
ຕອນເຊົ້າວັນທີ 13 ກໍລະກົດ 2023 ນີ້ ໂດຍການນໍາພາຂອງ ທ່ານ ຄໍາໂສ້ ກຸໂພຄໍາ ຫົວໜ້າຫ້ອງການກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະກົມ, ຄະນະສະຖາບັນ ແລະ ພະນັກງານ-ລັດຖະກອນພາຍໃນກະຊວງ ຈຳນວນ 56 ທ່ານ ເຂົ້າຢ້ຽມຊົມ ແລະ ທັດສະນະສຶກສາ ພ້ອມທັງວາງກະຕ່າດອກໄມ້ ຢູ່ຫໍພິພັນປະທານ ສຸພານຸວົງ ອາດີດກຳມະການກົມການເມືອງສູນກາງພັກ, ອາດີດປະທານປະເທດ ແຫ່ງ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ຜູ້ທຳອິດ, ອາດີດປະທານສະພາປະຊາຊົນສູງສຸດ, ອາອີດປະທານແນວລາວຮັກຊາດ ເນື່ອງໃນໂອກາດວັນຄ້າຍວັນເກີດ ຂອງເພິ່ນ ຄົບຮອບ 114 ປີ ທີ່ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ໃນວັນທີ 13 ກໍລະກົດ 2023 ນີ້.

ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ຄະນະຮັບຜິດຊອບຫໍພິພິດຕະພັນ ປະທານ ສຸພານຸວົງ ໄດ້ເລົ່າຄືນປະຫວັດ ແລະ ມູນເຊື້ອພິລະອາດຫານຂອງ ປະທານ ສຸພານຸວົງ ໃນໄລຍະແຫ່ງການຕໍ່ສູ້ປົດປ່ອຍຊາດຕ້ານຈັກກະພັດຜູ້ຮຸກຮານທັງເກົ່າ ແລະ ໃໝ່ ກໍຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ ໂດຍສະເພາະພາຍຫຼັງປະເທດຊາດ ໄດ້ຮັບເອກະລາດ ແລະ ສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.


