ກົມຄຸ້ມຄອງບໍ່ແຮ່ ສຳເລັດຍົກລະດັບດ້ານເຕັກນິກ-ວິຊາການ, ນິຕິກໍາ ແລະ ລະບຽບການກ່ຽວກັບວຽກງານບໍ່ແຮ່ ຢູ່ແຂວງ ໄຊຍະບູລີ ແລະ ແຂວງ ບໍ່ແກ້ວ

          ໃນລະຫວ່າງວັນທີ 22-26 ກໍລະກົດ 2024 ທີ່ຜ່ານມານີ້, ຄະນະວິຊາການກົມຄຸ້ມຄອງບໍ່ແຮ່ ໄດ້ສົມທົບກັບ ພະແນກພະລັງງານ ບໍ່ແຮ່ແຂວງໄຊຍະບູລີ ແລະ ແຂວງ ບໍ່ແກ້ວ ຈັດກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງທາງດ້ານເຕັກນິກ-ວິຊາການ, ນິຕິກໍາ ແລະ ລະບຽບການກ່ຽວກັບວຽກງານບໍ່ແຮ່ ໃຫ້ກັບພະນັກງານວິຊາການຂັ້ນທ້ອງຖິ່ນ.

ສຳລັບຢູ່ພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊຍະບູລີ ໄດ້ຂຶ້ນຢູ່ຫ້ອງປະຊຸມຂອງພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ລະຫວ່າງວັນທີ 22-23 ກໍລະກົດ 2024 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຄຳເພັດ ພົມມະລາດ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ, ທ່ານ ນະແກ້ວ ບຸນນະວົງ ຮອງຫົວໜ້າພະແນກສິ່ງແວດລ້ອມ, ສຸຂະພາບ ແລະ ຄວາມປອດໄພ ຂອງກົມຄຸ້ມຄອງບໍ່ແຮ່ (ໃນນາມຫົວໜ້າຄະນະ), ມິຄະນະພະແນກ, ວິທະຍາກອນຈາກສູນກາງ ແລະ ນັກສຳມະນາກອນ ເຂົ້າຮ່ວມທັງໝົດປະມານ 30 ກວ່າທ່ານ. ຕໍ່ມາໃນວັນທີ 25-26 ກໍລະກົດ 2024 ຈັດຢູ່ແຂວງບໍ່ແກ້ວ ພາຍໃຕ້ການເປັນປະທານຂອງ ທ່ານ ພອນສີ ນໍ່ມາລີ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ບໍ່ແກ້ວ, ທ່ານ ນະແກ້ວ ບຸນນະວົງ ຮອງຫົວໜ້າພະແນກສິ່ງແວດລ້ອມ, ສຸຂະພາບ ແລະ ຄວາມປອດໄພ ຂອງກົມຄຸ້ມຄອງບໍ່ແຮ່ (ໃນນາມຫົວໜ້າຄະນະ), ມິຄະນະພະແນກ, ວິທະຍາກອນຈາກສູນກາງ ແລະ ນັກສຳມະນາກອນ ເຂົ້າຮ່ວມທັງໝົດປະມານ 30 ກວ່າທ່ານ.

ການຈັດຝຶກອົບຮົມຄັ້ງນີ້, ແມ່ນນອນຢູ່ໃນແຜນຍຸດທະສາດການພັດທະນາຊັບພະຍາກອນມະນຸດຂອງຂະແໜງພະລັງງານ ແລະ ບໍ່ແຮ່ ຮອດປີ 2030 ແລະ ວິໄສທັດຮອດປີ 2040. ບັນດາຫົວຂໍ້ທີ່ໄດ້ຝຶກອົບຮົມໃນຄັ້ງນີ້ ປະກອບມີ: ການເກັບກຳຂໍ້ມູນ ແລະ ການລາຍງານ ສະຖິຕິແຮ່ທາດ, ການຄົ້ນຄວ້າ ແລະ ການຮ່າງບົດປະກອບຄຳເຫັນປະເພດຕ່າງໆ, ການແບ່ງຂັ້ນປະລິມານຊັບພະຍາກອນ ແລະ ປະລິມານສະສົມແຮ່ທາດ, ການຄຸ້ມຄອງການປຸງແຕ່ງແຮ່ທາດ, ເຄື່ອງນຳເຂົ້າ, ຕົວຢ່າງເພື່ອມາວິໄຈ ແລະ ທົດລອງເຕັກໂນໂລຊີ, ເຕັກນິກພື້ນຖານການຂຸດຄົ້ນບໍ່ແບບໄຕ້ດິນ, ການປິດບໍ່ແຮ່ ແລະ ການວາງເງິນຄໍ້າປະກັນການປິດບໍ່ແຮ່, ວຽກງານການກວດກາບໍ່ແຮ່, ຂັ້ນຕອນການສະເໜີ, ການພິຈາລະນາ ແລະ ການຄຸ້ມຄອງວຽກງານການຊື້ຂາຍ, ນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ແລະ ອື່ນໆ. ນອກຈາກນັ້ນ, ຜູ້ເຂົ້າຮ່ວມກໍ່ໄດ້ມີການແລກປ່ຽນບົດຮຽນເຊິ່ງກັນແລະກັນ ໂດຍມີການຖາມ-ຕອບ, ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ລົງເລິກວຽກງານວິຊາສະເພາະຂະແໜງບໍ່ແຮ່ ແລະ ນິຕິກຳຕ່າງໆທີ່ກ່ຽວຂ້ອງກັບວຽກງານບໍ່ແຮ່ ເພື່ອສ້າງຄວາມເຂົ້າໃຈໃນວຽກງານການຄຸ້ມຄອງການລົງທຶນດ້ານບໍ່ແຮ່ ຢູ່ຂັ້ນທ້ອງຖິນ ໂດຍສະເພາະຢູ່ສອງແຂວງ ໄຊຍະບູລີ ແລະ ແຂວງບໍ່ແກ້ວ.

ພາບ ແລະ ຂໍ້ມູນ: ກົມຄຸ້ມຄອງບໍ່ແຮ່
ຂ່າວ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506