
ວັນທີ 29 ສິງຫາ 2024 ນີ້ ທີ່ບໍລິສັດ ອຸດສາຫະກຳທະເລສາບເກືອ ຊິງໄຫ ຫຸ້ນສ່ວນຈຳກັດ, ນະຄອນ ເກີເອີມູ້, ແຂວງ ຊິງໄຫ ສປ ຈີນ ທ່ານ ສຸຂັນສັກ ສີສຸກ ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ, ກະຊວງ ພະລັງງານ ແລະ ບໍ່ແຮ່ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກ ແລະ ພົບປະຢ້ຽມຢາມ, ທັດສະນະສືກສາ ແລະ ແລກປ່ຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານດ້ານແຮ່ທາດ ໂດຍໃຫ້ການຕ້ອນຮັບຂອງ ທ່ານ ຢູສິວຜິງ ຮອງປະທານບໍລິສັດ ອຸດສາຫະກຳທະເລສາບເກືອ ຊິງໄຫ ຫຸ້ນສ່ວນຈຳກັດ ພ້ອມດ້ວຍຄະນະ.

ໂອກາດດັ່ງກ່າວນີ້, ທ່ານ ຢູສິວຜິງ ຮອງປະທານ ບໍລິສັດ ອຸດສາຫະກໍາທະເລສາບເກືອ ຊິງໄຫ ຫຸ້ນສ່ວນຈໍາກັດ ກໍ່ໄດ້ກ່າວສະແດງຄວາມຕ້ອນຮັບທ່ານ ສຸຂັນສັກ ສີສຸກ ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ, ກະຊວງ ພະລັງງານ ແລະ ບໍ່ແຮ່ ສປປ ລາວ ພ້ອມດ້ວຍຄະນະ ທີ່ໄດ້ມາເຄື່ອນໄຫວຢ້ຽມຢາມ ສປ ຈີນໃນຄັ້ງນີ້, ພ້ອມທັງລາຍງານສະພາບຄວາມເປັນມາ ແລະ ການດຳເນີນການຜະລິດຂອງໂຄງການໂດຍຫຍໍ້ວ່າ: ບໍລິສັດ ອຸດສາຫະກໍາທະເລສາບເກືອ ຊິງໄຫ ຫຸ້ນສ່ວນຈໍາກັດ ແມ່ນລັດວິສາຫະກິດຈົດທະບຽນຂະໜາດໃຫ່ຍຂອງແຂວງທີ່ຄຸ້ມຄອງໂດຍຄະນະກຳມະການຄຸ້ມຄອງຊັບສິນຂອງລັດ ຊິງໄຫ ບໍລິສັດຕັ້ງຢູ່ເມືອງ ເກີເອີມູ້, ແຂວງ ຊິງໄຫ, ເຊິ່ງປັດຈຸບັນແມ່ນພື້ນຖານການຜະລິດອຸດສາຫະກຳເກືອໂປຣຕາສ ທີ່ສຳຄັນທີ່ສຸດໃນ ສປ ຈີນ. ບໍລິສັດຖືກສ້າງຕັ້ງຂຶ້ນໃນປີ 1958, ເປັນວິສາຫະກິດ ຊັ້ນນໍາໃນຂະແໜງການຜະລິດປຸ໋ຍໂປຣຕາຊຽມຈີນ ແລະ ເປັນບໍລິສັດໜຶ່ງໃນຮ້ອຍບໍລິສັດທີ່ດີເດັ່ນດ້ານ ESG ຂອງບໍລິສັດເຂົ້າຕະຫຼາດຫຼັກຊັບປະເທດຈີນ.

ເນື້ອທີ່ທັງໝົດທະເລສາບເກືອເກີເອີມູ້ທີ່ບໍລິສັດ ຕັ້ງຢູ່ເນື້ອທີ່ 5,856 ກິໂລຕາແມັດ, ບໍລິມາດສະສົມຊັບພະຍາ ກອນຕ່າງໆ ມີຫຼາຍກວ່າ 60 ພັນລ້ານໂຕນ ແລະ ມີໃນການພັດທະນາຢ່າງກ້າວກະໂດດ. ປະຈຸບັນ ບໍລິສັດມີກຳລັງການຜະລິດປຸ໋ຍໂປຕາຊຽມເປັນ 5 ລ້ານໂຕນ/ປີ, ມີກຳລັງການຜະລິດທີ່ໃຫຍ່ທີ່ສຸດໃນອາຊີ ແລະ ເປັນອັນດັບສີ່ຂອງໂລກ; ມີກຳລັງການຜະລິດລີຕີອອມຄາຣ໌ບອເນຕ 30,000 ໂຕນ/ປີ ແລະ ກໍາລັງການຜະລິດທີ່ສະກັດລີຕີອອມຈາກນໍ້າເກືອ ເປັນ ອັນດັບທີ່ໜຶ່ງໃນປະເທດຈີນ.


ກອງປະຊຸມຍັງໄດ້ແລກປ່ຽນຄວາມຄິດເຫັນປືກສາຫາລືການຮ່ວມມືສາກົນເຊັ່ນ: ວຽກງານດ້ານທໍລະນີສາດ ແລະ ບໍ່ແຮ່, ການພັດທະນາວຽກງານດ້ານວິຊາການຂຸດຄົ້ນບໍ່ແຮ່ ໃນລາວ ແລະ ຄວາມຄືບໜ້າຂອງການຮ່ວມມືດ້ານວິຊາການສາກົນໃນການພັດທະນາບໍ່ແຮ່, ມາດຕະຖານເຕັກນິກ ແລະ ລະບຽບການສົ່ງເສີມການຂຸດຄົ້ນແຮ່, ການພັດທະນາອຸດສາຫະກໍາຝຸ່ນ ໂປຮຕາສ, ການສ້າງຖານຂໍ້ມູນສຳຫຼວດຊັບພະຍາກອນ, ເຕັກໂນໂລຊີການພັດທະນາເກືອໂພເທດຊຽມ ແລະ ການນໍາໃຊ້ແຮ່ທາດອື່ນໆ.

