ສະຫະພັນກຳມະບານ ລັດວິສາຫະກິດໄຟຟ້າລາວ ຈັດງານແຂ່ງຂັນສີມືແຮງງານປະຈໍາປີ 2025

          ລະຫວ່າງ ວັນທີ 29-30 ເມສາ 2025 ທີ່ຜ່ານມາ, ລັດວິສາຫະກິດໄຟຟ້າລາວ (ຟຟລ) ໄດ້ຈັດງານແຂ່ງຂັນສີມືແຮງງານ ປະຈໍາປີ 2025 ຂຶ້ນຢ່າງເປັນທາງການ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນ ວັນກໍາມະກອນສາກົນ ຄົບຮອບ 139 ປີ ໂດຍໃຫ້ກຽດເຂົ້າຮ່ວມງານເປີດພິທີຢ່າງເປັນທາງການ ຂອງ ສະຫາຍ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່; ສະຫາຍ ທອງຈັນ ພູມີພັນ ຮອງປະທານສູນກາງສະຫະພັນ ກໍາມະບານລາວ, ມີການນຳກະຊວງພະລັງງານ ແລະ ບໍ່ແຮ່, ຄະນະນຳອໍານວຍການໃຫຍ່ ຟຟລ, ປະທານ-ຮອງປະທານສະຫະພັນກໍາມະບານ ກະຊວງພະລັງງານ ແລະ ບໍ່ແຮ່, ພ້ອມດ້ວຍຫົວໜ້າຝ່າຍ, ຫົວໜ້າສາຂາແຂວງ, ພະນັກງານ-ກໍາມະກອນ ຟຟລ, ນັກແຂ່ງຂັນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

          ສະຫາຍ ຄໍາພູນ ສຸກອາລຸນ ປະທານສະຫະພັນກໍາມະບານ ຟຟລ ໄດ້ຂຶ້ນກ່າວຈຸດປະສົງຂອງງານການແຂ່ງຂັນສີມືແຮງງານ ປະຈໍາປີ 2025 ລວມເຖີງລະດັບຄາດໝາຍ, ເນື້ອໃນຮູບແບບການແຂ່ງຂັນ ວັນເວລາສະຖານທີ່ ແລະ ການຈັດການແຂ່ງຂັນ ເຊິ່ງປີນີ້ປະກອບມີ 6 ຫົວຂໍ້ແຂ່ງຂັນ ຄື: 1. ການນຳໃຊ້ບັນດານິຕິກຳ, ຂໍ້ກຳນົດ ແລະ ລະບຽບການຕ່າງໆ ທີ່ຕິດພັນກັບລະບົບຈຳໜ່າຍໄຟຟ້າ, 2. ການກວດກາຫາຂໍ້ບົກຜ່ອງຂອງການຕິດຕັ້ງໝໍ້ນັບໄຟ, 3. ການກວດກາປ້ອມໝໍ້ແປງຈໍາໜ່າຍ 22/0.4 kV, 4. ການປ່ຽນຖ່າຍໜ່ວຍປ້ອງກັນການສັ່ນສະເທືອນຂອງສາຍໄຟຟ້າແຮງສູງ 115 kV, 5. ດ້ານນະວັດຕະກໍາ ຫຼື ສິ່ງປະດິດ ທີ່ສ້າງສໍາເລັດແລ້ວ, 6. ການນໍາສະເໜີແນວຄວາມຄິດການປັບປຸງ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນໃນລະບົບໄຟຟ້າ.

ຫຼັງຈາກນັ້ນ ສະຫາຍ ປອ ອາຄົມເດດ ວົງໄຊ ຄະນະພັກກະຊວງ, ຜູ້ອໍານວຍການໃຫຍ່ ຟຟລ ກໍ່ໄດ້ຂຶ້ນກ່າວເປີດພິທີບາງຕອນທ່ານໄດ້ກ່າວວ່າ: ການແຂ່ງຂັນສີມືແຮງງານ ແມ່ນກິດຈະກຳໜຶ່ງທີ່ສໍາຄັນ ແລະ ເປັນກິດຈະກໍາທີ່ເປັນຂະບວນການຢ່າງຟົດຟື້ນຂອງຊາວຜູ້ອອກແຮງງານ ເວົ້າລວມ ໂດຍສະເພາະ ລັດວິສາຫະກິດໄຟຟ້າລາວ ໄດ້ຈັດຂຶ້ນ ທຸກໆປີ ເຊິ່ງເປັນເວທີອັນຊົງກຽດໃນການສົ່ງເສີມຄວາມກ້າວໜ້າດ້ານວິຊາສະເພາະ, ຄວາມຮູ້, ຄວາມສາມາດ ຄວາມຊຳນານງານ ຂອງ ພະນັກງານ-ກຳມະກອນ ຟຟລ ໃນທຸກຂົງເຂດວຽກງານ ທັງເປັນການຊຸກຍູ້, ສ້າງແຮງຈູງໃຈ ພັດທະນາທັກສະຄວາມຮູ້, ຄວາມສາມາດ ແລະ ຄວາມຊໍານານງານໃຫ້ກ້າວໄປສູ່ລະດັບສາກົນເທື່ອລະກ້າວ.

