ກົມທໍລະນີສາດ ແລະ ແຮ່ທາດ ໄດ້ສໍາເລັດການຈັດກອງປະຊຸມເຜີຍແຜ່ເນື້ອໃນສັນຍາໂຄງການ ສໍາຫຼວດແຮ່ທອງ ແລະ ແຮ່ຕິດພັນ

          ກົມທໍລະນີສາດ ແລະ ແຮ່ທາດ ໄດ້ສໍາເລັດການຈັດກອງປະຊຸມເຜີຍແຜ່ເນື້ອໃນສັນຍາໂຄງການ ສໍາຫຼວດແຮ່ທອງ ແລະ ແຮ່ຕິດພັນໃນເນື້ອທີ່ 200 ກມ2 ຢູ່ເຂດເມືອງລອງ ແຂວງຫຼວງນໍ້າທາ ຂອງບໍລິສັດ ເອເຊຍ ຊັກຊີສ ໂຮນດິງ -ດີດີຊີໂຮນດິງຫຼວງນໍ້າທາ ບໍ່ແຮ່ ຈໍາກັດຜູ້ດຽວຄັ້ງ.
          ໃນຕອນບ່າຍ ຂອງວັນທີ 23 ສິງຫາ 2023 ທີ່ຫ້ອງວ່າການປົກຄອງເມືອງລອງ ແຂວງຫຼວງນໍ້າທາ ກົມທໍລະນີສາດ ແລະ ແຮ່ທາດ, ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບຂະແໜງການທີ່ກ່ຽວຂ້ອງ ຂອງແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມ ເຜີຍແຜ່ເນື້ອໃນສັນຍາ ແລະ ນິຕິກໍາຕ່າງໆ ຂອງໂຄງການ ສໍາຫຼວດແຮ່ທອງ ແລະ ແຮ່ຕິດພັນໃນເນື້ອທີ່ 200 ກມ2 ຢູ່ເຂດບ້ານຕາຊຸມໃໝ່ ເມືອງລອງ ແຂວງຫຼວງນໍ້າທາ ຂອງບໍລິສັດ ເອເຊຍ ຊັກຊີສ ໂຮນດິງ -ດີດີຊີໂຮນດິງຫຼວງນໍ້າທາ ບໍ່ແຮ່ ຈໍາກັດຜູ້ດຽວຄັ້ງ, ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ຫຸມພັນ ຈັນທະວົງ ຮອງເຈົ້າເມືອງ ເມືອງລອງ ແຂວງຫຼວງນໍ້າທາ, ທ່ານ ຄໍາພອນ ເດດລໍວົງ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງຫຼວງນໍ້າທາ ແລະ ທ່ານ ສຸຂັນສັກ ສີສຸກ ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ, ນອກຈາກນີ້ຍັງມີຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກຈາກຂະແໜງການທີ່ກ່ຽວຂ້ອງ ຂອງແຂວງ, ເມືອງ ແລະ ບ້ານທີ່ໂຄງການຕັ້ງຢູ່ເຂົ້າຮ່ວມຢ່າງພ້ອມພຽງ. ໂດຍຈຸດປະສົງຂອງກອງປະຊຸມເຜີຍແຜ່ເນື້ອໃນສັນຍາ ແລະ ນິຕິກໍາຕ່າງໆ ໃນຄັ້ງນີ້ ເພື່ອໃຫ້ພາກສວ່ນທີ່ກ່ຽວຂ້ອງຂອງແຂວງ, ເມືອງ, ບ້ານ ຮັບຮູ້ ແລະ ເຂົ້າໃຈການຕົກລົງຂອງລັດຖະບານທີ່ອະນຸຍາດໃຫ້ສອງບໍລິສັດ ດັ່ງກ່າວໄດ້ສໍາປະທານເນື້ອທີ່, ເຂົ້າໃຈເນື້ອໃນສັນຍາ ແລະ ນິຕິກໍາທີ່ກ່ຽວຂອ້ງເພື່ອເປັນເອກະພາບໃນການຈັດຕັ້ງປະຕິບັດ ພ້ອມທັງສະເໜີໃຫ້ພາກສວ່ນທີ່ກ່ຽວຂ້ອງ ຂອງແຂວງ, ເມືອງ, ບ້ານ ເປັນເຈົ້າການ ໃນການຕິດຕາມ ການຈັດຕັ້ງປະຕິບັດວຽກງານພາກສະໜາມຂອງບໍລິສັດ ຕາມສິດ, ໜ້າທີ່ ແລະ ພາລະບົດບາດ ຂອງຕົນ. ບັນຫາຜົ້ນເດັ່ນທີ່ກອງປະຊຸມໄດ້ຍົກຂຶ້ນຄື ຕ້ອງເອົາໃຈໃສ່ຂອດປະສານງານ ຖ້າການດໍາເນີນວຽກງານສໍາຫຼວດ ຫາກແຕະຕ້ອງເຖິງຕອນດິນ ເຂດທໍາການຜະລິດຂອງປະຊາຊົນ ຕ້ອງໄດ້ແຈ້ງເຈົ້າຂອງດິນຮັບຊາບ ແລະ ອະນຸຍາດກ່ອນໂດຍມອບໃຫ້ຂະແໜງ ພບ ຮ່ວມກັບ ອໍານາດການປົກຄອງບ້ານ ເປັນເຈົ້າການໃນການແກ້ໄຂ, ໄກ່ເກຍ ແລະ ຊົດເຊີຍຕາມຄວາມເໝາະສົມ ຜົນກອງປະຊຸມ ເປັນເອກະພາບ ມອບໃຫ້ການນໍາເມືອງ ແລະ ອໍານາດການປົກຄອງບ້ານ ສືບຕໍ່ນໍາເອົາ ເນື້ອໃນສັນຍາ, ນິຕິກໍາຕ່າງໆ ໄປສືບຕໍ່ເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານຂອງຕົນໄດ້ເຂົ້າໃຈ ພ້ອມທັງໃຫ້ຄວາມຮ່ວມມື ແລະ ອໍານວຍຄວາມສະດວກແກ່ບໍລິສັດໃຫ້ໄດ້ຈັດຕັ້ງປະຕິບັດວຽກງານສໍາເລັດຕາມ ແຜນການ ແລະ ເວລາໃນສັນຍາທີ່ກໍານົດໄວ້. ສວ່ນບໍລິສັດກໍຕ້ອງເອົາໃຈໃສ່ ປະສານງານກັບຂະແໜງການທີ່ກ່ຽວຂ້ອງຂອງທ້ອງຖິ່ນໃຫ້ຄວາມຮ່ວມມື ແລະ ນັບຖືຮີດຄອງປະເພນີ ຂອງທ້ອງຖິ່ນຈັດຕັ້ງປະຕິບັດວຽກງານໄປຕາມແຜນການສໍາຫຼວດ ທີ່ກົມທໍລະນີສາດ ແລະ ແຮ່ທາດເຊັນຮັບຮອງ ໃຫ້ສໍາເລັດຕາມກໍານົດ ແລະ ເວລາໃນສັນຍາທີ່ລະບຸູໄວ້.
ພາບຖ່າຍ ແລະ ຂ່າວ ໂດຍ ກົມທໍລະນີສາດ ແລະ ແຮ່ທາດ