
ຕອນເຊົ້າວັນທີ 28 ເມສາ 2025 ນີ້ ຢູ່ຫ້ອງປະຊຸມໃຫຍ່ ລັດວິສາຫະກິດໄຟຟ້າລາວ ໄດ້ຈັດພິທີປະຖະກະຖາເລົ່າມູນເຊື້ອວັນກຳມະກອນສາກົນ ວັນທີ 1 ພຶດສະພາ 1886 ຂຶ້ນຢ່າງເປັນທາງການ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ປາຖະກະຖາ ຂອງ ສະຫາຍ ທອງຈັນ ພູມີພັນ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ. ມີສະຫາຍ ປອ ອານຸສັກ ພົງສະຫວັດ ຮອງປະທານຄະນະບໍລິຫານງານກຳມະບານກະຊວງພະລັງງານ ແລະ ບໍ່ແຮ່, ສະຫາຍ ເກີ້ທ່າວ ເຈີຈີງ ຮອງປະທານຄະນະບໍລິຫານງານກຳມະບານກະຊວງອຸດສາຫະກຳ ແລະ ການຄ້າ. ບັນດາ ສະຫາຍ ຄະນະບໍລິຫານງານ ກຳມະບານກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍສະມາຊິກກຳມະບານຂອງທັງສອງກະຊວງເຂົ້າຮ່ວມ ເກືອບ 500 ສະຫາຍ.

ໃນພິທີ ສະຫາຍ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ໄດ້ໃຫ້ກຽດເລົ່າຄືນວັນສຳຄັນດັ່ງກ່າວ ບາງຕອນ ສະຫາຍ ໄດ້ກ່າວວ່າ: ໃນທ້າຍສັດຕະວັດທີ XVIII ຫາຕົ້ນສັດຕະວັດທີ ຫຼາຍປະເທດໃນທະວີບເອີລົບ ແລະ ອາເມລິກາໄດ້ ໂຄ່ນລົ້ມລະບອບສັກດິນາ ແລະ ສ້າງຕັ້ງລະບອບນາຍທຶນຂຶ້ນແທນ, ຍ້ອນຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນການ ຕອບສະໜອງທາງດ້ານວັດຖຸສິ່ງຂອງຕ່າງໆເຂົ້າໃນການຮັບໃຊ້ຊີວິດປະຈຳວັນນັບມື້ສູງຂຶ້ນ, ໃນເວລານັ້ນ, ຍັງມີຫຼາຍ ປະເທດບໍ່ທັນສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມໄດ້, ຈຶ່ງໄດ້ນໍາພາປະເທດຂອງຕົນກ້າວ ເຂົ້າສຸການຜະລິດແບບອຸດສາຫະກຳ, ສ້າງໂຮງຈັກ, ໂຮງງານຂຶ້ນຫຼາຍແຫ່ງ. ຈາກນັ້ນຈໍານວນກຳມະກອນກໍມີການເຕີບ ໃຫຍ່ຂະຫຍາຍຕົວໄປພ້ອມໆກັບການຂະຫຍາຍຕົວຂອງການຜະລິດໃນສັງຄົມ, ຈຶ່ງກາຍເປັນປະເທດນາຍທຶນຈົນເຖິງ ປັດຈຸບັນ.


