ກອງປະຊຸມສຳມະນາສາກົນ ກ່ຽວກັບການພັດທະນາຊັບພະຍາກອນແຮ່ເກືອໂປຕາສ ຢູ່ ສປປ ລາວ

          ວັນທີ 23 ຕຸລາ 2024 ນີ້ ທີ່ໂຮງແຮມ ດອນຈັນ ພາເລດ, ກົມທໍລະນີສາດ ແລະ ແຮ່ທາດ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ສະມາຄົມອຸດສາຫະກຳເກືອອະນົງຄະທາດ ສປ ຈີນ ແລະ ກົມທໍລະນີສາດອຸດສາຫະກໍານິວເຄຼຍ ແຂວງ ຊິງໄຫ ສປ ຈີນ ໄດ້ຮ່ວມກັນຈັດກອງປະຊຸມສຳມະນາ ສາກົນ ກ່ຽວກັບການພັດທະນາຊັບພະຍາກອນແຮ່ເກືອໂປຕາສ ຢູ່ ສປປ ລາວ ໂດຍໃຫ້ກຽດເປັນປະທານຮ່ວມລະຫວ່າງ ທ່ານ ສຸຂັນສັກ ສີສຸກ ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ ແລະ Mr. Wang Xiaofeng ປະທານສະມາຄົມອຸດສາຫະກໍາເກືອອະນົງຄະທາດ ສປ ຈີນ. ມີຜູ້ຕາງໜ້າຈາກ ຫ້ອງການ,ກົມ, ສະຖາບັນ ແລະ ລັດວິສາຫະກິດ ອ້ອມຂ້າງ ກະຊວງພະລັງານ ແລະ ບໍ່ແຮ່ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ແລະ ບັນດາບໍລິສັດທີ່ລົງທຶນພັດທະນາແຮ່ເກືອໂປຕາສ ຈາກ ສປ ຈີນ ເຂົ້າຮ່ວມ.

          ກອງປະຊຸມສຳມະນາໃນຄັ້ງນີ້ ເປັນການຜັນຂະຫຍາຍເນື້ອໃນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືສ້າງຄວາມເຂັ້ມແຂງ ກ່ຽວກັບ ວຽກງານ ພັດທະນາແຮ່ເກືອໂປຕາສ ແລະ ແຮ່ຕິດພັນ ຢູ່ໃນ 11 ແຂວງຂອງ ສປປ ລາວ (ເຂດນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ຈໍາປາສັກ, ອັດຕະປື, ຜົ້ງສາລີ, ອຸດົມໄຊ, ຫຼວງນໍ້າທາ ແລະ ແຂວງໄຊຍະບູລີ) ລະຫວ່າງ ກົມທໍລະນີສາດ ແລະ ແຮ່ທາດ ກະຊວງພະລັງງານ ແລະ ບໍ່ແຮ່ ສປ ລາວ ແລະ ກົມທໍລະນີສາດອຸດສາຫະກຳນິວເຄຼຍ, ພະແນກຊັບພະຍາກອນທໍາມະຊາດ ແຂວງຊິງໄຫ ສປ ຈີນ ສະບັບລົງວັນທີ 26 ກຸມພາ 2024 ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ແລະ ເພື່ອຈະເປັນການຊຸກຍູ້ ໃຫ້ການພັດທະນາແຮ່ເກືອໂປຕັສ ຂອງ ສອງຊາດ ລາວ-ຈີນ ໃຫ້ໄດ້ຮັບການພັດທະນາແບບປະສົມປະສານ, ມີການປະສານສົມທົບ, ແລກປ່ຽນບົດຮຽນ ແລະ ຖ່າຍທອດເຕັກນິກ-ເທັກໂນໂລຊີ ໃຫ້ ກັນ ແລະ ກັນ. ພ້ອມນີ້ກໍເພື່ອເປັນການຊຸກຍູ້ ການຄຸ້ມຄອງ-ການພັດທະນາແຮ່ເກືອໂປຕາສ ຢູ່ ສປປ ລາວ ເປັນອຸດສາຫະກຳຕ່ອງໂສ້ ແລະ ຕໍ່ເນື່ອງ ໃຫ້ມີຄວາມຍືນຍົງ, ສີຂຽວ ແລະ ນຳໃຊ້ຊັບພະຍາກອນແຮ່ທາດ ໃຫ້ມີໄດ້ຮັບຜົນປະໂຫຍດສູງສູດ ຕາມ ວິໄສທັດ ຮອດປີ 2040 ແລະ ຍຸດທະສາດການພັດທະນາແຮ່ທາດ ຮອດປີ 2030.

