ກອງປະຊຸມໃຫຍ່ຄັ້ງທີ I ຂອງ ໜ່ວຍກຳມະບານຮາກຖານ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ໄດ້ໄຂຂຶ້ນ ແລະ ອັດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 04 ກໍລະກົດ 2024 ນີ້ ຢູ່ຫ້ອງປະຊຸມຂອງສະຖາບັນ ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ອານຸສັກ ພົງສະຫວັດ, ຮອງປະທານຄະນະບໍລິຫານງານສະຫະພັນກຳມະບານກະຊວງ ພະລັງງານ ແລະ ບໍ່ແຮ່, ປະທານໜ່ວຍກຳມະບານຮາກຖານ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່. ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ຊີ້ນຳການດຳເນີນກອງປະຊຸມໃຫຍ່ຂອງ ສະຫາຍ ເພັດສະຫວັນ ລັດຕະນະທົງໄຊ ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງ ສະຫະພັນກຳມະບານລາວ, ປະທານຄະນະບໍລິຫານງານສະຫະພັນກຳມະບານ ກະຊວງພະລັງງານ ແລະ ບໍ່ແຮ່; ມີບັນດາສະຫາຍ ຄະນະບໍລິຫານງານ ສະຫະພັນກຳມະບານກະຊວງ, ບັນດາສະຫາຍປະທານ-ຮອງປະທານໜ່ວຍກຳມະບານຮາກຖານອ້ອມຂ້າງກະຊວງ, ສະຫາຍ ຕາງໜ້າອົງການຈັດຕັ້ງ ຊາວໜຸ່ມ, ແມ່ຍິງ ພ້ອມດ້ວຍຜູ້ແທນກອງປະຊຸມໃຫຍ່ ກໍ່ໃຫ້ກຽດເຂົ້າຮ່ວມ…

ກອງປະຊຸມໃຫຍ່ໄດ້ຮັບຟັງການສະເໜີບົດລາຍງານການເມືອງ ທັງສອງພາກ ທີ່ສະເໜີໂດຍ ສະຫາຍ ແກ້ວອຸດອນ ພົມມະວົງສີ, ຄະນະບໍລິຫານງານສະຫະພັນກຳມະບານກະຊວງ, ຮອງປະທານ ໜ່ວຍກຳມະບານຮາກຖານ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່. ໃນບົດລາຍງານ ດັ່ງກ່າວ ໄດ້ຕີລາຄາຢ່າງພາວະວິໄສ ເຖິງຜົນສໍາເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການເຄື່ອນໄຫວວຽກງານ ກຳມະບານຢູ່ພາຍໃນສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່. ໜ່ວຍ ກຳມະບານຮາກຖານ ສະຖາບັນ ເປັນໜຶ່ງໃນ 3 ອົງການຈັດຕັ້ງມະຫາຊົນ ພາຍໃຕ້ການຊີ້ນໍາ-ນໍາພາ ໂດຍກົງ ແລະ ຮອບດ້ານ ຂອງໜ່ວຍພັກສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່. ປັດຈຸບັນ ມີຄະນະໜ່ວຍ 3 ສະຫາຍ, ຍິງ 1 ສະຫາຍ; ມີສະມາຊິກກໍາມະບານທັງໝົດ ຈໍານວນ 38 ສະຫາຍ, ຍິງ 18 ສະຫາຍ ໃນນີ້, ເປັນສະມາຊິກພັກສົມບູນມີຈໍານວນ 30 ສະຫາຍ, ຍິງ 13 ສະຫາຍ, ສະມາຊິກພັກສໍາຮອງ ຈໍານວນ 3 ສະຫາຍ, ຍິງ 2 ສະຫາຍ; ແລະ ປະກອບມີ 5 ຈຸຊ່ວຍວຽກຄື: ຈຸພະແນກສັງລວມຂໍ້ມູນຂ່າວສານ, ຈຸສູນຝຶກອົບຮົມພະລັງງານ-ທໍລະນີສາດ ແລະ ບໍ່ແຮ່, ຈຸສູນຄົ້ນຄວ້າພະລັງງານທົດແທນ ແລະ ພະລັງງານໃໝ່, ຈຸສູນຄົ້ນຄວ້າທໍລະນີສາດ ແລະ ບໍ່ແຮ່ ແລະ ຈຸສູນວິໄຈແຮ່ທາດ ແລະ ທົດສອບ..

ຕະຫຼອດໄລຍະ 5 ປີທີ່ຜ່ານມາ ພາຍໃຕ້ການຊີ້ນຳໂດຍກົງ ຂອງຄະນະໜ່ວຍພັກສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ແລະ ຄະນະບໍລິຫານງານກຳມະບານ ກະຊວງ, ໜ່ວຍກໍາມະບານຮາກຖານ ສະຖາບັນ ພວກເຮົາ ໄດ້ເອົາໃສ່ໃຈປະກອບສ່ວນຢ່າງຫ້າວຫັນ, ອົດທົນ ແລະ ຢ່າງມີຫົວຄິດປະດິດສ້າງ ໃນການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຕົນ, ຫຼັງຈາກນັ້ນ, ຜູ້ແທນກອງປະຊຸມໃຫຍ່ ກໍ່ໄດ້ພ້ອມກັນປະກອບຄໍາເຫັນຢ່າງກົງໄປ, ກົງມາ ແລະ ຮັບຮອງເອົາຢ່າງເປັນເອກະສັນ, ກອງປະຊຸມໃຫຍ່ ໄດ້ຮັບຟັງການລາຍງານບົດສຳຫຼວດການນໍາພາລວມຂອງຄະນະໜ່ວຍຊຸດທີ 1, ພ້ອມກັນນີ້ ຄະນະໜ່ວຍຊຸດທີ 1 ກໍ່ໄດ້ພ້ອມກັນກ່າວຄໍາລາໜ້າທີ່ ທີ່ໄດ້ຮັບການມອບໝາຍຕະຫຼອດໄລຍະ 5 ປີທີ່ຜ່ານມາ..

