
ກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍ ກຳມະບານຮາກຖານ ກົມທຸລະກິດພະລັງງານ ໄດ້ໄຂຂື້ນ ແລະ ອັດລົງດ້ວຍຜົນສຳເລັດຢ່າງຈົບງາມໃນຕອນເຊົ້າວັນທີ 17 ກໍລະກົດ 2024 ນີ້ ຢູ່ຫ້ອງປະຊຸມໃຫຍ່ຊັ້ນ 5 ຕຶກ 1, ພາຍໃຕ້ການເປັນປະທານຂອງ ສະຫາຍ ເສີມສິດທິ ສຸມຸນທາ, ຄະນະບໍລິຫານງານສະຫະພັນກຳມະບານ ກະຊວງ ພະລັງງານ ແລະ ບໍ່ແຮ່, ປະທານໜ່ວຍກຳມະບານຮາກຖານ ກົມທຸລະກິດພະລັງງານ. ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ຊີ້ນຳການດຳເນີນກອງປະຊຸມໃຫຍ່ຂອງ ສະຫາຍ ປອ ອານຸສັກ ພົງສະຫວັດ, ຮອງປະທານຄະນະບໍລິຫານງານສະຫະພັນກຳມະບານ ກະຊວງພະລັງງານ ແລະ ບໍ່ແຮ່; ສະຫາຍ ສົມພິດ ແກ້ວວິຈິດ ເລຂາໜ່ວຍພັກ, ຫົວໜ້າກົມທຸລະກິດພະລັງງານ;

ມີບັນດາສະຫາຍ ຄະນະບໍລິຫານງານກຳມະບານກະຊວງພະລັງງານ ແລະ ບໍ່ແຮ່; ຄະນະໜ່ວຍພັກ, ຄະນະກົມທຸລະກິດພະລັງງານ; ຄະນະກຳມະບານຮາກຖານ, ໜ່ວຍຮາກຖານ ອ້ອມຂ້າງກະຊວງ, ຕາງໜ້າອົງການຈັດຕັ້ງພາຄີ ຊາວໜຸ່ມ ແລະ ແມ່ຍິງ ພ້ອມດ້ວຍຜູ້ແທນກອງປະຊຸມໃຫຍ່ ເຂົ້າຮ່ວມທັງໝົດ 63 ສະຫາຍ.

ສະຫາຍ ເສີມສິດທິ ສຸມຸນທາ ຄະນະບໍລິຫານງານສະຫະພັນກຳມະບານ ກະຊວງ ພະລັງງານ ແລະ ບໍ່ແຮ່, ປະທານໜ່ວຍກຳມະບານຮາກຖານ ກົມທຸລະກິດພະລັງງານ ໄດ້ຂຶ້ນກ່າວເປີດກອງປະຊຸມ ພ້ອມທັງລາຍງານບົດລາຍງານການເມືອງທັງສອງພາກຕໍ່ກອງປະຊຸມ. ໃນບົດລາຍງານດັ່ງກ່າວ ໄດ້ຕີລາຄາຢ່າງພາວະວິໄສ ເຖິງຜົນສຳເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການເຄື່ອນໄຫວວຽກງານກຳມະບານຢູ່ພາຍໃນກົມທຸລະກິດພະລັງງານ. ໜ່ວຍຮາກຖານ ກຳມະບານ ກົມທຸລະກິດພະລັງງານ ເປັນໜຶ່ງໃນ 3 ອົງການຈັດຕັ້ງມະຫາຊົນ ພາຍໃຕ້ການຊີ້ນຳ-ນຳພາ ໂດຍກົງ ແລະ ຮອບດ້ານ ຂອງໜ່ວຍພັກກົມທຸລະກິດພະລັງງານ

