ບໍລິສັດ ໄຟຟ້າ ຫົງສາ ຈຳກັດ ຈັດພິທີມອບເງິນສະໜັບສະໜຸນຕາມແຜນພັດທະນາເມືອງ ປະຈໍາປີ 2024 ໃຫ້ກັບ 3 ເມືອງ ຂອງແຂວງໄຊຍະບູລີ

           ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຈັດພິທີມອບເງິນສະໜັບສະໜຸນຕາມແຜນພັດທະນາເມືອງ ປະຈໍາປີ 2024 ໃຫ້ກັບ 3 ເມືອງ ເຊັ່ນ: ເມືອງຫົງສາ, ເມືອງເງິນ ແລະ ເມືອງຊຽງຮ່ອນ ເປັນເງິນທັງໝົດ ຈໍານວນ 6ຕື້ ກີບ. ເງິນທຶນແຜນພັດທະນາເມືອງທັງ 3 ເມືອງນີ້, ເປັນການພິຈາລະນາຕາມຂໍ້ຕົກລົງຮ່ວມກັນລະຫວ່າງການນໍາເມືອງຫົງສາ, ເມືອງເງິນ, ເມືອງຊຽງຮ່ອນ ແລະ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໂດຍມີຈຸປະສົງ ເພື່ອຮ່ວມສະໜັບສະໜຸນການດໍາເນີນງານຕາມແຜນພັດທະນາເມືອງ ໃນມີຄວາມຈະເລີນຂຶ້ນໃນດ້ານຕ່າງໆ, ເພື່ອໃຫ້ປະຊາຊົນໄດ້ມີຊີວິດຄວາມເປັນຢູ່ທີ່ດີຂຶ້ນ, ໃຫ້ແຕ່ລະເມືອງມີຄວາມພັດທະນາຂຶ້ນໃນແຕ່ລະດ້ານ ບໍ່ວ່າຈະເປັນດ້ານສາທະລະນຸປະໂພກ, ການຄົມມະນາຄົມທີ່ສະດວກສະບາຍຂຶ້ນ ແລະ ການບໍລິຫານຈັດການດ້ານເສດຖະກິດໃຫ້ດີຍິ່ງຂຶ້ນ
ຢູ່ເມືອງຫົງສາ ໄດ້ຈັດຂຶ້ນໃນວັນທີ 12 ກຸມພາ 2024 ທີ່ ຫ້ອງວ່າການປົກຄອງ ເມືອງຫົງສາ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜິວວັນນາ ເລຂາພັກເມືອງ, ເຈົ້າເມືອງ ເມືອງຫົງສາ ແລະ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໂດຍໃນປີ 2024 ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໄດ້ມອບເງິນສະໜັບສະໜຸນຕາມແຜນພັດທະນາເມືອງ ເມືອງຫົງສາ ເປັນເງິນລວມທັງໝົດ 3ຕື້920ລ້ານ ກີບ.

ຕໍ່ມາໃນວັນທີ 14 ກຸມພາ 2024 ໄດ້ມີການຈັດກອງປະຊຸມແຜນງົບປະມານສະໜັບສະໜຸນການພັດທະນາເມືອງ ເມືອງເງິນ ທີ່ ຫ້ອງວ່າການປົກຄອງ ເມືອງເງິນ ໂດຍການເປັນປະທານຂອງ ທ່ານ ທະວີສັກ ໄຊຍະວົງ ເລຂາພັກເມືອງ ເຈົ້າເມືອງ ເມືອງເງິນ ແລະ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ລວມເປັນເງິນລວມທັງໝົດ ຈໍານວນ 1ຕື້680ລ້ານ ກີບ

ແລະ ໃນວັນທີ 22 ກຸມພາ 2024 ໄດ້ມີການຈັດກອງປະຊຸມແຜນງົບປະມານສະໜັບສະໜຸນການພັດທະນາເມືອງ ເມືອງຊຽງຮ່ອນ ທີ່ ຫ້ອງວ່າການປົກຄອງ ເມືອງຊຽງຮ່ອນ ໂດຍການເປັນປະທານຂອງ ທ່ານ ກົງທອງ ສິດທິໄຊ ເລຂາພັກເມືອງ ເຈົ້າເມືອງ ເມືອງຊຽງຮ່ອນ ແລະ ທ່ານ ປະທີບ ຫຍົກນໍ້າເງິນ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ສາຍງານການເງິນ, ການບັນຊີ ແລະ ທຸລະກິດ ລວມເປັນເງິນລວມທັງໝົດ ຈໍານວນ 560ລ້ານກວ່າ ກີບ.

ພາບ ແລະ ຂ່າວ: ບໍລິສັດ ໄຟຟ້າຫົງສາ ຈຳກັດ
ຮຽບຮຽງ: ຄຳແສງ ແກ້ວປະເສີດ