ກອງປະຊຸມໃຫຍ່ຄັ້ງທີ IV ໜ່ວຍກຳມະບານຮາກຖານ ກົມຈັດຕັ້ງ ແລະ ພະນັກງງານ ໄດ້ຮັບຮອງເອົາ ສະຫາຍ ມ້ອນ ເພັດພູໄທ ເປັນປະທານໜ່ວຍ ຄົນໃໝ່

ກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍ ກຳມະບານຮາກຖານ ກົມ ຈັດຕັ້ງ ແລະ ພະນັກງານ ໄດ້ໄຂຂື້ນ ແລະ ອັດລົງດ້ວຍຜົນສຳເລັດຢ່າງຈົບງາມໃນຕອນເຊົ້າວັນທີ 24 ກໍລະກົດ 2024 ນີ້ ຢູ່ຫ້ອງປະຊຸມໃຫຍ່ຊັ້ນ 5 ພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳໄພ ດວງວິໄລສັກ ຄະນະບໍລິຫານງານສະຫະພັນກຳມະບານ ກະຊວງ ພະລັງງານ ແລະ ບໍ່ແຮ່, ປະທານໜ່ວຍກຳມະບານຮາກຖານ ກົມຈັດຕັ້ງ ແລະ ພະນັກງານ, ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ຊີ້ນຳການດຳເນີນກອງປະຊຸມໃຫຍ່ຂອງ ສະຫາຍ ເພັດສະຫວັນ ລັດຕະນະທົງໄຊ ກໍາມະການພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ປະທານຄະນະບໍລິຫານງານສະຫະພັນກໍາມະບານ ກະຊວງພະລັງງານ ແລະ ບໍ່ແຮ່, ສະຫາຍ ນາງ ແສງເດືອນ ວົງອິນ, ກໍາມະການພັກກະຊວງ, ເລຂາໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ, ມີບັນດາສະຫາຍ ຄະນະບໍລິຫານງານກຳມະບານກະຊວງພະລັງງານ ແລະ ບໍ່ແຮ່, ຄະນະໜ່ວຍພັກ, ຄະນະກົມ ຈັດຕັ້ງ ແລະ ພະນັກງານ, ຄະນະກຳມະບານຮາກຖານ, ໜ່ວຍຮາກຖານ ອ້ອມຂ້າງກະຊວງ, ຕາງໜ້າອົງການຈັດຕັ້ງພາຄີ ຊາວໜຸ່ມ ແລະ ແມ່ຍິງ ພ້ອມດ້ວຍຜູ້ແທນກອງປະຊຸມໃຫຍ່ ເຂົ້າຮ່ວມທັງໝົດ 30 ສະຫາຍ, ຍິງ 15 ສະຫາຍ, ແຂກຖືກເຊີນ 19 ສະຫາຍ.

ສະຫາຍ ຄຳໄພ ດວງວິໄລສັກ ຄະນະບໍລິຫານງານສະຫະພັນກຳມະບານ ກະຊວງ ພະລັງງານ ແລະ ບໍ່ແຮ່, ປະທານໜ່ວຍກຳມະບານຮາກຖານ ກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນກ່າວເປີດກອງປະຊຸມ ພ້ອມທັງລາຍງານບົດລາຍງານການເມືອງທັງສອງພາກໃນໄລຍະ 05 ປີຜ່ານມາ (2019-2023) ຕໍ່ກອງປະຊຸມໄດ້ຮັບຊາບ. ໃນບົດລາຍງານດັ່ງກ່າວ ໄດ້ຕີລາຄາຢ່າງພາວະວິໄສ ເຖິງຜົນສຳເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການເຄື່ອນໄຫວວຽກງານກຳມະບານຢູ່ພາຍໃນກົມ ຈັດຕັ້ງ ແລະ ພະນັກງານ ແລະ ພ້ອມທັງຮັບຮອງເອົາທິດທາງແຜນການໃນຕໍ່ໜ້າ (2024-2028).