ແລະ ຄະນະບໍລິຫານງານ ກຳມະບານ ກະຊວງ ມີພາລະບົດບາດເປັນເສນາທິການໃຫ້ໜ່ວຍພັກກົມທຸລະກິດພະລັງງານ, ຄະນະກົມທຸລະກິດພະລັງງານ ແລະ ຄະນະບໍລິຫານງານ ກຳມະບານກະຊວງ ໃນການເຕົ້າໂຮມຄວາມສາມັກຄີພາຍໃນກົມທຸລະກິດພະລັງງານ ໃຫ້ມີຄວາມປຶກແຟ້ນແໜ້ນໜາ, ຊ່ວຍເຫຼືອຮັກແພງເຊິ່ງກັນ ແລະ ກັນ; ຕິດຕາມ, ກໍ່ສ້າງ ແລະ ຝຶກຝົນຫຼໍ່ຫຼອມ ໃຫ້ກັບສະມາຊິກ ໃຫ້ມີຄຸນທາດການເມືອງ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້, ຄວາມສະມາດ ກາຍເປັນພະນັກງານ-ຫຼັກແຫຼ່ງ, ພະນັກງານຜູ້ສືບທອດຂອງພັກ. ປັດຈຸບັນ ມີຄະນະໜ່ວຍ 3 ສະຫາຍ; ມີສະມາຊິກກໍາມະບານທັງໝົດ 51 ສະຫາຍ ຍິງ 18 ສະຫາຍ, ໃນນີ້ ປະກອບມີ 5 ຈຸຊ່ວຍວຽກຄື: ຈຸພະແນກສັງລວມຂໍ້ມູນຂ່າວສານ, ຈຸພະແນກ ສັນຍາ, ຈຸພະແນກພັດທະນາໂຄງການ, ຈຸສັງຄົມ-ຊຸມຊົນ ແລະ ສິ່ງແວດລ້ອມ ແລະ ຈຸຕິດຕາມໂຄງການ……

ຫຼັງຈາກນັ້ນ, ຜູ້ແທນກອງປະຊຸມໃຫຍ່ ກໍ່ໄດ້ພ້ອມກັນປະກອບຄຳເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ຮ່າງບົດລາຍງານການເມືອງມີເນື້ອໃນຄົບຖ້ວນ, ສົມບູນ ແລະ ພ້ອມກັນຮັບຮອງເອົາຢ່າງເປັນເອກະສັນ.
ກອງປະຊຸມໃຫຍ່ ໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງ ສະຫາຍ ສົມພິດ ແກ້ວວິຈິດ, ເລຂາໜ່ວຍພັກ, ຫົວໜ້າກົມທຸລະກິດພະລັງງານ. ສະຫາຍ ຮຽກຮ້ອງໃຫ້ສະມາຊິກກຳມບານພາຍໃນໜ່ວຍຈົ່ງສືບຊູ່ ແລະ ຍົກສູງຄວາມຮັບຜະດຊອບໜ້າທີ່ການເມືອງຂອງຕົນໃຫ້ໜັກແໜ້ນກວ່າເກົ່າໂດຍສະເພາະໃນ ສະພາບເສດຖະກິດທີ່ມີຄວາມອ່ອນໄຫວໃນປັດຈຸບັນນີ້ ສະຫາຍ ໄດ້ເນັ້ນໃສ່ໃຫ້ຄະນະກຳມະບານຊຸດໃໝ່ທີ່ຈະເລືອກຕັ້ງໃນມື້ນີ້ ສຶບຕໍ່ສຶກສາອົບຮົມວຽກງານແນວຄິດການເມືອງໃຫ້ແກ່ບັນດາສະມາຊິກກຳມະບານ ໃຫ້ເອົາໃຈໃສ່ປັບປຸງແກ້ໄຂຂໍ້ຄົງຄ້າງຂອງຕົນ ໂດຍສະເພາະ ວຽກງານວິຊາສະເພາະໃຫ້ຫຼາຍຂຶ້ນ. ອີກອັນໜຶ່ງ, ໃຫ້ເອົາໃຈໃສ່ ຕໍ່ກັບວຽກງານກວດກາ ແມ່ນໃຫ້ມີການຕຳນິສົ່ງຂ່າວກັນຢ່າງກົງໄປກົງມາໃຫ້ຫຼາຍຍິ່ງຂຶ້ນ ເພື່ອເປັນການກໍ່ສ້າງສະມາຊິກ ໃຫ້ມີແນວຄິດໜັກແໜ້ນ, ອຸ່ນອ່ຽງທຸນທ່ຽງ ຕໍ່ກັບແນວທາງການນຳພາຂອງພັກ.

ກອງປະຊຸມໃຫຍ່ ໄດ້ຈັດຕັ້ງພິທີ ມອບ-ຮັບ ໃບຍ້ອງຍໍໃຫ້ກົມກອງລວມໝູ່ ແລະ ບຸກຄົນດີເດັ່ນ ຜູ້ທີ່ມີຜົນງານດີປະກອບສ່ວນເຫືອແຮງ ແລະ ສະຕິປັນຍາ ເຂົ້າໃນການເຄື່ອນໄຫວວຽກງານກຳມະບານຕະຫຼອດໄລຍະ 5 ປີທີ່ຜ່ານມາ ໂດຍມີສະມາຊິກກໍາມະບານພາຍໃນໜ່ວຍໄດ້ຮັບການຍ້ອງຍໍທັງໝົດ 51 ສະຫາຍ, ໃນນີ້ໄດ້ຮັບການຍ້ອງຍໍປະເພດ 1: ຈໍານວນ 46 ສະຫາຍ. ປະເພດ 2: ຈຳນວນ 5 ສະຫາຍ……

