ສະຫາຍ ສົມສະຫວັນ ຄຳມັງໄຊ ໄດ້ຮັບເລືອກຕັ້ງເປັນປະທານໜ່ວຍກຳມະບານຮາກຖານ ຂອງໜ່ວຍກຳມະບານ ຮາກຖານ ກົມຄຸ້ມຄອງບໍ່ແຮ່ ຄົນໃໝ່

ກອງປະຊຸມໃຫຍ່ຄັ້ງທີ IV ຂອງໜ່ວຍກຳມະບານຮາກຖານກົມຄຸ້ມຄອງບໍ່ແຮ່ ໄດ້ໄຂຂື້ນ ແລະ ອັດລົງດ້ວຍຜົນສຳເລັດຢ່າງຈົບງາມໃນຕອນເຊົ້າວັນທີ 19 ກໍລະກົດ 2024 ນີ້ ຢູ່ຫ້ອງປະຊຸມໃຫ່ຍ ຊັ້ນ 5, ພາຍໃຕ້ການເປັນປະທານ ຂອງສະຫາຍ ນາງ ວິນນະສອນ ພົມມະສຸກ ຮອງປະທານໜ່ວຍກຳມະບານຮາກຖານກົມຄຸ້ມຄອງບໍ່ແຮ່. ໃຫ້ກຽດເຂົ້າຮ່ວມຂອງ ຂອງສະຫາຍ ປອ ອະນຸສັກ ພົງສະຫວັດ ຮອງປະທານສະຫະພັນກຳມະບານ ກະຊວງພະລັງງານ ແລະ ບໍ່ແຮ່; ສະຫາຍ ບຸນຍົງ ສີດາວົງ ເລຂາໜ່ວຍພັກ, ຮັກສາການຫົວໜ້າກົມຄຸ້ມຄອງບໍ່ແຮ່; ມີບັນດາ ສະຫາຍ ຄະນະບໍລິຫານງານສະຫະພັນກະຊວງ, ໜ່ວຍຮາກຖານກຳມະບານອ້ອມຂ້າງກະຊວງ, ຕ່າງໜ້າອົງການຈັດຕັ້ງພາຄີຊາວໜຸ່ມ ແລະ ແມ່ຍິງ ພ້ອມດ້ວຍຜູ້ແທນກອງປະຊຸມໃຫຍ່ເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍ ນາງ ວິນນະສອນ ພົມມະສຸກ ຮອງປະທານ ໜ່ວຍກຳມະບານຮາກຖານກົມຄຸ້ມຄອງບໍ່ແຮ່ ໄດ້ຂຶ້ນກ່າວເປີດກອງປະຊຸມ ພ້ອມທັງລາຍງານບົດລາຍງານການເມືອງທັງສອງພາກຕໍ່ກອງປະຊຸມ. ໃນບົດລາຍງານດັ່ງກ່າວ ໄດ້ຕີລາຄາຢ່າງພາວະວິໃສ ເຖິງຜົນສໍາເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການເຄື່ອນໄຫວວຽກງານກຳມະບານ ຢູ່ພາຍໃນກົມຄຸ້ມຄອງບໍ່ແຮ່ ຕະຫຼອດໄລຍະ 5 ປີທີ່ຜ່ານມາ. ຫຼັງຈາກນັ້ນ, ຜູ້ແທນກອງປະຊຸມໃຫຍ່ ກໍ່ໄດ້ພ້ອມກັນປະກອບຄຳເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ຮ່າງບົດລາຍງານການເມືອງມີເນື້ອໃນຄົບຖ້ວນ, ສົມບູນ ແລະ ພ້ອມກັນຮັບຮອງເອົາຢ່າງເປັນເອກະສັນ.

ກອງປະຊຸມໃຫຍ່ ໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງ ສະຫາຍ ບຸນຍົງ ສີດາວົງ, ເລຂາໜ່ວຍພັກ, ຮັກສາການຫົວໜ້າກົມຄຸ້ມຄອງບໍ່ແຮ່ ສະຫາຍ ຮຽກຮ້ອງໃຫ້ສະມາຊິກກຳມບານພາຍໃນໜ່ວຍຈົ່ງເສີດຊູ່ ແລະ ຍົກສູງຄວາມຮັບຜະດຊອບໜ້າທີ່ການເມືອງຂອງຕົນໃຫ້ໜັກແໜ້ນກວ່າເກົ່າໂດຍສະເພາະໃນ ສະພາບເສດຖະກິດທີ່ມີຄວາມອ່ອນໄຫວໃນປັດຈຸບັນນີ້ ສະຫາຍ ໄດ້ເນັ້ນໃສ່ໃຫ້ຄະນະກຳມະບານຊຸດໃໝ່ທີ່ຈະເລືອກຕັ້ງໃນມື້ນີ້ ສຶບຕໍ່ສຶກສາອົບຮົມວຽກງານແນວຄິດການເມືອງໃຫ້ແກ່ບັນດາສະມາຊິກກຳມະບານ ໃຫ້ເອົາໃຈໃສ່ປັບປຸງແກ້ໄຂຂໍ້ຄົງຄ້າງຂອງຕົນ ໂດຍສະເພາະ ວຽກງານວິຊາສະເພາະໃຫ້ຫຼາຍຂຶ້ນ. ອີກອັນໜຶ່ງ, ໃຫ້ເອົາໃຈໃສ່ ຕໍ່ກັບວຽກງານກວດກາ ແມ່ນໃຫ້ມີການຕຳນິສົ່ງຂ່າວກັນຢ່າງກົງໄປກົງມາໃຫ້ຫຼາຍຍິ່ງຂຶ້ນ ເພື່ອເປັນການກໍ່ສ້າງສະມາຊິກ ໃຫ້ມີແນວຄິດໜັກແໜ້ນ, ອຸ່ນອ່ຽງທຸນທ່ຽງ ຕໍ່ກັບແນວທາງການນຳພາຂອງພັກ.

