
ກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍ ກຳມະບານຮາກຖານຫ້ອງການກະຊວງ ໄດ້ໄຂຂື້ນໃນຕອນເຊົ້າວັນທີ 29 ພຶດສະພາ 2024 ຢູ່ຫ້ອງປະຊຸມໃຫຍ່ຊັ້ນ5 ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ລັດດາວັນ ສຸທໍາມະວົງ, ຄະນະບໍລິຫານງານສະຫະພັນກຳມະບານກະຊວງ, ປະທານໜ່ວຍກຳມະບານຮາກຖານຫ້ອງການກະຊວງ. ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ເພັດສະຫວັນ ລັດຕະນະທົງໄຊ, ກຳມະການບໍລິຫານງານພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ປະທານສະຫະພັນກຳມະບານ ກະຊວງພະລັງງານ ແລະ ບໍ່ແຮ່; ສະຫາຍ ຄໍາໂສ້ ກຸໂພຄໍາ ກໍາມະການບໍລິຫານງານພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າຫ້ອງການກະຊວງ; ມີບັນດາ ສະຫາຍ ຄະນະໜ່ວຍພັກ, ຄະນະຫ້ອງການກະຊວງ; ຄະນະບໍລິຫານງານ ກຳມະບານ ກະຊວງ, ຄະນະກຳມະບານຮາກຖານ, ສະຫະພັນກຳມະບານ ຟຟລ, ໜ່ວຍຮາກຖານ ອ້ອມຂ້າງກະຊວງ, ຕາງໜ້າອົງການຊາວໜຸ່ມ, ແມ່ຍິງ ພ້ອມດ້ວຍຜູ້ແທນກອງປະຊຸມໃຫຍ່ ເຂົ້າຮ່ວມທັງໝົດ 60 ສະຫາຍ, ມີຜູ້ແທນສົມບູນ 42 ສະຫາຍ, ແຂກຖືກເຊີນ 18 ສະຫາຍ, ຍິງ 27 ສະຫາຍ.

ກອງປະຊຸມໃຫຍ່ຄັ້ງນີ້, ໄດ້ຕົກລົງເຫັນດີ ແລະ ຮັບຮອງເອົາຫຼາຍບັນຫາທີ່ສຳຄັນ ເຊິ່ງເປັນພື້ນຖານໃຫ້ແກ່ການຊີ້ນຳ-ນຳພາວຽກງານກຳມະບານຮາກຖານຫ້ອງການກະຊວງ ເປັນຕົ້ນແມ່ນ:…

1. ກອງປະຊຸມໄດ້ຮັບຟັງບົດລາຍງານການເມືອງ ທັງສອງພາກ ທີ່ສະເໜີໂດຍ ສະຫາຍ ນາງ ລັດດາວັນ ສຸທຳມະວົງ, ປະທານໜ່ວຍຮາກຖານ ກໍາມະບານ ຫ້ອງການກະຊວງ. ໃນບົດລາຍງານດັ່ງກ່າວ ໄດ້ຕີລາຄາຢ່າງພາວະວິໄສ ເຖິງຜົນສຳເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການເຄື່ອນໄຫວວຽກງານກຳມະບານຢູ່ພາຍໃນຫ້ອງການກະຊວງ. ໜ່ວຍ ກຳມະບານຮາກຖານ ຫ້ອງການກະຊວງ ເປັນໜຶ່ງໃນ 3 ອົງການຈັດຕັ້ງມະຫາຊົນ ພາຍໃຕ້ການຊີ້ນຳ-ນຳພາ ໂດຍກົງ ແລະ ຮອບດ້ານ ຂອງໜ່ວຍພັກຫ້ອງການກະຊວງ ແລະ ຄະນະບໍລິຫານງານ ສະຫະພັນກຳມະບານ ກະຊວງ, ມີພາລະບົດບາດເປັນເສນາທິການໃຫ້ໜ່ວຍພັກຫ້ອງການກະຊວງ ແລະ ຄະນະບໍລິຫານງານ ກຳມະບານກະຊວງ ໃນການເຕົ້າໂຮມຄວາມສາມັກຄີພາຍໃນຫ້ອງການກະຊວງ ໃຫ້ມີຄວາມປຶກແຜ່ນແໜ້ນໜາ, ຊ່ວຍເຫຼືອຮັກແພງເຊິ່ງກັນ ແລະ ກັນ; ຕິດຕາມ, ກໍ່ສ້າງ ແລະ ຝຶກຝົນຫຼໍ່ຫຼອມ ໃຫ້ກັບສະມາຊິກ ໃຫ້ມີຄຸນທາດການເມືອງ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້, ຄວາມສະມາດ ກາຍເປັນພະນັກງານ-ຫຼັກແຫຼ່ງ, ພະນັກງານຜູ້ສືບທອດຂອງພັກ. ປັດຈຸບັນ ຄະນະໜ່ວຍມີ 3 ສະຫາຍ, ຍິງ 1 ສະຫາຍ; ມີສະມາຊິກທັງໝົດ 46 ສະຫາຍ, ຍິງ 23 ສະຫາຍ ໃນນີ້, ເປັນສະມາຊິກພັກ 26 ສະຫາຍ, ປະກອບມີ 5 ຈຸຊ່ວຍວຽກ.

