ສະຫາຍ ລິດທະນູໂລກ ລາດສະໂພ ໄດ້ຮັບການເລືອກຕັ້ງເປັນປະທານໜ່ວຍກຳມະບານຮາກຖານກົມນະໂຍບາຍ ແລະ ແຜນພະລັງງານ ຄົນໃໝ່

ກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍ ກຳມະບານຮາກຖານ ກົມນະໂຍບາຍ ແລະ ແຜນພະລັງງານ ໄດ້ໄຂຂື້ນ ແລະ ອັດລົງດ້ວຍຜົນສຳເລັດຢ່າງຈົບງາມໃນຕອນເຊົ້າວັນທີ 15 ກໍລະກົດ 2024 ນີ້ ຢູ່ຫ້ອງປະຊຸມໃຫຍ່ຊັ້ນ5, ພາຍໃຕ້ການເປັນປະທານຂອງ ສະຫາຍ ວິທູນລະບັນດິດ ທຸມມະບຸດ ຄະນະບໍລິຫານງານກຳມະບານກະຊວງ, ປະທານໜ່ວຍກຳມະບານຮາກຖານ ກົມນະໂຍບາຍ ແລະ ແຜນພະລັງງານ. ໃຫ້ກຽດ ເຂົ້າຮ່ວມຂອງ ສະຫາຍ ບົວເທບ ມາໄລຄຳ ກຳມະການຄະນະບໍລິຫານງານພັກກະຊວງ, ຮອງປະທານສະຫະພັນກຳມະບານ ກະຊວງພະລັງງານ ແລະ ບໍ່ແຮ່; ສະຫາຍ ນາງ ສັນຕິສຸກ ພິມພະຈັນ ຮອງເລຂາໜ່ວຍພັກ, ຮັກສາການຫົວໜ້າກົມນະໂຍບາຍ ແລະ ແຜນພະລັງງານ; ມີບັນດາສະຫາຍ ຄະນະບໍລິຫານງານກຳມະບານກະຊວງພະລັງງານ ແລະ ບໍ່ແຮ່; ຄະນະໜ່ວຍພັກ, ຄະນະກົມນະໂຍບາຍ ແລະ ແຜນພະລັງງານ; ຄະນະກຳມະບານຮາກຖານ, ໜ່ວຍຮາກຖານ ອ້ອມຂ້າງກະຊວງ, ຕາງໜ້າອົງການຈັດຕັ້ງພາຄີ ຊາວໜຸ່ມ ແລະ ແມ່ຍິງ ພ້ອມດ້ວຍຜູ້ແທນກອງປະຊຸມໃຫຍ່ ເຂົ້າຮ່ວມທັງໝົດ 37 ສະຫາຍ.

ສະຫາຍ ວິທູນລະບັນດິດ ທຸມມະບຸດ ຄະນະບໍລິຫານງານກຳມະບານກະຊວງ, ປະທານໜ່ວຍກຳມະບານຮາກຖານ ກົມນະໂຍບາຍ ແລະ ແຜນພະລັງງານ ໄດ້ຂຶ້ນກ່າວເປີດກອງປະຊຸມ ພ້ອມທັງລາຍງານບົດລາຍງານການເມືອງທັງສອງພາກຕໍ່ກອງປະຊຸມ. ໃນບົດລາຍງານດັ່ງກ່າວ ໄດ້ຕີລາຄາຢ່າງພາວະວິໄສ ເຖິງຜົນສຳເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການເຄື່ອນໄຫວວຽກງານກຳມະບານຢູ່ພາຍໃນກົມນະໂຍບາຍ ແລະ ແຜນພະລັງງານ. ໜ່ວຍຮາກຖານ ກຳມະບານ ກົມນະໂຍບາຍ ແລະ ແຜນພະລັງງານ ເປັນໜຶ່ງໃນ 3 ອົງການຈັດຕັ້ງມະຫາຊົນ ພາຍໃຕ້ການຊີ້ນຳ-ນຳພາ ໂດຍກົງ ແລະ ຮອບດ້ານ ຂອງໜ່ວຍພັກກົມນະໂຍບາຍ ແລະ ແຜນພະລັງງານ ແລະ ຄະນະບໍລິຫານງານ ກຳມະບານ ກະຊວງ ມີພາລະບົດບາດເປັນເສນາທິການໃຫ້ໜ່ວຍພັກກົມນະໂຍບາຍ ແລະ ແຜນພະລັງງານ, ຄະນະກົມກົມນະໂຍບາຍ ແລະ ແຜນພະລັງງານ ແລະ ຄະນະບໍລິຫານງານ ກຳມະບານກະຊວງ ໃນການເຕົ້າໂຮມຄວາມສາມັກຄີພາຍໃນກົມນະໂຍບາຍ ແລະ ແຜນພະລັງງານ ໃຫ້ມີຄວາມປຶກແຟ້ນແໜ້ນໜາ, ຊ່ວຍເຫຼືອຮັກແພງເຊິ່ງກັນ ແລະ ກັນ; ຕິດຕາມ, ກໍ່ສ້າງ ແລະ ຝຶກຝົນຫຼໍ່ຫຼອມ ໃຫ້ກັບສະມາຊິກ ໃຫ້ມີຄຸນທາດການເມືອງ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້, ຄວາມສະມາດ ກາຍເປັນພະນັກງານ-ຫຼັກແຫຼ່ງ, ພະນັກງານຜູ້ສືບທອດຂອງພັກ. ປັດຈຸບັນ ມີຄະນະໜ່ວຍ 3 ສະຫາຍ, ຍິງ 1 ສະຫາຍ; ມີສະມາຊິກທັງ ໝົດ 30 ສະຫາຍ, ຍິງ 10 ສະຫາຍ ໃນນີ້, ເປັນສະມາຊິກພັກ 23 ສະຫາຍ ເປັນຍິງ 7 ສະຫາຍ, ເປັນສະມາຊິກກໍາມະບານ 30 ສະຫາຍ, ເປັນສະມາຊິກແມ່ຍິງ 10 ສະຫາຍ ; ປະກອບມີ 5 ຈຸຊ່ວຍວຽກ.