          ສະນັ້ນ, ໃນມື້ນີ້ ຖືວ່າເປັນມື້ທີ່ມີໂອກາດດີທີ່ສຸດ ທີ່ສະມາຄົມອຸດສາຫະກຳເກືອອະນົງຄະທາດ ສປ ຈີນ ແລະ ກົມທໍລະນີສາດອຸດສາຫະກໍານິວເຄຼຍ ແຂວງຊິງໄຫ ສປ ຈີນ ຮ່ວມກັບ ກົມທໍລະນີສາດ ແລະ ແຮ່ທາດ ກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ໄດ້ຮ່ວມກັນເປັນເຈົ້າພາບໃນການຈັດກອງປະຊຸມສຳມະນາສາກົນ ກ່ຽວກັບການພັດທະນາຊັບພະຍາກອນ ແຮ່ເກືອໂປຕາສ ຢູ່ ສປປ ລາວ.
ຈຸດປະສົງກອງປະຊຸມ: ເພື່ອແລກປ່ຽນ, ຖອດຖອນບົດຮຽນທາງດ້ານວິຊາການ ກ່ຽວກັບການສຳຫຼວດ ແລະ ຄຸ້ມຄອງ ການພັດທະນາແຮ່ເກືອໂປຕາສ ຢູ່ ສປປ ລາວ.
          ກອງປະຊຸມສຳມະນາຄັ້ງນີ້ ຈະໄດ້ດໍາເນີນໄປເປັນເວລາ 1 ວັນເຕັມ ຊຶ່ງພວກເຮົາຈະໄດ້ຮັບຟັງການນໍາສະເໜີບົດ ຈາກບັນດາກົມ ກ່ຽວກັບການຄຸ້ມຄອງບັນດາບໍລິສັດ ລົງທຶນດ້ານແຮ່ທາດ ຂັ້ນຕອນຊອກຄົ້ນ-ສຳຫຼວດ ແລະ ຂັ້ນຕອນຂຸດຄົ້ນ-ປຸງແຕ່ງ ຢູ່ ສປປ ລາວ ແລະ ຈາກຜູ້ຊ່ຽວຊານ, ພາກສ່ວນທີ່ກ່ຽວຂ້ອງຂອງຝ່າຍຈີນ ກ່ຽວກັບການພັດທະນາຊັບພະຍາກອນ ແຮ່ເກືອໂປຕາສ ເປັນຕົ້ນແມ່ນ: ການແນະນຳສະຖານະການແຈກຢາຍ ແລະ ພັດທະນາຊັບພະຍາກອນ ແຮ່ໂປຕາສ ຢູ່ໃນລາວ ແລະ ໄທ, ການພັດທະນາໂປຕາສໃນລາວ, ການສຳຫຼວດບໍ່ແຮ່ໂປຕາສ ຢູ່ຕ່າງປະເທດ ເຕັກໂນໂລຢີ ແລະ ການນຳໃຊ້ຊັບພະຍາກອນເກືອຜົນຜະລິດຕະພັນໃນອຸດສາຫະກຳຝຸ່ນໂປຕາສ, ຮັບແບບການພັດທະນາຊັບພະຍາກອນໂປຕາສ ແລະ ແຜນການຄາດຄະເນພັດທະນາໃນທົ່ວໂລກ ແລະ ເຕັກໂນໂລຢີ ການຂຸດຄົ້ນແຮ່ທາດໂປຕາສໃຕ້ດິນ ຢູ່ໃນລາວ.
ພາບ ແລະ ຂ່າວ: ກົມທໍລະນີສາດ ແລະ ແຮ່ທາດ
ສາຍດ່ວນ: 1506