ພ້ອມກັນນີ້, ສະຫາຍ ຍັງໄດ້ຍົກໃຫ້ເຫັນຂະບວນການ ແລະ ຄວາມຮຽກຮ້ອງຕ້ອງການຂອງກຳມະກອນລາວ ສະຫາຍ ກ່າວວ່າ: ພາຍຫຼັງພັກຄອມມູນິດອິນດູຈີນໄດ້ຮັບການສ້າງຕັ້ງຂຶ້ນວັນທີ 3 ກຸມພາ 1930 ພັກໄດ້ວາງແນວທາງຕໍ່ສູ້ປົດປ່ອຍ ຊາດຕ້ານພວກລ່າເມືອງຂຶ້ນທົ່ວອິນດູຈີນຢ່າງຖືກຕ້ອງ, ເຮັດໃຫ້ຂະບວນການຕໍ່ສູ້ຂອງປະຊາຊົນ ກໍຄືຊົນຊັ້ນ ຊາດຕ້ານພວກລ່າເມືອງຂຶ້ນຫົວອື່ນຈົນຢ່າງຕົກຕອບ ກຳມະກອນ, ຊາວຜູ້ອອກແຮງງານ 3 ຊາດ ໄດ້ມີບາດລ້ຽວປະຫວັດສາດອັນໃໝ່, ກ້າວຂຶ້ນສູ່ຄຸນນະພາບໃໝ່ໂດຍຖື ເອົາແນວໂຮມເປັນໃຈກາງໃນການເຕົ້າໂຮມກຳລັງປະຕິວັດ, ນໍາພາຊົນຊັ້ນກຳມະກອນ ແລະ ຊັ້ນຄົນຕ່າງໆ ຕໍ່ສູ້ຍາດ ເອົາ “ເອກະລາດເສລີພາບ ແລະ ສັນຕິສຸກ” ພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະພັກແຄ້ວນລາວ, ກຳມະກອນຢູ່ບໍ່ກົ່ວໂພນຕິ້ວ, ບໍ່ແໜ່ງແຂວງຄໍາມ່ວນກໍໄດ້ຕໍ່ສູ້ຢ່າງແຂງແຮງກັບນາຍທຶນຝະລັ່ງ, ຂະບວນການລຸກຮື້ຂຶ້ນຍຶດອໍານາດຢູ່ ນະຄອນຫຼວງວຽງຈັນໃນເດືອນ ສິງຫາ 1945 ໄດ້ເລີ່ມມີການຕໍ່ສູ້ຂອງກຳມະກອນໂຮງງານຕໍ່າຜ້າຄ້າຍກາຝາ, ມີ ກຳມະກອນຈໍານວນ 500 ຄົນ ທີ່ນາຍທຶນຍີ່ປຸ່ນຕັດເງິນເດືອນແລະ ປາບປາມຈັບກຸມກຳມະກອນ, ພັກໄດ້ນໍາພາ, ປຸກລະດົມປະຊາຊົນຊາວເມືອງວຽງຈັນເຂົ້າຊ່ວຍໜູນກຳມະກອນ, ນາຍທຶນຍີ່ປຸ່ນຈຶ່ງຍອມປະຕິບັດຕາມຄໍາຮຽກຮ້ອງ ຂອງກຳມະກອນ. ມາເຖິງວັນທີ 12 ສິງຫາ 1945 ໄດ້ມີງານໂຮມຊຸມນຸມໃຫຍ່ຢູ່ຕະຫຼາດໃໝ່ນະຄອນຫຼວງວຽງຈັນ ເຜີຍແຜ່ນະໂຍບາຍອັນໃໝ່ຄືປົດປ່ອຍຊາດ, ຍາດເອົາເອກະລາດແຫ່ງຊາດ ແລະ ອິດສະຫຼະພາບອັນແທ້ຈິງ ໂດຍມີ ທຸກໆຊັ້ນຄົນໃນຕົວເມືອງວຽງຈັນເຂົ້າຮ່ວມ ໂດຍເຫັນແຈ້ງຕໍ່ນະໂຍບາຍຂອງພັກ, ຊົນຊັ້ນກຳມະກອນໄດ້ເປັນກຳລັງ ແຮງຂອງພັກ, ປຸກລະດົມມວນຊົນລຸກຮື້ຂຶ້ນຍຶດອໍານາດຮ່ວມ ກັບ ປະຊາຊົນບັນດາເຜົ່າ ແລະ ໄດ້ປະກາດເອກະລາດ ໃນວັນທີ 12 ຕຸລາ 1945.