ການແຂ່ງຂັນສີມືແຮງງານ ປະຈຳປີ 2025 ໄດ້ມີ 84 ທີມ ເຂົ້າຮ່ວມແຂ່ງຂັນ, ເຊິ່ງຜົນຂອງການແຂ່ງຂັນມີດັ່ງນີ້:
1. ການນໍາໃຊ້ບັນດານິຕິກຳ, ຂໍ້ກຳນົດ ແລະ ລະບຽບການຕ່າງໆ ທີ່ຕິດພັນກັບລະບົບຈຳໜ່າຍໄຟຟ້າ
– ທີ 1: ຟຟລ ສາຂາ ແຂວງຊຽງຂວາງ
– ທີ 2: ຟຟລ ສາຂາ ແຂວງອຸດົມໄຊ
– ທີ 3: ຟຟລ ສາຂາ ແຂວງໄຊສົມບູນ
2. ການກວດກາຫາຂໍ້ບົກຜ່ອງຂອງການຕິດຕັ້ງໝໍ້ນັບໄຟ
– ທີ 1: ຟຟລ ສາຂາ ແຂວງອັດຕະປື
– ທີ 2: ຟຟລ ສາຂາ ນະຄອນຫຼວງ 1
– ທີ 3: ຟຟລ ສາຂາ ແຂວງເຊກອງ
3. ການກວດກາປ້ອມໝໍ້ແປງຈໍາໜ່າຍ 22 /0.4 kV
– ທີ 1: ຟຟລ ສາຂາ ແຂວງອຸດົມໄຊ
– ທີ 2: ຟຟລ ສາຂາ ແຂວງຫລວງພະບາງ
– ທີ 3: ຟຟລ ສາຂາ ແຂວງຫລວງນໍ້າທາ
4. ການປ່ຽນຖ່າຍໜ່ວຍປ້ອງກັນການສັ່ນສະເທືອນຂອງສາຍໄຟຟ້າແຮງສູງ 115 kV
– ທີ 1: ຟຟລ ສາຂາ ແຂວງອຸດົມໄຊ
– ທີ 2: ຝ່າຍຄຸ້ມຄອງລະບົບໄຟຟ້າພາກໃຕ້
– ທີ 3: ຟຟລ ສາຂາ ແຂວງຈໍາປາສັກ
5. ດ້ານນະວັດຕະກໍາ ຫຼື ສິ່ງປະດິດ ທີ່ສ້າງສຳເລັດແລ້ວ
– ທີ 1: ຟຟລ ສາຂາ ແຂວງສະຫວັນນະເຂດ
– ທີ 2: ຝ່າຍວາງແຜນ ແລະ ບັນຊາລະບົບໄຟຟ້າ
– ທີ 3: ພະແນກຄຸ້ມຄອງເຕັກນິກລະບົບໄຟຟ້າພາກເໜືອ
6. ການນຳສະເໜີ ແນວຄວາມຄິດການປັບປຸງ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນໃນລະບົບໄຟຟ້າ
– ທີ 1: ບໍລິສັດນໍ້າງື່ມ 3 ພາວເວີ ຈໍາກັດ
– ທີ 2: ຟຟລ ສາຂາ ແຂວງອຸດົມໄຊ
– ທີ 3: ຝ່າຍຄຸ້ມຄອງລະບົບໄຟຟ້າພາກກາງ.
ພາບ ແລະ ຂ່າວ: ວຽງສະຫວັນ ປຣະດິດ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
ສາຍດ່ວນ: 1506