2. ກອງປະຊຸມໃຫຍ່ ໄດ້ຮັບຟັງການລາຍງານບົດສໍາຫຼວດການນຳພາລວມຂອງຄະນະໜ່ວຍຊຸດທີ III, ພ້ອມກັນນີ້ ຄະນະໜ່ວຍຊຸດທີ III ກໍ່ໄດ້ພ້ອມກັນກ່າວອໍາລາໜ້າທີ່ ທີ່ໄດ້ຮັບການມອບໝາຍຕະຫຼອດໄລຍະ 5 ປີທີ່ຜ່ານມາ.

4. ກອງປະຊຸມໄດ້ຈັດຕັ້ງພິທີມອບ-ຮັບໃບຍ້ອງຍໍໃຫ້ກົມກອງລວມໝູ່ ແລະ ບຸກຄົນດີເດັ່ນ ຜູ້ທີ່ມີຜົນງານດີປະກອບສ່ວນເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການເຄື່ອນໄຫວວຽກງານກຳມະບານຕະຫຼອດໄລຍະ 5 ປີທີ່ຜ່ານມາ ໂດຍມີສະມາຊິກກຳມະບານພາຍໃນໜ່ວຍໄດ້ຮັບການຍ້ອງຍໍທັງໝົດ 46 ສະຫາຍ, ໃນນີ້ໄດ້ຮັບການຍ້ອງຍໍປະເພດ 1: ຈໍານວນ 42 ສະຫາຍ ແລະ ປະເພດ 2: ຈໍານວນ 4 ສະຫາຍ;


ຕອນທ້າຍຂອງກອງປະຊຸມ ໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງ ສະຫາຍ ເພັດສະຫວັນ ລັດຕະນະທົງໄຊ ກຳມະການບໍລິຫານງານພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ປະທານສະຫະພັນກຳມະບານ ກະຊວງພະລັງງານ ແລະ ບໍ່ແຮ່ ເຊິ່ງກ່ອນອື່ນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນງານທີ່ໜ່ວຍ ກຳມະບານຮາກຖານ ຫ້ອງການກະຊວງ ຍາດມາໄດ້ຕະຫຼອດໄລຍະ 5 ປີຜ່ານມາ. ພ້ອມກັນນີ້, ສະຫາຍ ຍັງໄດ້ເນັ້ນໃຫ້ຄະນະໜ່ວຍຊຸດໃໝ່ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກກຳມະບານພາຍໃນໜ່ວຍມີທັດສະນະຫຼັກໝັ້ນ,ມີຄຸນສົມບັດ, ສິນທໍາປະຕິວັດ; ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ ເພື່ອຮັບປະກັນໃຫ້ການຊີ້ນຳ-ນຳພາວຽກງານກຳມະບານ ຂອງຫ້ອງການໃນຕໍ່ໜ້າ ໃຫ້ເຕີບໃຫຍ່, ເຂັ້ມແຂງ ແລະ ໜັກແໜ້ນກວ່າເກົ່າ;

ຈັດຕັ້ງປະຕິບັດຂໍ້ແຂ່ງຂັ້ນ 5 ເປັນເຈົ້າ ໃນແຕ່ລະໄລຍະ ໃຫ້ບັນລຸຕາມແຜນການທີ່ວາງໄວ້ ພ້ອມທັງຮັກສາມູນເຊື້ອອັນດີງານຂອງຕົນ ໃຫ້ໜັກແໜ້ນ; ນໍາພາໜ່ວຍກຳມະບານຮາກຖານຫ້ອງການກະຊວງ ກາຍເປັນກຳມະບານແບບຢ່າງໃນການເຄື່ອນໄຫວວຽກງານຕ່າງໆ ເຊັ່ນ: ວຽກງານວິຊາສະເພາະ, ວຽກງານຂະບວນການ, ວຽກງານຊ່ວຍເຫຼືອສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານອື່ນໆ;

ກອງປະຊຸມໄດ້ຮຽກຮ້ອງໃຫ້ ຄະນະໜ່ວຍຊຸດໃໝ່ ແລະ ສະມາຊິກກຳມະບານພາຍໃນໜ່ວຍກຳມະບານຮາກຖານ ຫ້ອງການກະຊວງ ສືບຕໍ່ຍົກສູງບົດບາດການເປັນເສນາທິການໃຫ້ການນຳກະຊວງ, ຄະນະຫ້ອງການ ແລະ ຄະນະບໍລິຫານງານ ກຳມະບານກະຊວງ ໃນການຈັດຕັ້ງປະຕິບັດບັນດາມະຕິ, ຄໍາສັ່ງ, ຄໍາແນະນຳ, ແຈ້ງການ ຂອງຂັ້ນເທິງ, ກົດໝາຍ ແລະ ລະບຽບການຂອງລັດວາງອອກຢ່າງເຂັ້ມງວດ ໄປພ້ອມໆກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງລັດ, ແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃນແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ.
ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506