2ກຳມະບານຮາກຖານ ຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກົມງົບປະມານແຫ່ງລັດ, ກະຊວງການເງິນພົບປະ, ແລກປ່ຽນບົດຮຽນຮ່ວມກັນ

          ພິທີດັ່ງກ່າວໄດ້ຈັດຂຶ້ນໃນບ່າຍວັນທີ 29 ພຶດສະພາ 2024 ທີ່ກະຊວງພະລັງງານ ແລະ ບໍ່ແຮ່. ຝ່າຍກຳມະບານຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ນຳພາໂດຍ ສະຫາຍ ເພັດພາພອນ ລັດຖະຈັກ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຫ້ອງການກະຊວງ, ປະທານໜ່ວຍຮາກຖານ ກຳມະບານຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ແລະ ຝ່າຍກະຊວງການເງິນ ນຳໂດຍ ທ່ານ ນາງ ທອງຈັນ ສຸລິນພູມີ ຮອງຫົວໜ້າກົມ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ກົມງົບປະມານແຫ່ງລັດ, ກະຊວງການເງິນ ພ້ອມດ້ວຍຄະນະ, ມີຕາງໜ້າປະທານ, ຮອງປະທານ ແລະ ຄະນະກຳມະບານຮາກຖານ ອ້ອມຂ້າງກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມ.

          ໃນວາລະການພົບປະກັນຄັ້ງນີ້, ຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນປຶກສາຫາລື, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ດ້ວຍບັນຍາກາດທີ່ສ້າງສັນ, ຟົດຟື້ນ ແລະ ເຕັ້ມໄປດ້ວຍຄວາມໝາຍສຳຄັນ ເຊິ່ງເນື້ອໃນທີ່ນຳມາສົນທະນາແລກປ່ຽນໃນຄັ້ງນີ້, ລວມມີ: ຂັ້ນຕອນ ແລະ ຮູບແບບການຂື້ນແຜນນໍາໃຊ້ງົບປະມານແຫ່ງລັດ; ກົນໄກ ແລະ ວິທີການແກ້ໄຂບັນຫາໜີ້ສິນ; ການຂຶ້ນແຜນງົບປະມານເພື່ອຈັດຊື້-ຈັດຈ້າງ (ພາຫະນະ); ຮູບແບບການອູດໜູນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ; ແລະ ບົດຮຽນການກໍ່ສ້າງບຸກຄະລາກອນ ໂດຍສະເພາະແມ່ນການຍົກສູງບົດບາດ, ຄວາມຮູ້, ຄວາມສາມາດໃຫ້ແກ່ພະນັກງານ 3 ອົງການຈັດຕັ້ງມະຫາຊົນຂອງທັງສອງກະຊວງ.

ກອງປະຊຸມພົບປະ, ແລກປ່ຽນບົດຮຽນລະຫວ່າງ ກຳມະບານຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກົມງົບປະມານ, ກະຊວງການເງິນ ໃນຄັ້ງນີ້ ນອກຈາກຈະແລກປ່ຽນບົດຮຽນທາງດ້ານວິຊາສະເພາະແລ້ວ ກໍ່ຍັງເປັນການສະເຫຼີ່ມສະຫຼອງຜົນສຳເລັດການດຳເນີນກອງປະຊຸມໃຫຍ່ຄັ້ງທີ IV ຂອງກຳມະບານຮາກຖານຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ທີ່ໄດ້ດຳເນີນມາໃນຕອນເຊົ້າຂອງມື້ດຽວກັນ. ພ້ອມກັນນີ້, ທັງສອງຝ່າຍ ຍັງໄດ້ສ້າງບັນຍາກາດແຂ່ງຂັນກິລາຕີບູນຮ່ວມກັນຕື່ມອີກ.

ພາບ ແລະ ຂ່າວ: ລຸ້ງຟ້າ ອົບພະຈັນ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506