
ກອງປະຊຸມໃຫຍ່ໜ່ວຍກຳມະບານ ຮາກຖານ ລັດວິສາຫະກິດ ພັດທະນາແຮ່ທາດລາວ ໄດ້ໄຂຂື້ນໃນຕອນເຊົ້າຂອງວັນທີ 08 ກໍລະກົດ 2024 ທີ່ຜ່ານມາຢູ່ຫ້ອງປະຊຸມໃຫຍ່ຂອງຕົນ ພາຍໃຕ້ການເປັນປະທານຂອງ ສະຫາຍ ເພັດສຸພັນ ວິໄລພັນ ຄະນະບໍລິຫານງານກຳມະບານກະຊວງ, ປະທານ ໜ່ວຍກຳມະບານ ຮາກຖານ ລັດວິສາຫະກິດ ພັດທະນາແຮ່ທາດລາວ. ໃຫ້ກຽດເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມຂອງ ສະຫາຍ ເພັດສະຫວັນ ລັດຕະນະທົງໄຊ ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ປະທານສະຫະພັນກຳມະບານກະຊວງພະລັງງານ ແລະ ບໍ່ແຮ່; ສະຫາຍ ສີວົງ ພົມສີ ຮອງເລຂາໜ່ວຍພັກ ລັດວິສາຫະກິດ ພັດທະນາແຮ່ທາດລາວ, , ພ້ອມດ້ວຍບັນດາສະຫາຍຄະນະບໍລິຫານງານໜ່ວຍກຳມະບານ ຮາກຖານ ອ້ອມຂ້າງກະຊວງ ພະລັງງານ ແລະ ບໍ່ແຮ່, ຕາງໜ້າສາມອົງການຈັດຕັ້ງມະຫາຊົນ ພຮລ, ກອງປະຊຸມໃຫຍ່ຄັ້ງນີ້ມີຜູ້ເຂົ້າຮ່ວມທັງຫມົດ: 51 ສະຫາຍ, ຍິງ 19 ສະຫາຍ, ຜູ້ແທນສົມບູນ: 32 ສະຫາຍ, ຍິງ 12 ສະຫາຍ, ແຂກຖືກເຊີນ 19 ສະຫາຍ.

ກອງປະຊຸມໃຫຍ່ຄັ້ງນີ້, ໄດ້ຮັບຟັງບົດລາຍງານການເມືອງ ທັງສອງພາກ ທີ່ສະເໜີໂດຍ ສະຫາຍ ເພັດສຸພັນ ວິໄລພັນ ຄະນະບໍລິຫານງານກຳມະບານກະຊວງ, ປະທານ ໜ່ວຍກຳມະບານ ຮາກຖານ ພຮລ. ໃນບົດລາຍງານດັ່ງກ່າວ ສະຫາຍ ໄດ້ຍົກໃຫ້ເຫັນຜົນສຳເລັດທີ່ຍາດມາໄດ້, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການເຄື່ອນໄຫວວຽກງານກຳມະບານຢູ່ພາຍໃນ ລັດວິສາຫະກິດ ພັດທະນາແຮ່ທາດລາວ, ໜ່ວຍກຳມະບານ ຮາກຖານ ລັດວິສາຫະກິດ ພັດທະນາແຮ່ທາດລາວ ເປັນໜື່ງໃນສາມອົງການຈັດຕັ້ງມະຫາຊົນ ພາຍໃຕ້ການຊີ້ນໍາ-ນຳພາຮອບດ້ານຂອງຫນ່ວຍພັກ ລັດວິສາຫະກິດ ພັດທະນາແຮ່ທາດລາວ ແລະ ມີພາລະບົດບາດເປັນເສນາທິການໃຫ້ແກ່ໜ່ວຍພັກ ລັດວິສາຫະກິດ ພັດທະນາແຮ່ທາດລາວ ແລະ ຄະນະບໍລິຫານງານສະຫະພັນກຳມະບານ ກະຊວງ ພະລັງງານ ແລະ ບໍ່ແຮ່, ເປັນບ່ອນເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ມີຄວາມເປັນປຶກແຜ່ນເປັນເອກະພາບ ອັນໜຶ່ງ ອັນດຽວກັນ, ຊ່ວຍເຫຼືອຮັກແພງເຊີ່ງກັນ ແລະ ກັນ, ຕິດຕາມກໍ່ສ້າງ ແລະ ຝຶກຝົນຫຼໍ່ຫຼອມ ໃຫ້ກັບສະມາຊິກ ໃຫ້ມີຄຸນທາດການເມືອງ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້, ຄວາມສາມາດ ກາຍເປັນພະນັກງານຫຼັກແຫຼ່ງ ແລະ ຜູ້ສຶບທອດຂອງພັກ, ປັດຈຸບັນຄະນະໜ່ວຍປະກອບມີ 03 ສະຫາຍ , ຍິງ 0 ສະຫາຍ, ມີສະມາຊິກທັງຫມົດ: 33 ສະຫາຍ, ຍິງ 12 ສະຫາຍ, ເປັນສະມາຊິກພັກ: 15 ສະຫາຍ, ຍິງ 5 ສະຫາຍ ແລະ ປະກອບມີ 05 ຈຸຊ່ວຍວຽກກຳມະບານຄື: ຈຸຊ່ວຍວຽກບໍລິຫານປິ່ນອ້ອມ, ຈຸຊ່ວຍວຽກງານ 5 ເປັນເຈົ້າ, ຈຸຊ່ວຍວຽກຂະບວນການ ແລະ ໂຄສະນາ, ຈຸຊ່ວຍວຽກເສດຖະກິດ, ຈຸຊ່ວຍວຽກງານກວດກາ.

