
ກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍກຳມະບານຮາກຖານ ກົມຄຸ້ມຄອງພະລັງງານ ໄດ້ໄຂຂື້ນ ແລະ ອັດລົງຢ່າງຈົບງາມໃນວັນທີ 01 ກໍລະກົດ 2024 ພາຍໃຕ້ການເປັນປະທານຂອງ ສະຫາຍ ທຳມະນູນ ນາຄະວິດ,ຄະນະບໍລິຫານງານກຳມະບານກະຊວງ, ປະທານໜ່ວຍກຳມະບານຮາກຖານ ກົມຄຸ້ມຄອງພະລັງງານ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ເພັດສະຫວັນ ລັດຕະນະທົງໄຊ ຄະນະພັກກະຊວງ, ຄະນະບໍລິຫານງານສູນການສະຫະພັນກຳມະບານລາວ, ປະທານສະຫະພັນກຳມະບານ ກະຊວງພະລັງງານ ແລະ ບໍ່ແຮ່; ສະຫາຍ ຫຸມພັນ ວົງພະຈັນ ຮອງເລຂາໜ່ວຍພັກກົມຄຸ້ມຄອງພະລັງງານ ຜູ້ຊີ້ນຳວຽກງານ 3 ອົງການຈັດຕັ້ງ, ຮອງຫົວໜ້າກົມຄຸ້ມຄອງພະລັງງານ; ມີບັນດາ ສະຫາຍ ປະທານ/ຮອງປະທານ/ກຳມະການ ແລະ ສະມາຊິກ ຂອງ ໜ່ວຍກຳມະບານຮາກຖານ ອ້ອມຂ້າງກະຊວງ, ສະຫາຍປະທານໜ່ວຍສະຫະພັນແມ່ຍິງ, ສະຫາຍເລຂາໜ່ວຍຮາກຖານ ຊປປລ ກົມຄຸ້ມຄອງພະລັງງານ, ພ້ອມດ້ວຍຜູ້ແທນກອງປະຊຸມໃຫຍ່ ເຂົ້າຮ່ວມທັງ ໝົດ 45 ສະຫາຍ, ມີຜູ້ແທນສົມບູນ 29 ສະຫາຍ, ຍິງ 5 ສະຫາຍ, ແຂກຖືກເຊີນ 16 ສະຫາຍ, ຍິງ 7 ສະຫາຍ

ກອງປະຊຸມໃຫຍ່ຄັ້ງນີ້, ໄດ້ຕົກລົງເຫັນດີ ແລະ ຮັບຮອງເອົາຫຼາຍບັນຫາທີ່ສຳຄັນ ເຊິ່ງເປັນພື້ນຖານໃຫ້ແກ່ການຊີ້ນຳ-ນຳພາວຽກງານໜ່ວຍກຳມະບານຮາກຖານ ກົມຄຸ້ມຄອງພະລັງງານ ເປັນຕົ້ນແມ່ນ:
1. ກອງປະຊຸມໄດ້ຮັບຟັງການລາຍງານບົດລາຍງານການເມືອງ ທັງສອງພາກ ທີ່ສະເໜີໂດຍ ສະຫາຍ ທຳມະນູນ ນາຄະວິດ, ຄະນະບໍລິຫານງານກຳມະບານກະຊວງ, ປະທານໜ່ວຍກໍາມະບານຮາກຖານ ກົມຄຸ້ມຄອງພະລັງງານ. ໃນບົດລາຍງານດັ່ງກ່າວ ໄດ້ຕີລາຄາຢ່າງພາວະວິໄສ ເຖິງຜົນສຳເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການເຄື່ອນໄຫວວຽກງານກຳມະບານຢູ່ພາຍໃນກົມຄຸ້ມຄອງພະລັງງານ. ໜ່ວຍກຳມະບານຮາກຖານກົມຄຸ້ມຄອງພະລັງງານ ເປັນໜຶ່ງໃນ 3 ອົງການຈັດຕັ້ງມະຫາຊົນ ພາຍໃຕ້ການຊີ້ນຳ-ນຳພາ ໂດຍກົງ ແລະ ຮອບດ້ານ ຂອງໜ່ວຍພັກກົມຄຸ້ມຄອງພະລັງງານ ແລະ ໜ່ວຍກຳມະບານຮາກຖານ ກົມຄຸ້ມຄອງພະລັງງານ ມີພາລະບົດບາດເປັນເສນາທິການໃຫ້ໜ່ວຍພັກກົມຄຸ້ມຄອງພະລັງງານ, ຄະນະກົມ ແລະ ຄະນະບໍລິຫານງານສະຫະພັນກຳມະບານກະຊວງ ໃນການເຕົ້າໂຮມຄວາມສາມັກຄີພາຍໃນກົມຄຸ້ມຄອງພະລັງງານ ໃຫ້ມີຄວາມປຶກແຜ່ນແໜ້ນໜາ, ຊ່ວຍເຫຼືອຮັກແພງເຊິ່ງກັນ ແລະ ກັນ; ຕິດຕາມ, ກໍ່ສ້າງ ແລະ ຝຶກຝົນຫຼໍ່ຫຼອມ ໃຫ້ກັບສະມາຊິກ ໃຫ້ມີຄຸນທາດການເມືອງ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້, ຄວາມສະມາດ ກາຍເປັນພະນັກງານ-ຫຼັກແຫຼ່ງ, ພະນັກງານຜູ້ສືບທອດຂອງພັກ. ປະຈຸບັນ ໜ່ວຍກຳມະບານຮາກຖານ ກົມຄຸ້ມຄອງພະລັງງານ ມີຄະນະ ໜ່ວຍ 3 ສະຫາຍ, ຍິງ 1 ສະຫາຍ; ມີສະມາຊິກກຳມະບານທັງໝົດ 31 ສະຫາຍ, ທີ່ເປັນພະນັກງານລັດຖະກອນທັງໝົດ 29 ສະຫາຍ, ຍິງ 6 ສະຫາຍ ໃນນັ້ນມີພະນັກງານຊ່ວຍວຽກ ຈຳນວນ 2 ສະຫາຍ, ຍິງ 1 ສະຫາຍ. ປະກອບມີ 5 ຈຸ ຄື: ຈຸພະແນກສັງລວມຂໍ້ມູນຂ່າວສານ, ຈຸພະແນກຄຸ້ມຄອງມາດຕະຖານ ແລະ ລະບຽບການ, ຈຸພະແນກຄຸ້ມຄອງໂຄງການພະລັງງານ, ຈຸພະແນກຄຸ້ມຄອງກິດຈະການພະລັງງານ ແລະ ຈຸພະແນກຄຸ້ມຄອງນ້ຳມັນເຊື້ອໄຟ. ຕະຫຼອດໄລຍະ 5 ປີທີ່ຜ່ານມາ ພາຍໃຕ້ການຊີ້ນໍາໂດຍກົງ ຂອງຄະນະຫນ່ວຍພັກກົມຄຸ້ມຄອງພະລັງງານ ແລະ ຄະນະບໍລິຫານງານສະຫະພັນກຳມະບານກະຊວງ, ໜ່ວຍກຳມະບານຮາກຖານກົມຄຸ້ມຄອງພະລັງງານ ພວກເຮົາໄດ້ເອົາໃສ່ໃຈປະກອບສ່ວນຢ່າງຫ້າວຫັນ, ອົດທົນ ແລະ ຢ່າງມີຫົວຄິດປະດິດສ້າງ ໃນການຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຕົນ;

2. ກອງປະຊຸມໄດ້ຈັດຕັ້ງພິທີມອບ-ຮັບໃບຍ້ອງຍໍໃຫ້ກົມກອງລວມໝູ່ ແລະ ບຸກຄົນດີເດັ່ນ ຜູ້ທີ່ມີຜົນງານດີປະກອບສ່ວນເຫືອແຮງ ແລະ ສະຕິປັນຍາ ເຂົ້າໃນການເຄື່ອນໄຫວວຽກງານກຳມະບານຕະຫຼອດໄລຍະ 5 ປີ (2019-2023) ທີ່ຜ່ານມາ ໂດຍມີສະມາຊິກກຳມະບານພາຍໃນໜ່ວຍໄດ້ຮັບການຍ້ອງຍໍທັງໝົດ 39 ສະຫາຍ, ໃນນີ້ໄດ້ຮັບການຍ້ອງຍໍປະເພດ 1: ຈໍານວນ 39 ສະຫາຍ;