ກອງປະຊຸມໄດ້ຈັດຕັ້ງພິທີມອບ-ຮັບໃບຍ້ອງຍໍໃຫ້ກົມກອງລວມໝູ່ ແລະ ບຸກຄົນດີເດັ່ນ ຜູ້ທີ່ມີຜົນງານດີ ປະ ກອບສ່ວນເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການເຄື່ອນໄຫວວຽກງານກຳມະບານຕະຫຼອດໄລຍະ 5 ປີ ທີ່ຜ່ານມາ ໂດຍມີສະມາຊິກກຳມະບານພາຍໃນໜ່ວຍໄດ້ຮັບການຍ້ອງຍໍທັງໝົດ 66 ສະຫາຍ, ໃນນີ້ໄດ້ຮັບການຍ້ອງຍໍປະເພດ 1 ຈຳນວນ 59 ສະຫາຍ ແລະ ປະເພດ 2 ຈໍານວນ 7 ສະຫາຍ;
ພ້ອມກັນນີ້, ຜູ້ແທນກອງປະຊຸມໃຫຍ່ ໄດ້ໃຊ້ສິດປະຊາທິປະໄຕ ຂອງຕົນປ່ອນບັດຄັດເລືອກເອົາຄະນະໜ່ວຍຊຸດໃໝ່ ເພື່ອສືບຕໍ່ຊີ້ນຳ-ນຳພາ ອົງການຈັດຕັ້ງກຳມະບານຂອງຕົນໃນ 5 ປີ ຕໍ່ໜ້າໃຫ້ເຕີບໃຫ່ຍ, ເຂັ້ມແຂງ ຜ່ານການປ່ອນບັດຕົວຈິງ ສາມາດ ເລືອກໄດ້ 3 ສະຫາຍຈາກຜູ້ລົງຮັບສະໝັກທັງໝົດ5 ສະຫາຍຄື:
1) ສະຫາຍ ​ສົມສະຫວັນ ຄຳມັງໄຊ ເປັນປະທານ;
2) ສະຫາຍ ​ແກ້ວປະເສີດ ເກຕຸມາລາ ​ເປັນຮອງປະທານ;
3) ສະຫາຍ ສະຫາຍ ອິນພະວົງ ບຸນມະນີ ເປັນກຳມະການ ທັງເປັນປະທານກວດກາໜວຍ.

ຕອນທ້າຍຂອງກອງປະຊຸມໃຫຍ່ ໄດ້ຮັບຟັງ ການໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງສະຫາຍ ປອ ອະນຸສັກ ພົງສະຫວັດ ຮອງປະທານສະຫະພັນກຳມະບານ ກະຊວງພະລັງງານ ແລະ ບໍ່ແຮ່, ຊຶ່ງກ່ອນອື່ນ ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນງານທີ່ໜ່ວຍກຳມະບານຮາກຖານ ກົມຄຸ້ມຄອງບໍ່ແຮ່ ທີ່ຍາດມາໄດ້ຕະຫຼອດໄລຍະ 5 ປີຜ່ານມາ. ພ້ອມກັນນີ້, ສະຫາຍ ຍັງໄດ້ເນັ້ນໃຫ້ຄະນະໜ່ວຍຊຸດໃໝ່ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກກຳມະບານ ພາຍໃນໜ່ວຍ ມີທັດສະນະຫຼັກໝັ້ນ, ມີຄຸນສົມບັດ, ສິນທຳປະຕິວັດ; ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ ເພື່ອຮັບປະກັນໃຫ້ການຊີ້ນຳ-ນຳພາວຽກງານກຳມະບານຂອງກົມຄຸ້ມຄອງບໍ່ແຮ່ ໃນຕໍ່ໜ້າ ເຕີບໃຫຍ່, ເຂັ້ມແຂງ ແລະ ໜັກແໜ້ນກວ່າເກົ່າ; ຈັດຕັ້ງປະຕິບັດຂໍ້ແຂງຂັນ 5 ບຸກ ໃນແຕ່ລະໄລຍະ ໃຫ້ບັນລຸຕາມແຜນການທີ່ວາງໄວ້, ນຳພາສະຊາຊິກກຳມະບານພາຍໃນໜ່ວຍ ໃຫ້ກາຍເປັນກຳມະບານແບບຢ່າງໃນການເຄື່ອນໄຫວວຽກງານຕ່າງໆ ເຊັ່ນ: ວຽກງານວິຊາສະເພາະ, ວຽກງານຂະບວນການ, ວຽກງານຊ່ວຍເຫຼືອສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານ ອື່ນໆ;

ພາບ ແລະ ຂ່າວ: ວຽງສະຫວັນ ປຣະດິດ
ຂໍ້ມູນ: ກົມຄຸ້ມຄອງບໍ່ແຮ່
ສາຍດ່ວນ: 1506