
ໃນລະຫວ່າງວັນທີ 25-26 ກົມຄຸ້ມຄອງບໍ່ແຮ່ພ້ອມດ້ວຍຜູ້ຕາງໜ້າ ຈາກ ຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່, ກົມກວດກາ, ກົມທຸລະກິດພະລັງງານ, ກົມສົ່ງເສີມການລົງທຶນ, ກົມຂົວທາງ, ກົມສິ່ງແວດລ້ອມ, ບໍລິສັດ ໄຟຟ້ານ້ຳງື່ມ 2 ຈຳກັດ ໂດຍສົມທົບກັບຂະແໜງການທີ່ກ່ຽວຂ້ອງຂອງອົງການປົກຄອງທ້ອງຖິ່ນ ໂດຍທ່ານ ສະຖາພອນ ດວງຕາວັນ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່ ເປັນຫົວໜ້າຄະນະນຳພາຕິດຕາມການກໍ່ສ້າງຂົວຂ້າມອ່າງນ້ຳງື່ມ ລະຫວ່າງເຂດຂຸດຄົ້ນເດີມ ຫາ ເຂດຂະຫຍາຍພື້ນທີ່ການຂຸດຄົ້ນ ຂອງໂຮງງານຂຸດຄົ້ນ-ປຸງແຕ່ງ ຄຳ-ເງິນ ບ້ານຫ້ວຍຊາຍ ຂອງບໍລິສັດ ພູເບ້ຍມາຍນິງ, ເມືອງລອງແຈ້ງ, ແຂວງ ໄຊສົມບູນ
– ຂົວດັ່ງກ່າວແມ່ນໄດ້ຮັບການອອກແບບໂດຍ ບໍລິສັດ ພາວເວີ້ຊາຍນ້າ ແລະ ຈະຖືກກໍ່ສ້າງໂດຍ ບໍລິສັດ ຊີໂດໄຮໂດ ເຊິ່ງການອອກແບບແມ່ນຂົວຈະມີຄວາມຍາວທັງໝົດ 280 ແມັດ ປະກອບດ້ວຍ 2 ເສົາ, ມີຄວາມສູງຢູ່ທີ່ລະດັບ 380 RL ເຊິ່ງສູງຈາກລະດັບນ້ຳສູງສຸດ 5 ແມັດ ສາມາດຮັບນ້ຳໜັກໄດ້ 160 ໂຕນ ເພື່ອຮອງຮັບການຂົນສົ່ງແຮ່.
– ປະຈຸບັນການກໍສ້າງ ແມ່ນໄດ້ດຳເນີນໄປແລ້ວໃນບາງສ່ວນພື່ນຖານໂຄງລ່າງເຊັ່ນ: ແຄ້ມທີ່ພັກຄົນງານທີ່ນຳໃຊ້ໃນການກໍສ້າງຂົວຈຳນວນ 140 ຫ້ອງ, ໂຮງງານປະສົມປູນ, ກໍ່ສ້າງຫ້ອງການສຳລັບໂຄງການພາກຂະຫຍາຍສຳເລັດ 90 ສ່ວນຮ້ອຍ ແລະ ແຜນທີ່ຈະລົງເສົາເຂັມຕົ້ນທຳອິດ ທ້າຍເດືອນ ມິຖຸນາ ແລະ ຕົ້ນທີ່ 2 ໃນຕົ້ນເດືອນ ກໍລະກົດ
– ມູນຄ່າການກໍສ້າງຂົວດັ່ງກ່າວປະມານ 20 ລ້ານໂດລາສະຫະລັດ ແລະ ໃຊ້ເວລາກໍ່ສ້າງ 2 ປີ (ສຳເລັດໃນປີ 2026).