ຫຼັງຈາກນັ້ນ, ຜູ້ແທນກອງປະຊຸມໃຫຍ່ ກໍ່ໄດ້ພ້ອມກັນປະກອບຄຳເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ຮ່າງບົດລາຍງານການເມືອງມີເນື້ອໃນຄົບຖ້ວນ, ສົມບູນ ແລະ ພ້ອມກັນຮັບຮອງເອົາຢ່າງເປັນເອກະສັນ.
ກອງປະຊຸມໃຫຍ່ ໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງ ສະຫາຍ ນາງ ສັນຕິສຸກ ພິມພະຈັນ, ຮອງເລຂາໜ່ວຍພັກ, ຮັກສາການແທນຫົວໜ້າກົມນະໂຍບາຍ ແລະ ແຜນພະລັງງານ. ສະຫາຍ ຮຽກຮ້ອງໃຫ້ສະມາຊິກກຳມບານພາຍໃນໜ່ວຍຈົ່ງສືບຊູ່ ແລະ ຍົກສູງຄວາມຮັບຜະດຊອບໜ້າທີ່ການເມືອງຂອງຕົນໃຫ້ໜັກແໜ້ນກວ່າເກົ່າໂດຍສະເພາະໃນ ສະພາບເສດຖະກິດທີ່ມີຄວາມອ່ອນໄຫວໃນປັດຈຸບັນນີ້ ສະຫາຍ ໄດ້ເນັ້ນໃສ່ໃຫ້ຄະນະກຳມະບານຊຸດໃໝ່ທີ່ຈະເລືອກຕັ້ງໃນມື້ນີ້ ສຶບຕໍ່ສຶກສາອົບຮົມວຽກງານແນວຄິດການເມືອງໃຫ້ແກ່ບັນດາສະມາຊິກກຳມະບານ ໃຫ້ເອົາໃຈໃສ່ປັບປຸງແກ້ໄຂຂໍ້ຄົງຄ້າງຂອງຕົນ ໂດຍສະເພາະ ວຽກງານວິຊາສະເພາະໃຫ້ຫຼາຍຂຶ້ນ. ອີກອັນໜຶ່ງ, ໃຫ້ເອົາໃຈໃສ່ ຕໍ່ກັບວຽກງານກວດກາ ແມ່ນໃຫ້ມີການຕຳນິສົ່ງຂ່າວກັນຢ່າງກົງໄປກົງມາໃຫ້ຫຼາຍຍິ່ງຂຶ້ນ ເພື່ອເປັນການກໍ່ສ້າງສະມາຊິກ ໃຫ້ມີແນວຄິດໜັກແໜ້ນ, ອຸ່ນອ່ຽງທຸນທ່ຽງ ຕໍ່ກັບແນວທາງການນຳພາຂອງພັກ.
ກອງປະຊຸມໃຫຍ່ ໄດ້ຈັດຕັ້ງພິທີມອບ-ຮັບໃບຍ້ອງຍໍໃຫ້ກົມກອງລວມໝູ່ ແລະ ບຸກຄົນດີເດັ່ນ ຜູ້ທີ່ມີຜົນງານດີປະກອບສ່ວນເຫືອແຮງ ແລະ ສະຕິປັນຍາ ເຂົ້າໃນການເຄື່ອນໄຫວວຽກງານກຳມະບານຕະຫຼອດໄລຍະ 5 ປີທີ່ຜ່ານມາ ໂດຍມີສະມາຊິກກຳມະບານພາຍໃນໜ່ວຍໄດ້ຮັບການຍ້ອງຍໍທັງໝົດ 31 ສະຫາຍ, ໃນນີ້ໄດ້ຮັບການຍ້ອງຍໍປະເພດ 1: ຈໍານວນ 25 ສະຫາຍ ແລະ ປະເພດ 2: ຈໍານວນ 6 ສະຫາຍ.