ກອງປະຊຸມໃຫຍ່ໄດ້ດຳເນີນການຈັດຕັ້ງພິທີມອບ-ຮັບໃບຍ້ອງຍໍ ກົມກອງລວມໝູ່ 1 ໃບ ແລະ ບຸກຄົນດີເດັ່ນ ຜູ້ທີ່ມີຜົນງານປະກອບສ່ວນເຫື່ອແຮງສະຕິປັນຍາເຂົ້າໃນການເຄື່ອນໄຫວວຽກງານກຳມະບານ ຕະຫຼອດໄລຍະ 05 ປີ ຜ່ານມາ ໂດຍມີສະມາຊິກກຳມະບານທັງຫມົດ 34 ສະຫາຍ, ໃນນັ້ນໄດ້ຮັບໃບຍ້ອງຍໍ ປະເພດ I : 31 ສະຫາຍ , ປະເພດ II: 03 ສະຫາຍ.
ຜູ້ແທນກອງປະຊຸມໃຫຍ່ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍຊຸດໃໝ່. ກອງປະຊຸມປະຖົມມະລຶກ ໄດ້ເລືອກຕັ້ງເອົາ ສຫ ພອນວົງ ແກ້ວອຸດົມ ເປັນປະທານ, ສຫ ນາງ ອິນທະຫວາ ຫອມສົມບັດ ເປັນຮອງປະທານ ແລະ ສຫ ທອງສະຫວາດ ສີແດງອຸ່ນ ເປັນກຳມະການ, ທັງເປັນປະທານກວດກາ.

ກອງປະຊຸມໃຫຍ່ ໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳ ຂອງ ສະຫາຍ ປະທານ ສະຫະພັນກຳມະບານ ກະຊວງ ແລະ ສະຫາຍ ຄະນະໜ່ວຍພັກລັດວິສາຫະກິດພັດທະນາແຮ່ທາດລາວ ເຊີ່ງກ່ອນອື່ນໝົດ ສະຫາຍ ທັງສອງໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍ ຕີລາຄາສູງ ຕໍ່ຜົນງານທີ່ໜ່ວຍກຳມະບານ ຮາກຖານ ລັດວິສາຫະກິດ ພັດທະນາແຮ່ທາດລາວ ຍາດມາໄດ້, ຕະຫຼອດໄລຍະ 05 ປີ ຜ່ານມາ ພ້ອມກັນນີ້ ສະຫາຍ ຍັງໄດ້ເນັ້ນໃຫ້ ຄະນະບໍລິຫານງານຊຸດໃໝ່ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມ ການເມືອງແນວຄິດ ໃຫ້ສະມາຊິກກຳມະບານ ພາຍໃນໜ່ວຍໃຫ້ມີທັດສະນະຫຼັກໝັ້ນ, ມີຄຸນສົມບັດສິນທຳປະຕິວັດ ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນເພື່ອຮັບປະກັນໃຫ້ແກ່ການຊີ້ນຳ-ນໍາພາວຽກງານກຳມະບານ ລັດວິສາຫະກິດ ພັດທະນາແຮ່ທາດລາວ ໃນຕໍ່ໜ້າໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ໃນແຕ່ລະໄລຍະ ໃຫ້ບັນລຸຕາມແຜນການທີ່ວາງໄວ້ ພ້ອມທັງຮັກສາມູນເຊື້ອຂອງຕົນໃຫ້ຫໜັກແໜ້ນກວ່າເກົ່າ, ນຳພາໜ່ວຍກຳມະບານ ລັດວິສາຫະກິດ ພັດທະນາແຮ່ທາດລາວ ໃຫ້ກາຍເປັນໜ່ວຍກຳມະບານແບບຢ່າງ, ໃນການເຄື່ອນໄຫວວຽກງານວິຊາສະເພາະ, ວຽກງານຂະບວນການ, ວຽກງານຊ່ວຍເຫຼືອສັງຄົມ, ວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ວຽກງານຝຶກອົບຮົມ ແລະ ອື່ນໆ.

ພາບ: ລັດວິສາຫະກິດພັດທະນາແຮ່ທາດລາວ
ຂ່າວ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506