3. ກອງປະຊຸມ ໄດ້ຮັບຟັງ ການໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງ ສະຫາຍ ຫຸມພັນ ວົງພະຈັນ, ຮອງເລຂາໜ່ວຍພັກ, ກົມຄຸ້ມຄອງພະລັງງານ, ເຊິ່ງ ສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນງານທີ່ ໜ່ວຍກຳມະບານຮາກຖານ ກົມຄຸ້ມຄອງພະລັງງານ ຍາດມາໄດ້ໃນໄລຍະ ຜ່ານມາ. ພ້ອມນັ້ນສະຫາຍໄດ້ເນັ້ນໜັກໃຫ້ສະມາຊິກກຳມະບານເອົາໃຈໃສ່ວຽກງານການເມືອງແນວຄິດ, ກຳແໜ້ນທິດທາງນະໂຍບາຍຂອງພັກລັດ, ພ້ອມທັງນຳເອົາທິດທາງແຜນການດັ່ງກ່າວໄປຜັນຂະຫຍາຍເປັນອັນລະອຽດ, ເອົາໃຈໃສ່ຈັດຕັ້ງປະຕິບັດຂໍ້ແຂ່ງຂັນກຳມະບານ 5 ເປັນເຈົ້າໃນແຕ່ລະດ້ານໃຫ້ບັນລຸຜົນສຳເລັດ;

4. ກອງປະຊຸມໃຫຍ່ ໄດ້ຮັບຟັງການລາຍງານບົດສໍາຫຼວດການນຳພາລວມຂອງຄະນະໜ່ວຍຊຸດທີ II, ພ້ອມກັນນີ້ ຄະນະໜ່ວຍຊຸດທີ II ກໍ່ໄດ້ພ້ອມກັນກ່າວອໍາລາໜ້າທີ່ ທີ່ໄດ້ຮັບການມອບໝາຍຕະຫຼອດໄລຍະ 5 ປີທີ່ຜ່ານມາ; ຫຼັງຈາກນັ້ນ, ພາຍຫລັງທີ່ໄດ້ຜ່ານຮ່າງບົດສຳຫລວດການຊີ້ນຳ-ນຳພາລວມ ຂອງຄະນະໜ່ວຍກຳມະບານຮາກຖານກົມຄຸ້ມຄອງພະລັງງານ ປະທານກຳມະບານໜ່ວຍຮາກຖານກົມຄຸ້ມຄອງພະລັງງານ ກໍໄດ້ ໃຫ້ຜູ້ແທນກອງປະຊຸມໃຫຍ່ ປະກອບຄຳຄິດຄຳເຫັນ ຕໍ່ບົດລາຍງານການເມືອງ ທັງ 2 ພາກ ແລະ ບົດສຳຫລວດ ການຊີ້ນຳ-ນຳພາ ຂອງຄະນະໜ່ວຍກຳມະບານຮາກຖານກົມຄຸ້ມຄອງພະລັງງານ ຕະຫລອດໄລຍະ 5 ປີ ຜ່ານມາ ແລະ ຍົກບັດປະຊາມະຕິຮັບຮອງເອົາຢ່າງເປັນເອກະສັນ;
5. ກອງປະຊຸມໄດ້ດຳເນີນການໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະໜ່ວຍຊຸດໃໝ່ (ຊຸດທີ 3) ໂດຍມີຜູ້ລົງສະໝັກຮັບເລືອກຕັ້ງຈຳນວນ 5 ສະຫາຍ (ຍິງ 1 ສະຫາຍ) ເລືອກເອົາ 3 ສະຫາຍ. ຜ່ານການໃຊ້ສິດປະຊາທິປະໄຕຂອງຜູ້ແທນກອງປະຊຸມ ສາມາດເລືອກໄດ້ ສະຫາຍ ນາງ ຄອນສະຫວັນ ສະກຸນຄູ ເປັນປະທານໜ່ວຍ; ສະຫາຍ ສີຫວ່າງ ໄຊຍະວົງ ເປັນຮອງປະທານ ແລະ ສະຫາຍ ໄຊສະຫວັນ ລັດຖະຈັກ ເປັນກຳມະການ; ທັງເປັນປະທານກວດກາ;

