂຸດຄົ້ນເກືອໂປຕາສຢູ່ໃຕ້ດິນໃນບໍລິເວນດັ່ງກ່າວ ຊຶ່ງສອດຄ່ອງກັບຜົນການກວດກາວັດແທກຂອບເຂດການຂຸດຄົ້ນໃຕ້ດິນຂອງກົມແຜນທີ່ແຫ່ງຊາດໃນເດືອນທັນວາ 2024 ທີ່ຜ່ານມາ ໂດຍມີແລວເສັ້ນການວັດແທກເກາະກ່າຍຕາມແລວອຸມົງຄວາມຍາວປະມານ 14 ກິໂລແມັດ, ຂອບເຂດການຂຸດຄົ້ນໃຕ້ດິນຂອງບໍລິສັດ (ຈຸດທີ່ໃກ້ສຸດ) ມີໄລຍະຫ່າງຈາກຈຸດທີ່ມີສະພາບດິນຍຸບ ປະມານ 176 ແມັດ, ຫ່າງຈາກອຸມົງລົມ 422 ແມັດ ແລະ ການຂຸດຄົ້ນຂອງບໍລິສັດຢູ່ໃນລະດັບຄວາມເລິກ ຈາກໜ້າດິນປະມານ 171 – 194 ແມັດ.

ໃນບາດກ້າວຕໍ່ໄປ ເພື່ອເປັນຂໍ້ມູນສົມທົບໃຫ້ການສຶກສາສະພາບດິນຍຸບດັ່ງກ່າວມີຄວາມຊັດເຈນ ແລະ ໃກ້ຄຽງສະພາບຄວາມເປັນຈິງຍິ່ງຂຶ້ນ; ຂະແໜງການທີ່ກ່ຽວຂ້ອງຂອງລັດ ຈະຮ່ວມກັບບໍລິສັດ ດໍາເນີນການສືບຕໍ່ສຶກສາສໍາຫຼວດດ້ວຍວິທີສໍາຫຼວດທາງທໍລະນີຟີຊິກ (Seismic Reflection Survey) ແລະ ສ້າງແບບຈໍາລອງໂຄງສ້າງທາງດ້ານທໍລະນີສາດບໍລິເວນດັ່ງກ່າວ ໂດຍຈະໃຫ້ສໍາເລັດ ແລະ ລາຍງານຕໍ່ລັດຖະບານ ໃນໄວໆນີ້.