ກອງປະຊຸມໃຫຍ່ໄດ້ຈັດພິທີ ມອບ-ຮັບ ໃບຍ້ອງຍໍໃຫ້ກົມກອງລວມໝູ່ ແລະ ບຸກຄົນດີເດັ່ນ ຜູ້ທີ່ມີຜົນງານດີປະກອບສ່ວນເຫື່ອແຮງ ແລະ ສະຕິບັນຍາ ເຂົ້າໃນການເຄື່ອນໄຫວວຽກງານກຳມະບານຕະຫຼອດໄລຍະ 5 ປີທີ່ຜ່ານມາ ໂດຍມີສະມາຊິກກໍາມະບານພາຍໃນໜ່ວຍໄດ້ຮັບການຍ້ອງຍໍທັງໝົດ 40 ສະຫາຍ, ໃນນີ້ໄດ້ຮັບການຍ້ອງຍໍປະເພດ 1: ຈໍານວນ 38 ສະຫາຍ. ປະເພດ 2: ຈຳນວນ 2 ສະຫາຍ….

ຜູ້ແທນກອງປະຊຸມໃຫຍ່ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະໜ່ວຍຊຸດໃໝ່ ເພື່ອສືບຕໍ່ນຳພາວຽກງານກຳມະບານພາຍໃນກົມ ໃນ 5 ປີຕໍ່ໜ້າ ຈຳນວນ 3 ສະຫາຍ ຈາກຜູ້ລົງສະໝັກຮັບເລືອກຕັ້ງທັງໝົດ 5 ສະຫາຍ. ກອງປະຊຸມຄັ້ງປະຖົມມະລືກຂອງ ໜ່ວຍກໍາມະບານຮາກຖານ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ຊຸດທີ II ໄດ້ເຫັນດີເປັນເອກະສັນເລືອກເອົາ ສະຫາຍ ສີໄຄ ໄຊຍະວົງ ເປັນປະທານໜ່ວຍກໍາມະບານຮາກຖານ ສະຖາບັນ; ສະຫາຍ ນ. ມະນີເພັດ ສຸກນະວົງ ເປັນຮອງປະທານ, ທັງເປັນປະທານກວດກາ, ສະຫາຍ ມີຄູແທນ ອູ່ທອງຄໍາ ເປັນກຳມະການ…

ຕອນທ້າຍຂອງກອງປະຊຸມໃຫຍ່ ໄດ້ຮັບຟັງ ການໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງ ສະຫາຍ ປະທານຄະນະບໍລິຫານງານສະຫະພັນກຳມະບານ ກະຊວງພະລັງງານ ແລະ ບໍ່ແຮ່ ເຊິ່ງກ່ອນອື່ນ ສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນງານທີ່ໜ່ວຍກໍາມະບານຮາກຖານ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ຍາດມາໄດ້ຕະຫຼອດໄລຍະ 5 ປີຜ່ານມາ. ພ້ອມກັນນີ້, ສະຫາຍ ຍັງໄດ້ເນັ້ນໃຫ້ຄະນະໜ່ວຍຊຸດໃໝ່ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກກຳມະບານພາຍໃນໜ່ວຍມີ ທັດສະນະຫຼັກໝັ້ນ, ມີຄຸນສົມບັດ, ສິນທຳປະຕິວັດ; ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ໃຫ້ສູງຂຶ້ນກວ່າເກົ່າ ເພື່ອຮັບປະກັນໃຫ້ການຊີ້ນໍາ-ນໍາພາວຽກງານກຳມະບານ ຂອງສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ໃນຕໍ່ໜ້າ ໃຫ້ເຕີບໃຫຍ່, ເຂັ້ມແຂງ ແລະ ໜັກແໜ້ນກວ່າເກົ່າ; ຈັດຕັ້ງປະຕິບັດຂໍ້ແຂງ 5 ເປັນເຈົ້າ ໃນແຕ່ລະໄລຍະ, ໃຫ້ບັນລຸຕາມແຜນການທີ່ວາງໄວ້ ພ້ອມທັງຮັກສາມູນເຊື້ອອັນດີງານຂອງຕົນ ໃຫ້ ໜັກແໜ້ນ; ນໍາພາກຳມະບານສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ກາຍເປັນກຳມະບານແບບຢ່າງໃນການເຄື່ອນ ໄຫວວຽກງານຕ່າງໆ ເຊັ່ນ: ວຽກງານວິຊາສະເພາະ, ວຽກງານຂະບວນການ, ວຽກງານ ຊ່ວຍເຫຼືອສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານອື່ນໆ;

ພາບ ແລະ ຂ່າວ: ສົມສະນຸກ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506