
ກອງປະຊຸມໃຫຍ່ ຄັ້ງທີ I ຂອງ ໜ່ວຍຮາກຖານກຳມະບານ ກົມແຜນການ ແລະ ການຮ່ວມມື ໄດ້ຈັດຂື້ນ ໃນວັນທີ 12 ມີຖຸນາ 2024; ທີ່ຫ້ອງການ ກະຊວງພະລັງງານ ແລະ ບໍ່ແຮ່ ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ສຸລິພອນ ສີພູນສຸກ ຄະນະບໍລິຫານງານສະຫະພັນກຳມະບານກະຊວງ, ປະທານໜ່ວຍຮາກຖານກຳມະບານກົມແຜນການ ແລະ ການຮ່ວມມື. ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ເພັດສະຫວັນລັດຕະນະທົງໄຊ ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງກຳມະບານລາວ, ປະທານສະຫະພັນກຳມະບານ ກະຊວງພະລັງງານ ແລະ ບໍ່ແຮ່; ສະຫາຍ ປອ. ອາຄົມເດດ ວົງໄຊ ຄະນະພັກກະຊວງ, ເລຂາ ໜ່ວຍພັກ, ຫົວໜ້າກົມແຜນການ ແລະ ການຮ່ວມມື. ພ້ອມທັງຄະນະໜ່ວຍພັກ, ຄະນະກົມແຜນການ ແລະ ການຮ່ວມມື, ຄະນະໜ່ວຍກຳມະບານ ອ້ອມຂ້າງກະຊວງ, ສະຫາຍ ຕາງໜ້າອົງການຈັດຕັ້ງ ມະຫາຊົນ ພາຍໃນກົມ ພ້ອມດ້ວຍສະມາຊິກກຳມະບານ 36 ທ່ານເຂົ້າຮ່ວມ.

ກອງປະຊຸມໃຫຍ່ຄັ້ງນີ້, ໄດ້ຕົກລົງເຫັນດີ ແລະ ຮັບຮອງເອົາ ຫຼາຍບັນຫາທີ່ສໍາຄັນ ເຊິ່ງເປັນພື້ນຖານໃຫ້ແກ່ການຊີ້ນໍາ-ນໍາພາ ວຽກງານກຳມະບານຮາກຖານຫ້ອງການກະຊວງ ໃນກອງປະຊຸມໄດ້ຮັບຟັງບົດລາຍງານການເມືອງ ທັງສອງພາກ ທີ່ສະເໜີໂດຍ ປະທານ ໜ່ວຍຮາກຖານ ກຳມະບານ ຫ້ອງການກະຊວງ. ໃນບົດລາຍງານດັ່ງກ່າວ ໄດ້ຕີລາຄາຢ່າງພາວະວິໄສ ເຖິງຜົນສໍາເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການເຄື່ອນໄຫວວຽກງານ ກຳມະບານຢູ່ພາຍໃນຫ້ອງການກະຊວງ. ໜ່ວຍ ກຳມະບານ ຮາກຖານ ຫ້ອງການກະຊວງ ເປັນໜຶ່ງໃນ 3 ອົງການຈັດຕັ້ງ ມະຫາຊົນ ພາຍໃຕ້ການຊີ້ນໍາ-ນໍາພາ ໂດຍກົງ ແລະ ຮອບດ້ານ ຂອງໜ່ວຍພັກຫ້ອງການກະຊວງ ແລະ ຄະນະບໍລິຫານງານ ສະຫະພັນກຳມະບານ ກະຊວງ, ມີພາລະບົດບາດເປັນ ເສນາທິການໃຫ້ໜ່ວຍພັກຫ້ອງການກະຊວງ ແລະ ຄະນະ ບໍລິຫານງານ ກຳມະບານກະຊວງ ໃນການເຕົ້າໂຮມຄວາມ ສາມັກຄີພາຍໃນຫ້ອງການກະຊວງ ໃຫ້ມີຄວາມປຶກແຜ່ນ ແໜ້ນໜາ, ຊ່ວຍເຫຼືອຮັກແພງເຊິ່ງກັນ ແລະ ກັນ; ຕິດຕາມ, ກໍ່ສ້າງ ແລະ ຝຶກຝົນຫຼໍ່ຫຼອມ ໃຫ້ກັບສະມາຊິກ ໃຫ້ມີຄຸນທາດ ການເມືອງ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້, ຄວາມ ສະມາດ ກາຍເປັນພະນັກງານ-ຫຼັກແຫຼ່ງ, ພະນັກງານ ຜູ້ສືບທອດຂອງພັກ; ໃນແຕ່ລະໄລຍະ ໃຫ້ ບັນລຸຕາມແຜນການທີ່ວາງໄວ້ ພ້ອມທັງຮັກສາມູນເຊື້ອອັນດີ ງາມຂອງຕົນ ໃຫ້ໜັກແໜ້ນ; ນໍາພາໜ່ວຍກຳມະບານ ຮາກຖານຫ້ອງການກະຊວງ ກາຍເປັນກຳມະບານແບບຢ່າງ ໃນການເຄື່ອນໄຫວວຽກງານຕ່າງໆ ເຊັ່ນ: ວຽກງານວິຊາ ສະເພາະ, ວຽກງານຂະບວນການ, ວຽກງານຊ່ວຍເຫຼືອສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານອື່ນໆ.

ກອງປະຊຸມໃຫຍ່ ໄດ້ດຳເນີນການປ່ອນບັດເລືອກຕັ້ງເອົາຄະນະໜ່ວຍກຳມະບານຊຸດໃໝ່ ເພື່ອສືບຕໍ່ ນໍາພາ-ຊີ້ນໍາ ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງກຳມະບານໜ່ວຍ ຮາກຖານ ກຜຮ ໃນຕໍ່ໜ້າ, ບັນດາສະຫາຍເຫຼົ່ານີ້, ແມ່ນສະມາຊິກກຳມະບານ ທີ່ມີຄວາມຮູ້, ຄວາມ ສາມາດ, ມີປະສົບການໃນການເຮັດວຽກງານກຳມະບານ ແລະ ໄດ້ຮັບຄວາມຮັກແພງເຊື່ອໝັ້ນຈາກ ສະມາຊິກຢູ່ພາຍໃນໜ່ວຍ; ຜ່ານການໃຊ້ສິດປະຊາທິປະໄຕຂອງຜູ້ແທນສົມບູນ ສາມາດເລືອກໄດ້ຄະນະໜ່ວຍຊຸດໃໝ່ຈຳນວນ 3 ສະຫາຍ ຈາກຜູ້ລົງສະໝັກທັງໝົດ 5 ສະຫາຍ ປະກອບມີ: ສະຫາຍ ທ່ານ ນາງ ວິໄລລັກ ປັນຍາສິຣິ ເປັນປະທານ, ສະຫາຍ ທ່ານ ສະຫວັນໄຊ ສຸວັນເພັງ ເປັນຮອງປະທານ ແລະ ສະຫາຍ ທ່ານ ສອນໄຊ ແສງມະນີ ເປັນກຳມະການ.

ກອງປະຊຸມໄດ້ຮຽກຮ້ອງໃຫ້ ຄະນະໜ່ວຍຊຸດໃໝ່ ແລະ ສະມາຊິກກຳມະບານພາຍໃນໜ່ວຍກຳມະບານຮາກຖານ ຫ້ອງການກະຊວງ ສືບຕໍ່ຍົກສູງບົດບາດການເປັນເສນາທິການ ໃຫ້ການນໍາກະຊວງ, ຄະນະຫ້ອງການ ແລະ ຄະນະບໍລິຫານ ງານ ກຳມະບານກະຊວງ ໃນການຈັດຕັ້ງປະຕິບັດບັນດາມະຕິ, ຄໍາສັ່ງ, ຄໍາແນະນໍາ, ແຈ້ງການ ຂອງຂັ້ນເທິງ, ກົດໝາຍ ແລະ ລະບຽບການຂອງລັດວາງອອກຢ່າງເຂັ້ມງວດ ໄປພ້ອມໆກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງ ລັດ, ແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃນ ແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ.

ຕອນທ້າຍຂອງກອງປະຊຸມ ໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງ ສະຫາຍ ເພັດສະຫວັນລັດຕະນະທົງໄຊ ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງກຳມະບານລາວ, ປະທານສະຫະພັນກຳມະບານ ກະຊວງພະລັງງານ ແລະ ບໍ່ແຮ່. ກ່ອນອື່ນ ໄດ້ ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນງານທີ່ ໜ່ວຍ ກຳມະບານຮາກຖານ ຫ້ອງການກະຊວງ ຍາດມາໄດ້ ຕະຫຼອດໄລຍະ 5 ປີຜ່ານມາ. ພ້ອມກັນນີ້, ສະຫາຍ ຍັງໄດ້ເນັ້ນ ໃຫ້ຄະນະໜ່ວຍຊຸດໃໝ່ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມ ການເມືອງແນວຄິດໃຫ້ສະມາຊິກກຳມະບານພາຍໃນໜ່ວຍມີ ທັດສະນະຫຼັກໝັ້ນ, ມີຄຸນສົມບັດ, ສິນທຳປະຕິວັດ; ຍົກສູງ ຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າ ເກົ່າ ເພື່ອຮັບປະກັນໃຫ້ການຊີ້ນໍາ-ນໍາພາວຽກງານກຳມະບານ ຂອງຫ້ອງການໃນຕໍ່ໜ້າ ໃຫ້ເຕີບໃຫຍ່, ເຂັ້ມແຂງ ແລະ ໜັກແໜ້ນກວ່າເກົ່າ.

