ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ເອົາໃຈໃສ່ກໍ່ສ້າງ ແລະ ຍົກລະດັບຄວາມຮູ້, ຄວາມສາມາດດ້ານເຕັກນິກ, ວິຊາການຂະແໜງບໍ່ແຮ່ ໃຫ້ພະນັກງານ-ລັດຖະກອນ ບັນດາແຂວງພາກເໜືອ ແລະ ພາກກາງ

          ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ຮ່ວມກັບພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ບໍລິຄຳໄຊ ຈັດກອງປະຊຸມຝຶກອົບຮົມກ່ຽວກັບໂຄງສ້າງ, ເຕັກນິກພື້ນຖານ ຂອງການຂຸດຄົ້ນຫີນປູນແບບເປີດໜ້າດິນ ແລະ ການຂຸດຄົ້ນຖ່ານຫີນແບບໃຕ້ດິນ, ການຂຸດຄົ້ນແບບບໍ່ເປີດໜ້າດິນ, ວຽກງານຊີເຈາະ ແລະ ລະເບີດ ແລະ ການຂົນສົ່ງໃນສະໜາມຂຸດຄົ້ນ ຂຶ້ນ ລະຫວ່າງວັນທີ 20-22 ກັນຍາ 2022 ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ພູວຽງ ແກ້ວບຸບຜາ ຫົວໜ້າສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ມະນີວັນ ໄຊຍະເພັດ ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ບໍລິຄໍາໄຊ ໂດຍມີຄະນະພະແນກ ແລະ ພະນັກງານ-ວິຊາການຈາກ 7 ແຂວງພາກເໜືອ ແລະ ກາງຄື: ແຂວງ ຫົວພັນ, ຊຽງຂວາງ, ໄຊສົມບູນ, ນະຄອນຫຼວງວຽງຈັນ, ແຂວງບໍລິຄຳໄຊ, ແຂວງ ຄຳມ່ວນ, ແຂວງ ສະຫວັນນະເຂດ ແລະ 2 ກົມວິຊາການທີ່ຮັບຜິດຊອບວຽກງານທໍລະນີສາດ, ບໍ່ແຮ່ (ກົມທໍລະນີສາດ ແລະ ແຮ່ທາດ ແລະ ກົມຄຸ້ມຄອງບໍ່ແຮ່) ເຂົ້າຮ່ວມ.

          ທ່ານ ພູວຽງ ແກ້ວບຸບຜາ ກ່າວວ່າ: ການຈັດຊຸດຝຶກອົບຮົມວິຊາການ ກ່ຽວກັບ ໂຄງສ້າງ ແລະ ເຕັກນິກ ພື້ນຖານ ຂອງການຂຸດຄົ້ນຫີນປູນແບບເປີດໜ້າດິນ ແລະ ໂຄງສ້າງ ແລະ ເຕັກນິກ ພື້ນຖານ ຂອງການຂຸດຄົ້ນຖ່ານຫີນແບບໃຕ້ດິນ, ການຂຸດຄົ້ນແບບບໍ່ເປີດໜ້າດິນ, ວຽກງານຊີເຈາະ ແລະ ລະເບີດ ແລະ ການຂົນສົ່ງໃນສະໜາມຂຸດຄົ້ນ ໃນຄັ້ງນີ້, ເຫັນວ່າມີຄວາມຈໍາເປັນ ແລະ ສໍາຄັນເປັນຢ່າງຍິ່ງທາງດ້ານວິຊາການຂອງຂະແໜງທໍລະນີສາດ ແລະ ບໍ່ແຮ່ ແລະ ເປັນເງື່ອນໄຂຈັດຕັ້ງການຝຶກອົບຮົມໂດຍແນໃສ່ເພື່ອເຮັດໃຫ້ພະນັກງານຂອງລັດທີ່ເຮັດວຽກງານຄຸ້ມຄອງໂຄງການລົງທຶນດ້ານບໍ່ແຮ່ ຢູ່ສູນກາງ ແລະ ທ້ອງຖິ່ນ ແລະ ສະຖາບັນການສຶກສາທີ່ໄດ້ເຂົ້າຮ່ວມຝຶກອົບຮົມ ແລະ ຜູ້ລົງທຶນດ້ານບໍ່ແຮ່ ມີຄວາມເຂົ້າໃຈຢ່າງເລິກເຊິ່ງ.

           ທ່ານ ຫົວໜ້າສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ກ່າວຕື່ມວ່າ: ການນໍາເອົາບົດມາຝຶກອົບຮົມໃນຄົ້ງນີ້ ລ້ວນແຕ່ແມ່ນເຕັກນິກກ່ຽວກັບການຂຸດຄົ້ນບໍ່ແຮ່ ເຫັນວ່າມີຄວາມສໍາຄັນຫຼາຍ ເພື່ອເຮັດໃຫ້ນັກສໍາມະນາກອນຮັບຮູ້ເຖິງວິທີການວາງແຜນໃນການຂຸດຄົ້ນໂດຍໃຫ້ຖືກຕ້ອງຕາມເຕັກນິກ, ການເຈາະຂອງເຄື່ອງຈັກ ແລະ ຄັດເລື່ອກເອົາເຄື່ອງຈັກມາໃຊ້ໃນວຽກງານຢ່າງເໝາະສົມ, ມີຄວາມຮູ້ພື້ນຖານກ່ຽວກັບວັດຖຸລະເບີດ ແລະ ອຸປະກອນທີ່ໃຊ້ໃນວຽກງານລະເບີດ, ຄິດໄລ່ ແລະ ອອກແບບເພື່ອການລະເບີດ, ຮັບຮູ້ ແລະ ແກ້ໄຂບັນຫາຜົນກະທົບຕໍ່ສິ່ງແວດລ້ອມທີ່ເກີດຈາກການລະເບີດ. ຮັບຮູ້ຂໍ້ມູນພື້ນຖານກ່ຽວກັບການຂົນສົ່ງເບື້ອງຕົ້ນ, ພື້ນຖານເຕັກນິກ ແລະ ຮູບແບບການຂົນສົ່ງ, ເຕັກນິກການຄິດໄລ່ປະລິມານບັນຈຸດິນ-ຫີນ ແລະ ແຮ່ທາດ, ສາມາດກໍານົດຈໍານວນລົດຂົນສົ່ງ ລົດຈົກ-ຕັກ ໂດຍອິງຕາມປະລິມານຂຸດຄົ້ນ.

ພາບ ແລະ ແຫຼ່ງຂໍ້ມູນ: ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່
ຂ່າວ: ຄຳແສງ ແກ້ວປະເສີດ