ຕອນບ່າຍ ທີ 27 ມັງກອນ 2023 ຜ່ານມານີ້, ຢູ່ຫ້ອງປະຊຸມໃຫຍ່ ລັດວິສາຫະກິດໄຟຟ້າລາວ ໄດ້ມີພິທີ ປະຖະກະຖາ ເລົ່າມູນເຊື້ອວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 67ປີ (ວັນທີ 1 ກຸມພາ 1965 – 1 ກຸມພາ 2023) ໂດຍໃຫ້ກຽດເປັນປະທານ ແລະ ເລົ່າມູນເຊື້ອຂອງ ສະຫາຍ ສົມລຶກ ສຸວັນນະສານ ຄະນະພັກ, ຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ຫົວໜ້າສະຖາບັນພັດທະນາກໍາມະບານລາວ. ເຂົ້າຮ່ວມຮັບຟັງມີ ສະຫາຍ ເພັດສະຫວັນ ລັດຕະນະທົງໄຊ ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ປະທານຄະນະບໍລິຫານງານສະຫະພັນກຳມະບານ ກະຊວງພະລັງງານ ແລະ ບໍ່ແຮ່, ມີບັນດາສະຫາຍ ຄະນະບໍລິຫານງານ, ປະທານ, ຮອງປະທານ ແລະ ສະມາຊິກກຳມະບານອ້ອມຂ້າງກະຊວງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີອັນມີຄວາມໝາຍສຳຄັນທາງປະຫວັດສາດຄັ້ງນີ້, ສະຫາຍ ສົມລຶກ ສຸວັນນະສານ ໄດ້ໃຫ້ກຽດເລົ່າຄືນເຖິງມູນເຊື້ອພິລະອາດຫານຂອງຊາວກຳມກອນ ກໍ່ຄືຊາວກຳມບານລາວ ບາງຕອນ ສະຫາຍ ໄດ້ກ່າວວ່າ: ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວ ບັນດາເຜົ່າເວົ້າລວມ, ເວົ້າສະເພາະສະມາຊິກພັກ, ພະນັກງານ-ກຳມະກອນ, ສະມາຊິກກຳມະບານ ທີ່ ຂື້ນກັບ ຂະແໜງພະລັງງານ ແລະ ບໍ່ແຮ່ ພວມອອກແຮງແຂ່ງຂັນ ຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງ ສູນກາງສະຫະພັນກຳມະບານລາວ ແລະ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງ ຄະນະບໍລິຫານກໍາມະບານ ກະຊວງ ພະລັງງານ ແລະ ບໍ່ແຮ່ ຢ່າງເປັນຂະບວນ. ສະຫະພັນກຳມະບານ ທີ່ຂຶ້ນກັບ ຂະແໜງພະລັງງານ ແລະ ບໍ່ແຮ່ ໄດ້ຈັດຕັ້ງພິທີປາຖະກະຖາ ເລົ່າມູນເຊື້ອ ວັນສ້າງຕັ້ງກຳມະບານລາວ ຄົບຮອບ 67 ໂດຍມີເນື້ອໃນ ແລະ ຈຸດປະສົງ ດັ່ງນີ້: