ງານແຂ່ງຂັນສີມືແຮງງານ ປະຈໍາປີ 2023

           ເນື່ອງໃນໂອກາດວັນກໍາມະກອນສາກົນ 1 ພຶດສະພາ ຄົບຮອບ 137 ປີ, ໃນວັນທີ 6 ພຶດສະພາ 2023 ສະຫະພັນກໍາມະບານ ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບ ສະຫະພັນກໍາມະບານຮາກຖານ ລັດວິສາຫະກິດໄຟຟ້າລາວ ໄດ້ສ້າງຂະບວນການແຂ່ງຂັນສີມືແຮງງານຂື້ນ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍມີ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ວິໄລ ວົງຂະເສີມ ຮອງປະທານ ຄະນະບໍລິຫານງານ ສູນກາງສະຫະພັນກໍາມະບານລາວ ພ້ອມ ແຂກທີ່ຖືກເຊີນ, ສະຖາບັນການສຶກສາ ແລະ ທີມແຂ່ງຂັນ ຟຟລ ເຂົ້າຮ່ວມ.

          ໃນພິທີດັ່ງກ່າວ ທ່ານ ໂພໄຊ ໄຊຍະສອນ ໄດ້ຂຶ້ນກ່າວ ຈຸດປະສົງ ການແຂ່ງຂັນສີມືແຮງງານ ປະຈໍາປີ 2023 ທ່ານໄດ້ກ່າວວ່າ: ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ຂ້າພະເຈົ້າ ຂໍນຳເອົາຄວາມສາມັກຄີຮັກແພງ ອັນສະໜິດສະໜົມ ຂອງຄະນະພັກ-ຄະນະນຳກະຊວງ ມາຍັງຄະນະບໍລິຫານງານສະຫະພັນກໍາມະບານ, ສະມາຊິກກໍາມະບານ ແລະ ຖັນແຖວພະນັກງານ, ລັດຖະກອນ, ກໍາມະກອນ ຢູ່ໃນແຕ່ລະກົມກອງ, ຫົວໜ່ວຍວຽກງານທົ່ວກະຊວງພະລັງງານ ແລະ ບໍແຮ່ ແລະ ຂໍສະແດງຄວາມຊົມເຊີຍຄະນະຮັບຜິດຊອບທີ່ໄດ້ເອົາໃຈໃສ່ກະກຽມວຽກງານ ແລະ ຄວາມພ້ອມດ້ານຕ່າງໆສໍາລັບງານແຂ່ງຂັນ. ພິເສດ, ຂໍສະແດງຄວາມຊົມເຊີຍແຕ່ລະກົມກອງ, ຫົວໜ່ວຍວຽການ ແລະ ຊົມເຊີຍບັນດາສະຫາຍ ແລະ ທິມງານ ທີ່ໄດ້ມີການກຽມຄວາມພ້ອມ ແລະ ຕັ້ງໜ້າເຂົ້າຮ່ວມໃນງານແຂ່ງຂັນສີມືແຮງງານໃນມື້ນີ້ຢ່າງສຸດໃຈ

            ດັ່ງທີ່ບັນດາສະຫາຍໄດ້ຮັບຮູ້ແລ້ວວ່າ : ກ່ອນໜ້ານີ້ 137 ປີຄືໃນວັນທີ 1 ພຶດສະພາ 1886 ຢູ່ ບັນດາໂຮງຈັກ, ໂຮງງານ ຂອງເມືອງ ຊິກາໂກ ແລະ ໃນຕົວເມືອງ ທີ່ສຳຄັນຂອງສະຫະລັດອາເມລິກາ 5.000 ກວ່າແຫ່ງ, ມີຊາວກຳມະກອນ ແລະ ຜູ້ອອກແງງານເກືອບ 4 ແສນຄົນ ໄດ້ລຸກຂຶ້ນຕໍ່ສູ້ກັບພວກນາຍທຶນ ເພື່ອທວງເອົາສິດທິໃນດ້ານຕ່າງໆ ແລະ ບັງຄັບໃຫ້ພວກນາຍທຶນຕ້ອງຮັບຮອງ ແລະ ປະຕິບັດຕໍ່ຊົນຊັ້ນກຳມະກອນຄື : ກຳມະກອນເຮັດວຽກບໍ່ເກີນກວ່າ 8 ຊົ່ວໂມງຕໍ່ມື້, ໃຫ້ມີເວລາ ເພື່ອພັກຜ່ອນ 8 ຊົ່ວໂມງ ແລະ ອີກ 8 ຊົ່ວໂມງ ເພື່ອການສຶກສາ, ຄົ້ນຄວ້າ, ຮໍ່າຮຽນ.

ຕໍ່ມາ, ໝາກຜົນຂອງຂະບວນການຕໍ່ສູ້ດັ່ງກ່າວ ໄດ້ປຸກຂະບວນການຕໍ່ສູ້ຂອງຊາວກຳມະກອນຢູ່ໃນປະເທດຕ່າງໆຢ່າງກວ້າງຂວາງ, ຟົດຟື້ນ, ສືບເນື່ອງເລີ້ອຍມາ ແລະ ໄດ້ກາຍມາເປັນມູນເຊື້ອ, ເປັນສັນຍາລັກ ແລະ ເປັນສຽງລະຄັງທອງ ເພື່ອປ່າວເຕືອນຂະບວນການລຸກຂຶ້ນຕໍ່ສູ້ຂອງຊົນຊັ້ນກຳມະກອນ ເພື່ອທວງເອົາສິດທິ ແລະ ຜົນປະໂຫຍດອັນຊອບທຳຂອງຕົນຈົນມາຮອດປັດຈຸບັນ.

ສຳລັບຢູ່ລາວ, ເລີ່ມແຕ່ມີການນຳພາ ຂອງພັກກອມມູນິດອິນດູຈີນ ແລະ ການນຳພາໂດຍກົງຂອງຄະນະພັກແຄວ້ນລາວເປັນຕົ້ນມາ, ໜໍ່ແໜງຂອງການຕໍ່ສູ້ ແລະ ຕໍ່ມາໄດ້ກາຍເປັນຂະບວນການຕໍ່ສູ້ຂອງຊາວກຳມະ ກອນຢູ່ໂຮງຈັກ, ໂຮງງານຫຼາຍບ່ອນ ກໍໄດ້ເລີ່ມກໍ່ຕົວ ແລະ ຂະຫຍາຍຕົວເລື້ອຍໆມາ, ໂດຍສະເພາະ ພາຍຫຼັງທີ່ພັກເຮົາໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1955, ພັກເຮົາກໍໄດ້ສືບຕໍ່ຊີ້ນຳ-ນຳພາ, ຈັດຕັ້ງປຸກລະດົມ, ສຶກສາອົບຮົມ ແລະ ເສີມຂະຫຍາຍກຳລັງແຮງຂອງຕົນ ປະກອບສ່ວນເຂົ້າໃນສະໜາມຮົບ, ການອອກແຮງງານຜະລິດ ແລະ ຮ່ວມກັບ ປະຊາຊົນລາວບັນດາເຜົ່າ ປົກປັກຮັກສາ ແລະ ພັດທະນາເຂດປົດປ່ອຍໃຫ້ມີຄວາມເຂັ້ມແຂງໃນທຸກດ້ານ.

          ມາຮອດໄລຍະໃໝ່, ພາຍໃຕ້ການນໍາພາຂອງພັກ, ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານລາວໄດ້ສືບຕໍ່ເສີມຂະຫຍາຍມູນເຊື້ອຮັກຊາດ, ຄວາມດຸໝັ່ນ ຂະຫຍັນພຽນ, ນໍ້າໃຈຕໍ່ສູ້ອັນພິລາດອາດຫານ ແລະຄວາມເປັນເຈົ້າປະເທດຊາດ, ເປັນເຈົ້າສັງຄົມ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ເພື່ອກ້າວຂຶ້ນ. ພິເສດ, ອົງການຈັດຕັ້ງສະຫະພັນກຳມະບານລາວແຕ່ລະຂັ້ນ ແລະ ຂະບວນການເຄື່ອນໄຫວໃນທຸກດ້ານຂອງຖັນແຖວກຳມະກອນ ຜູ້ອອກແຮງງານລາວບັນດາເຜົ່າ ກໍໄດ້ຮັບການກໍ່ສ້າງ, ປັບປຸງ ແລະ ເຄື່ອນໄຫວຢ່າງມີຊີວິດຊີວາ, ອັນໄດ້ນຳເອົາສິດ ແລະ ຜົນປະໂຫຍດຕົວຈິງມາໃຫ້ແກ່ຜູ້ອອກແຮງງານ ແລະ ປະເທດຊາດ

ງານແຂ່ງຂັນສີມືແຮງງານໃນປີນີ້ມີ 13 ພາກສ່ວນເຂົ້າຮ່ວມວາງສະແດງເຄື່ອງມື, ນະວັດຕະກຳ ແລະ ມີ 25 ທີມ ເຂົ້າຮ່ວມການແຂ່ງຂັນໃນ 5 ຫົວຂໍ້, ເຊິ່ງຜົນ ຂອງ ການແຂ່ງຂັນ ດັ່ງນີ້:
1. ຊະນະເລີດ ການຕິດຕັ້ງໝໍ້ນັບໄຟ CT, VT: 22 kV ຄື ທີມ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງອັດຕະປື.
2. ຊະນະເລີດ ການປ່ຽນຖ່າຍດອກກັນໄຟພາກແຮງດັນ 22 kV ຄື ທີມ ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫລວງ1.
3. ຊະນະເລີດ ການປ່ຽນຖ່າຍດອກກັນໄຟພາກແຮງດັນສູງ 115 kV ຄື ທີມ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງຫລວງພະບາງ.

4. ຊະນະເລີດ ການປ່ຽນຖ່າຍໝໍ້ແປງ 22/0.4 kV ຄື ທີມ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງບໍ່ແກ້ວ.
5. ຊະນະເລີດ ຫົວຂໍ້ ດ້ານນະວັດຕະກໍາໃໝ່ ມີ 2 ປະເພດຄື:
– ຫົວຂໍ້: ນະວັດຕະກຳໃຫມ່ ໃນດ້ານການບໍລິການລູກຄ້າ ຊະນະເລີດ ຄື ທີມ ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫລວງ2.
– ຫົວຂໍ້: ປະດິດເຄື່ອງມືຮັບໃຊ້ແກ້ໄຂວຽກງານວິຊາສະເພາະ ຂອງ ຟຟລ ຊະນະເລີດ ຄື ທີມ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງຫລວງພະບາງ

ພາບ-ຂ່າວ: ສົມສະນຸກ