ກອງປະຊຸມໃຫຍ່ ຄັ້ງທີ ຂອງໜ່ວຍກຳມະບານຮາກຖານກົມກວດກາ ໄດ້ໄຂຂຶ້ນ ແລະ ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ

ພາຍຫຼັງກອງປະຊຸມໃຫຍ່ ໄດ້ດຳເນີນມາເປັນເວລາເຄິ່ງມື້ ກໍ່ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນຕອນເຊົ້າວັນທີ 02 ສິງຫາ 2024 ນີ້ ຢູ່ທີ່ຫ້ອງປະຊຸມໃຫຍ່ຊັ້ນ 5 ກະຊວງພະລັງງານ ແລະ ບໍ່ແຮ່, ພາຍໃຕ້ການເປັນປະທານຂອງ ສະຫາຍ ວົງທອງ ທີມະຫາໄຊ ຄະນະບໍລິຫານງານສະຫະພັນກຳມະບານ ກະຊວງ, ປະທານໜ່ວຍກຳມະບານຮາກຖານ ກົມກວດກາ, ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ຊີ້ນຳການດຳເນີນກອງປະຊຸມໃຫຍ່ຂອງ ສະຫາຍ ບົວເທບ ມາໄລຄຳ ກໍາມະການຄະນະບໍລີຫານງານພັກກະຊວງ, ຮອງປະທານສະຫະພັນກໍາມະບານ ກະຊວງພະລັງງານ ແລະ ບໍ່ແຮ່, ສະຫາຍ ຄຳຫຼ້າ ວິຈິດວົງສາ, ກໍາມະການຄະນະບໍລິຫານງານພັກກະຊວງ, ເລຂາໜ່ວຍພັກຮາກຖານກົມ ກວດກາ, ຫົວໜ້າກົມ ກວດກາ, ມີບັນດາສະຫາຍ ຄະນະບໍລິຫານງານກຳມະບານກະຊວງພະລັງງານ ແລະ ບໍ່ແຮ່, ຄະນະໜ່ວຍພັກ, ຄະນະກົມ ກວດກາ, ຄະນະກຳມະບານຮາກຖານ, ໜ່ວຍຮາກຖານ ອ້ອມຂ້າງກະຊວງ, ຕາງໜ້າອົງການຈັດຕັ້ງພາຄີ ຊາວໜຸ່ມ ແລະ ແມ່ຍິງ ພ້ອມດ້ວຍຜູ້ແທນກອງປະຊຸມໃຫຍ່ ເຂົ້າຮ່ວມທັງໝົດ 37 ສະຫາຍ, ຍິງ 18 ສະຫາຍ, ແຂກຖືກເຊີນ 15 ສະຫາຍ, ຍິງ 7 ສະຫາຍ.

ສະຫາຍ ວົງທອງ ທີມະຫາໄຊ ໄດ້ຂຶ້ນກ່າວເປີດກອງປະຊຸມ ພ້ອມທັງລາຍງານບົດລາຍງານການເມືອງທັງສອງພາກຕະຫຼອດໄລຍະ 05 ປີຜ່ານມາ (2019-2023) ແລະ ທິດທາງແຜນການໃນຕໍ່ໜ້າ (2024-2028) ຕໍ່ກອງປະຊຸມຮັບຊາບ. ໃນບົດລາຍງານດັ່ງກ່າວ ໄດ້ຕີລາຄາຢ່າງພາວະວິໄສ ເຖິງຜົນສຳເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການເຄື່ອນໄຫວວຽກງານກຳມະບານຢູ່ພາຍໃນກົມ ກວດກາ. ໜ່ວຍຮາກຖານກຳມະບານກົມ ກວດກາ ເປັນໜຶ່ງໃນ 3 ອົງການຈັດຕັ້ງມະຫາຊົນ ພາຍໃຕ້ການຊີ້ນຳ-ນຳພາ ໂດຍກົງ ແລະ ຮອບດ້ານ ຂອງໜ່ວຍພັກກົມ ກວດກາ ແລະ ຄະນະບໍລິຫານງານກຳມະບານກະຊວງ ມີພາລະບົດບາດເປັນເສນາທິການໃຫ້ໜ່ວຍພັກກົມ ກວດກາ, ຄະນະກົມ ກວດກາ ແລະ ຄະນະບໍລິຫານງານກຳມະບານກະຊວງ ໃນການເຕົ້າໂຮມຄວາມສາມັກຄີພາຍໃນກົມ ໃຫ້ມີຄວາມປຶກແຟ້ນແໜ້ນໜາ, ຊ່ວຍເຫຼືອຮັກແພງເຊິ່ງກັນ ແລະ ກັນ; ຕິດຕາມ, ກໍ່ສ້າງ ແລະ ຝຶກຝົນຫຼໍ່ຫຼອມ ໃຫ້ກັບສະມາຊິກ ໃຫ້ມີຄຸນທາດການເມືອງ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້, ຄວາມສະມາດ ກາຍເປັນພະນັກງານ-ຫຼັກແຫຼ່ງ, ພະນັກງານຜູ້ສືບທອດຂອງພັກ. ປັດຈຸບັນ ມີຄະນະໜ່ວຍ 3 ສະຫາຍ; ມີສະມາຊິກກໍາມະບານທັງໝົດ 28 ສະຫາຍ, ຍິງ 14 ສະຫາຍ…ຫຼັງຈາກນັ້ນ, ຜູ້ແທນກອງປະຊຸມໃຫຍ່ ກໍ່ໄດ້ພ້ອມກັນປະກອບຄຳເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ຮ່າງບົດລາຍງານການເມືອງມີເນື້ອໃນຄົບຖ້ວນ, ສົມບູນ ແລະ ພ້ອມກັນຮັບຮອງເອົາຢ່າງເປັນເອກະສັນ.