6. ຕອນທ້າຍກອງປະຊຸມໃຫຍ່ ໄດ້ຮັບຟັງ ການໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງ ສະຫາຍ ເພັດສະຫວັນ ລັດຕະນະທົງໄຊ, ກໍາມະການພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ປະທານສະຫະພັນກໍາມະບານກະຊວງພະລັງງານ ແລະ ບໍ່ແຮ່ ເຊິ່ງກ່ອນອື່ນ ສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນງານທີ່ໜ່ວຍຮາກຖານ ກຳມະບານ ກົມຄຸ້ມຄອງພະລັງງານ ຍາດມາໄດ້ຕະຫຼອດໄລຍະ 5 ປີຜ່ານມາ. ພ້ອມກັນນີ້, ສະຫາຍ ຍັງໄດ້ເນັ້ນໃຫ້ຄະນະໜ່ວຍຊຸດໃໝ່ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກກຳມະບານພາຍໃນໜ່ວຍ ມີທັດສະນະຫຼັກໝັ້ນ, ມີຄຸນສົມບັດ, ສິນທໍາປະຕິວັດ; ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ ເພື່ອຮັບປະກັນໃຫ້ການຊີ້ນຳ-ນຳພາວຽກງານກຳມະບານ ຂອງກົມຄຸ້ມຄອງພະລັງງານໃນຕໍ່ໜ້າ ເຕີບໃຫຍ່, ເຂັ້ມແຂງ ແລະ ໜັກແໜ້ນກວ່າເກົ່າ; ຈັດຕັ້ງປະຕິບັດຂໍ້ແຂງຂັນ 5 ເປັນເຈົ້າ ໃນແຕ່ລະໄລຍະ ໃຫ້ບັນລຸຕາມແຜນການທີ່ວາງໄວ້ ພ້ອມທັງຮັກສາມູນເຊື້ອອັນດີງານຂອງຕົນ ໃຫ້ໜັກແໜ້ນ; ນໍາພາກຳມະບານ ກົມຄຸ້ມຄອງພະລັງງານ ກາຍເປັນກຳມະບານແບບຢ່າງໃນການເຄື່ອນໄຫວວຽກງານຕ່າງໆ ເຊັ່ນ: ວຽກງານວິຊາສະເພາະ, ວຽກງານຂະບວນການ, ວຽກງານຊ່ວຍເຫຼືອສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານອື່ນໆ;

7. ກອງປະຊຸມໄດ້ຮຽກຮ້ອງໃຫ້ ຄະນະໜ່ວຍຊຸດໃໝ່ ແລະ ສະມາຊິກກຳມະບານພາຍໃນໜ່ວຍກຳມະບານຮາກຖານກົມຄຸ້ມຄອງພະລັງງານ ສືບຕໍ່ຍົກສູງບົດບາດການເປັນເສນາທິການໃຫ້ການນຳກະຊວງ, ຄະນະກົມ ແລະ ຄະນະບໍລິຫານງານສະຫະພັນກຳມະບານກະຊວງ ໃນການຈັດຕັ້ງປະຕິບັດບັນດາມະຕິ, ຄໍາສັ່ງ, ຄໍາແນະນຳ, ແຈ້ງການ ຂອງຂັ້ນເທິງ, ກົດໝາຍ ແລະ ລະບຽບການຂອງລັດວາງອອກຢ່າງເຂັ້ມງວດ ໄປພ້ອມໆກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງລັດ, ແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃນແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ.
ພາບ ແລະ ຂ່າວ: ວັນໄຊ ສີສົມພູ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506