ພ້ອມກັນນີ້, ຜູ້ແທນກອງປະຊຸມໃຫຍ່ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະໜ່ວຍຊຸດໃໝ່ ເພື່ອສືບຕໍ່ຊີ້ນຳ-ນຳພາອົງການຈັດຕັ້ງກຳມະບານຂອງຕົນໃນ 5 ປີຕໍ່ໜ້າໃຫ້ເຕີບໃຫຍ່, ເຂັ້ມແຂງ. ຜ່ານການປ່ອນບັດຕົວຈິງ ສາມາດຄັດເລືອກໄດ້ 3 ສະຫາຍ ຈາກຜູ້ລົງສະໝັກທັງໝົດ 5 ສະຫາຍຄື:
1) ສະຫາຍ ລິດທະນຸໂລກ ລາດສະໂພ ເປັນປະທານ;
2) ສະຫາຍ ນາງ ຈັນສະຫວັນ ແກ້ວວິໄຊ ເປັນຮອງປະທານ;
3) ສະຫາຍ ລໍາພອນ ດີມະນີວົງ ເປັນກຳມະການ ທັງເປັນ ປະທານກວດກາ;
ຕອນທ້າຍຂອງກອງປະຊຸມໃຫຍ່ ໄດ້ຮັບຟັງ ການໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງ ສະຫາຍ ບົວເທບ ມາໄລຄຳ ຄະນະພັກກະຊວງ, ກຳມະການຄະນະບໍລິຫານງານພັກກະຊວງ, ຮອງປະທານກຳມະບານ ກະຊວງພະລັງງານ ແລະ ບໍ່ແຮ່ ເຊິ່ງກ່ອນອື່ນ ສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນງານທີ່ໜ່ວຍກຳມະບານຮາກຖານ ກນຜ ຍາດມາໄດ້ຕະຫຼອດໄລຍະ 5 ປີຜ່ານມາ. ພ້ອມກັນນີ້, ສະຫາຍ ໄດ້ເນັ້ນໃຫ້ຄະນະໜ່ວຍຊຸດໃໝ່ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກກຳມະບານພາຍໃນໜ່ວຍມີທັດສະນະຫຼັກໝັ້ນ, ມີຄຸນສົມບັດ, ສິນທໍາປະຕິວັດ; ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ ເພື່ອຮັບປະກັນໃຫ້ການຊີ້ນຳ-ນຳພາວຽກງານໜ່ວຍກຳມະບານຮາກຖານ ກນຜ ໃນຕໍ່ໜ້າ ໃຫ້ເຕີບໃຫຍ່, ເຂັ້ມແຂງ ແລະ ໜັກແໜ້ນກວ່າເກົ່າ; ສືບຕໍ່ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ໃນແຕ່ລະໄລຍະ ໃຫ້ບັນລຸຕາມແຜນການທີ່ວາງໄວ້ ພ້ອມທັງຮັກສາມູນເຊື້ອອັນດີງານຂອງຕົນ ໃຫ້ໜັກແໜ້ນ; ນໍາພາກຳມະບານກົມນະໂຍບາຍ ແລະ ແຜນພະລັງງານ ກາຍເປັນກຳມະບານແບບຢ່າງໃນການເຄື່ອນໄຫວວຽກງານຕ່າງໆ ເຊັ່ນ: ວຽກງານວິຊາສະເພາະ, ວຽກງານຂະບວນການ, ວຽກງານຊ່ວຍເຫຼືອສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານກວດກາ ແລະ ວຽກງານອື່ນໆ; ສືບຕໍ່ຍົກສູງບົດບາດການເປັນເສນາທິການໃຫ້ການນຳກະຊວງ, ຄະນະກົມນະໂຍບາຍ ແລະ ແຜນພະລັງງານ ແລະ ຄະນະບໍລິຫານງານກຳມະບານກະຊວງ ໃນການຈັດຕັ້ງປະຕິບັດບັນດາມະຕິ, ຄໍາສັ່ງ, ຄໍາແນະນຳ, ແຈ້ງການ ຂອງຂັ້ນເທິງ, ກົດໝາຍ ແລະ ລະບຽບການຂອງລັດວາງອອກຢ່າງເຂັ້ມງວດ ໄປພ້ອມໆກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງລັດ, ແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃນແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ.
ພາບ: ວຽງສະຫວັນ ປຣະດິດ
ຂໍ້ມູນ: ກົມນະໂຍບາຍ ແລະ ປຜນພະລັງງານ
ຮຽບຮຽງ: ຄຳແສງ ແກ້ວປະເສີດ