ກອງປະຊຸມໃຫຍ່ ໄດ້ຈັດຕັ້ງພິທີ ມອບ-ຮັບ ໃບຍ້ອງຍໍໃຫ້ກົມກອງລວມໝູ່ ແລະ ບຸກຄົນດີເດັ່ນ ຜູ້ທີ່ມີຜົນງານດີປະກອບສ່ວນເຫືອແຮງ ແລະ ສະຕິປັນຍາ ເຂົ້າໃນການເຄື່ອນໄຫວວຽກງານກຳມະບານຕະຫຼອດໄລຍະ 5 ປີທີ່ຜ່ານມາ ໂດຍມີສະມາຊິກກໍາມະບານພາຍໃນໜ່ວຍໄດ້ຮັບການຍ້ອງຍໍທັງໝົດ 28 ສະຫາຍ, ໃນນີ້ໄດ້ຮັບການຍ້ອງຍໍປະເພດ 1: ຈໍານວນ 28 ສະຫາຍ…
ພ້ອມກັນນີ້, ຜູ້ແທນກອງປະຊຸມໃຫຍ່ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະໜ່ວຍຊຸດໃໝ່ ເພື່ອສືບຕໍ່ຊີ້ນຳ-ນຳພາອົງການຈັດຕັ້ງກຳມະບານຂອງຕົນໃນ 5 ປີຕໍ່ໜ້າໃຫ້ເຕີບໃຫຍ່, ເຂັ້ມແຂງ. ຜ່ານການປ່ອນບັດຕົວຈິງ ສາມາດຄັດເລືອກໄດ້ 3 ສະຫາຍ ຈາກຜູ້ລົງສະໝັກທັງໝົດ 5 ສະຫາຍຄື:
1. ສະຫາຍ ວົງທອນ ທິມະຫາໄຊ ເປັນປະທານໜ່ວຍ
2. ສະຫາຍ ນາງ ບຸນມີ ຈັນທະວິໄລວົງ ເປັນຮອງປະທານ
3. ສະຫາຍ ຂັນທອງ ລໍແຝງຢອງ ເປັນກໍາມະການ, ທັງເປັນປະທານກວດກາ.

ກອງປະຊຸມໃຫຍ່ ໄດ້ຮັບຟັງ ການໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງ ສະຫາຍ ບົວເທບ ມາໄລຄຳ ກໍາມະການຄະນະບໍລີຫານງານພັກກະຊວງ, ຮອງປະທານສະຫະພັນກໍາມະບານ ກະຊວງ ແລະ ສະຫາຍ ຄຳຫຼ້າ ວິຈິດວົງສາ, ກໍາມະການຄະນະບໍລິຫານງານພັກກະຊວງ, ເລຂາໜ່ວຍພັກຮາກຖານກົມ ກວດກາ, ຫົວໜ້າກົມ ກວດກາ. ເຊິ່ງກ່ອນອື່ນ ສະຫາຍ ທັງສອງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນງານທີ່ໜ່ວຍກຳມະບານຮາກຖານກົມ ກວດກາ ທີຍາດມາໄດ້ຕະຫຼອດໄລຍະ 5 ປີຜ່ານມາ.

ພ້ອມກັນນີ້, ສະຫາຍ ໄດ້ເນັ້ນໃຫ້ຄະນະໜ່ວຍຊຸດ ໃໝ່ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກກຳມະບານພາຍໃນໜ່ວຍມີທັດສະນະຫຼັກໝັ້ນ, ມີຄຸນສົມບັດ, ສິນທໍາປະຕິວັດ; ຍົກສູງຄວາມຮັບຜິດ ຊອບໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າເພື່ອຮັບປະກັນໃຫ້ການຊີ້ນຳ-ນຳພາວຽກງານໜ່ວຍກຳມະບານຮາກຖານກົມ ກວດກາ ໃນຕໍ່ໜ້າ ໃຫ້ເຕີບໃຫຍ່, ເຂັ້ມແຂງ ແລະ ໜັກແໜ້ນກວ່າເກົ່າ; ສືບຕໍ່ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າໃນແຕ່ລະໄລຍະ ໃຫ້ບັນລຸຕາມແຜນການທີ່ວາງໄວ້ ພ້ອມທັງຮັກສາມູນເຊື້ອອັນດີງານຂອງຕົນ ໃຫ້ໜັກແໜ້ນ; ນໍາພາກຳມະບານກົມ ກວດກາ ກາຍເປັນກຳມະບານແບບຢ່າງໃນການເຄື່ອນໄຫວວຽກງານຕ່າງໆ

ເຊັ່ນ: ວຽກງານວິຊາສະເພາະ, ວຽກງານຂະບວນການ, ວຽກງານຊ່ວຍເຫຼືອສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານກວດກາ ແລະ ວຽກງານອື່ນໆ; ສືບຕໍ່ຍົກສູງບົດບາດການເປັນເສນາທິການໃຫ້ການນຳກະຊວງ, ຄະນະກົມກວດກາ ແລະ ຄະນະບໍລິຫານງານກຳມະບານກະຊວງ ໃນການຈັດຕັ້ງປະຕິບັດບັນດາມະຕິ, ຄໍາສັ່ງ, ຄໍາແນະນຳ, ແຈ້ງການຂອງຂັ້ນເທິງ, ກົດໝາຍ ແລະ ລະບຽບການຂອງລັດວາງອອກຢ່າງເຂັ້ມງວດ ໄປພ້ອມໆກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງລັດ, ແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃນແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ.

ພາບ ແລະ ຂ່າວ: ກົງເມັງ ລີຕົ່ງປາວ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506