ພ້ອມກັນນີ້, ຜູ້ແທນກອງປະຊຸມໃຫຍ່ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະໜ່ວຍຊຸດໃໝ່ ເພື່ອສືບຕໍ່ຊີ້ນຳ-ນຳພາອົງການຈັດຕັ້ງກຳມະບານຂອງຕົນໃນ 5 ປີຕໍ່ໜ້າໃຫ້ເຕີບໃຫຍ່, ເຂັ້ມແຂງ. ຜ່ານການປ່ອນບັດຕົວຈິງ ສາມາດຄັດເລືອກໄດ້ 3 ສະຫາຍ ຈາກຜູ້ລົງສະໝັກທັງໝົດ 5 ສະຫາຍຄື:
1) ສະຫາຍ ດວງໃຈ ນັນທະສອນ ເປັນປະທານໜ່ວຍ;
2) ສະຫາຍ ພອນໄຊ ພົງສະຫວັດ ເປັນຮອງປະທານ,
3) ສະຫາຍ ຄໍາພວງ ທອງວິດາວອນ ເປັນກຳມະການ,ທັງເປັນປະທານກວດກາ;

ຕອນທ້າຍຂອງກອງປະຊຸມໃຫຍ່ ໄດ້ຮັບຟັງ ການໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງ ສະຫາຍ ປອ ອານຸສັກ ພົງສະຫວັດ, ຮອງປະທານຄະນະບໍລິຫານງານສະຫະພັນກຳມະບານ ກະຊວງພະລັງງານ ແລະ ບໍ່ແຮ່ ເຊິ່ງກ່ອນອື່ນ ສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນງານທີ່ໜ່ວຍກຳມະບານຮາກຖານ ກທພ ຍາດມາໄດ້ຕະຫຼອດໄລຍະ 5 ປີຜ່ານມາ. ພ້ອມກັນນີ້, ສະຫາຍ ໄດ້ເນັ້ນໃຫ້ຄະນະໜ່ວຍຊຸດໃໝ່ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກກຳມະບານພາຍໃນໜ່ວຍມີທັດສະນະຫຼັກໝັ້ນ, ມີຄຸນສົມບັດ, ສິນທໍາປະຕິວັດ; ຍົກສູງຄວາມຮັບຜິດ ຊອບໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ

ເພື່ອຮັບປະກັນໃຫ້ການຊີ້ນຳ-ນຳພາວຽກງານໜ່ວຍກຳມະບານຮາກຖານ ກທພ ໃນຕໍ່ໜ້າ ໃຫ້ເຕີບໃຫຍ່, ເຂັ້ມແຂງ ແລະ ໜັກແໜ້ນກວ່າເກົ່າ; ສືບຕໍ່ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ໃນແຕ່ລະໄລຍະ ໃຫ້ບັນລຸຕາມແຜນການທີ່ວາງໄວ້ ພ້ອມທັງຮັກສາມູນເຊື້ອອັນດີງານຂອງຕົນ ໃຫ້ໜັກແໜ້ນ; ນໍາພາກຳມະບານກົມທຸລະກິດພະລັງງານ ກາຍເປັນກຳມະບານແບບຢ່າງໃນການເຄື່ອນໄຫວວຽກງານຕ່າງໆ ເຊັ່ນ: ວຽກງານວິຊາສະເພາະ, ວຽກງານຂະບວນການ, ວຽກງານຊ່ວຍເຫຼືອສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານກວດກາ ແລະ ວຽກງານອື່ນໆ; ສືບຕໍ່ຍົກສູງບົດບາດການເປັນເສນາທິການໃຫ້ການນຳກະຊວງ, ຄະນະກົມທຸລະກິດພະລັງງານ ແລະ ຄະນະບໍລິຫານງານກຳມະບານກະຊວງ ໃນການຈັດຕັ້ງປະຕິບັດບັນດາມະຕິ, ຄໍາສັ່ງ, ຄໍາແນະນຳ, ແຈ້ງການ ຂອງຂັ້ນເທິງ, ກົດໝາຍ ແລະ ລະບຽບການຂອງລັດວາງອອກຢ່າງເຂັ້ມງວດ ໄປພ້ອມໆກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງລັດ, ແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃນແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ.

ພາບ: ສົມສະນຸກ
ຂໍ້ມູນ: ກົມທຸລະກິດພະລັງງານ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la



