ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ສາລະວັນ ສຳເລັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸມຄອງ 2021-2025

          ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 15 ກຸມພາ 2023 ຢູ່ຫ້ອງປະຊຸມພັດທະຄານສິນສະໄໝ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ແຫວນພັດ ລັດດາວົງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ; ທ່ານ ມ້ອນ ເພັດພູໄທ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ໂພທິຍາ ວົງຈອມສີ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ. ມີຄະນະພະແນກ, ຫົວໜ້າ-ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານ-ຫຼັກແຫຼ່ງພາຍໃນພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ສາລະວັນ ເຂົ້າຮ່ວມ.

          ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ໂພທິຍາ ວົງຈອມສີ ໄດ້ຍົກໃຫ້ເຫັນວ່າ: ການຂຶ້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ເປັນວຽກງານຍຸດທະສາດ ທີ່ສຳຄັນ ແລະ ຈຳເປັນ ຕິດພັນກັບການປັບປຸງກົງຈັກການຈັດຕັ້ງ ແລະ ການຂຽນກຳນົດຕຳແໜ່ງງານຂອງແຕ່ລະຂະແໜງພາຍໃນພະແນກພະລັງງານ ແລະ ບໍ່ແຮ່ ເພື່ອເຮັດໃຫ້ມະຕິຂອງກົມການເມືອງສູນກາງພັກ ແລະ ດຳລັດຂອງລັດຖະບານໄດ້ຮັບການຈັດຕັ້ງຜັນຂະຫຍາຍຢ່າງເລິກເຊິ່ງ ແລະ ກວ້າງຂວາງ ທັງເປັນບ່ອນອີງໃຫ້ຄະນະພັກໃນການຂຶ້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂອງຕົນ ໃຫ້ຖືກຕ້ອງ, ສອດຄ່ອງ ແລະ ເປັນເອກະພາບ. ພ້ອມກັນນີ້, ກໍ່ຍັງເປັນການສ້າງແຜນກຳນົດພະນັກງານທີ່ມີຄຸນນະພາບ, ສອດຄ່ອງກັບແຜນພັດທະນາຂອງແຕ່ລະຂະແໜງພາຍໃນພະແນກ. 

          ທ່ານ ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ຍັງໄດ້ກ່າວຕື່ມວ່າ: ການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຍັງແມ່ນການຄາດຄະເນເປົ້າໝາຍພະນັກງານທີ່ຈັດວາງເຂົ້າໃນຕຳແໜ່ງນຳພາ-ຄຸ້ມຄອງແຕ່ະຂັ້ນ, ແຕ່ລະຂະແໜງ ທັງແມ່ນເປັນການຮັບປະກັນລັກສະນະສືບທອດ-ປ່ຽນແທນ-ຕໍ່ເນື່ອງ, ກະກຽມບຸກຄະລາກອນໃນລັກສະນະເປີດກວ້າງ ເພື່ອໃຫ້ມີແຫຼ່ງເລືອກເຟັ້ນໄດ້ທັງປະລິມານ ແລະ ຄຸນນະພາບ ຖືກຕ້ອງຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ.

         ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງການຜ່ານເອກະສານທີ່ກ່ຽວຂ້ອງ ແລະ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາພະນັກງານນຳພາ-ຄຸ້ມຄອງ ເພື່ອສືບທອດ-ປ່ຽນແທນໃນການຊີ້ນຳ-ນຳພາວຽກງານພະລັງງານ ແລະ ບໍ່ແຮ່ ພາຍໃນແຂວງໃນຕໍ່ໜ້າ.

ພາບ ແລະ ແຫຼ່ງຂໍ້ມູນ: ໜັງສືພິມ ສາລະວັນ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