ໜ່ວຍຮາກຖານ ກຳມະບານ ກົມຈັດຕັ້ງ ແລະ ພະນັກງານ ເປັນໜຶ່ງໃນ 3 ອົງການຈັດຕັ້ງມະຫາຊົນ ພາຍໃຕ້ການຊີ້ນຳ-ນຳພາ ໂດຍກົງ ແລະ ຮອບດ້ານ ຂອງໜ່ວຍພັກກົມ ຈັດຕັ້ງ ແລະ ພະນັກງານ ແລະ ຄະນະບໍລິຫານງານກຳມະບານ ກະຊວງ ມີພາລະບົດບາດເປັນເສນາທິການໃຫ້ໜ່ວຍພັກກົມ ຈັດຕັ້ງ ແລະ ພະນັກງານ, ຄະນະກົມ ຈັດຕັ້ງ ແລະ ພະນັກງານ ແລະ ຄະນະບໍລິຫານງານ ກຳມະບານກະຊວງ ໃນການເຕົ້າໂຮມຄວາມສາມັກຄີພາຍໃນກົມ ໃຫ້ມີຄວາມປຶກແຟ້ນແໜ້ນໜາ, ຊ່ວຍເຫຼືອຮັກແພງເຊິ່ງກັນ ແລະ ກັນ; ຕິດຕາມ, ກໍ່ສ້າງ ແລະ ຝຶກຝົນຫຼໍ່ຫຼອມ ໃຫ້ກັບສະມາຊິກ ໃຫ້ມີຄຸນທາດການເມືອງ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້, ຄວາມສະມາດ ກາຍເປັນພະນັກງານ-ຫຼັກແຫຼ່ງ, ພະນັກງານຜູ້ສືບທອດຂອງພັກ.

ປັດຈຸບັນ ມີຄະນະໜ່ວຍ 3 ສະຫາຍ; ມີສະມາຊິກກໍາມະບານທັງໝົດ 29 ສະຫາຍ, ປະກອບມີ 5 ຈຸຊ່ວຍວຽກ. ຫຼັງຈາກນັ້ນ, ຜູ້ແທນກອງປະຊຸມໃຫຍ່ ກໍ່ໄດ້ພ້ອມກັນປະກອບຄຳເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ຮ່າງບົດລາຍງານການເມືອງມີເນື້ອໃນຄົບຖ້ວນ, ສົມບູນ ແລະ ພ້ອມກັນຮັບຮອງເອົາຢ່າງເປັນເອກະສັນ.

ກອງປະຊຸມໃຫຍ່ ໄດ້ຈັດຕັ້ງພິທີ ມອບ-ຮັບ ໃບຍ້ອງຍໍໃຫ້ກົມກອງລວມໝູ່ ແລະ ບຸກຄົນດີເດັ່ນ ຜູ້ທີ່ມີຜົນງານດີປະກອບສ່ວນເຫືອແຮງ ແລະ ສະຕິປັນຍາ ເຂົ້າໃນການເຄື່ອນໄຫວວຽກງານກຳມະບານຕະຫຼອດໄລຍະ 5 ປີທີ່ຜ່ານມາ ໂດຍມີສະມາຊິກກໍາມະບານພາຍໃນໜ່ວຍໄດ້ຮັບການຍ້ອງຍໍທັງໝົດ 29 ສະຫາຍ, ໃນນີ້ໄດ້ຮັບການຍ້ອງຍໍປະເພດ 1: ຈໍານວນ 21 ສະຫາຍ. ປະເພດ 2: ຈຳນວນ 8 ສະຫາຍ

ພ້ອມກັນນີ້, ຜູ້ແທນກອງປະຊຸມໃຫຍ່ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະໜ່ວຍຊຸດໃໝ່ ເພື່ອສືບຕໍ່ຊີ້ນຳ-ນຳພາອົງການຈັດຕັ້ງກຳມະບານຂອງຕົນໃນ 5 ປີຕໍ່ໜ້າໃຫ້ເຕີບໃຫຍ່, ເຂັ້ມແຂງ. ຜ່ານການປ່ອນບັດຕົວຈິງ ສາມາດຄັດເລືອກໄດ້ 3 ສະຫາຍ ຈາກຜູ້ລົງສະໝັກທັງໝົດ 5 ສະຫາຍຄື:
1. ສະຫາຍ ມ້ອນ ເພັດພູໄທ ເປັນປະທານໜ່ວຍ
2. ສະຫາຍ ດາວວອນ ສີປະເສີດ ຮອງປະທານ
3. ສະຫາຍ ນາງ ສຸກນາລີ ວິໄລສານ ເປັນກໍາມະການ, ທັງເປັນປະທານກວດກາ.

ຕອນທ້າຍຂອງກອງປະຊຸມໃຫຍ່ ໄດ້ຮັບຟັງ ການໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງ ເພັດສະຫວັນ ລັດຕະນະທົງໄຊ ກໍາມະການພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ປະທານຄະນະບໍລິຫານງານສະຫະພັນກໍາມະບານ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ສະຫາຍ ນາງ ແສງເດືອນ ວົງອິນ, ກໍາມະການພັກກະຊວງ, ເລຂາໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ. ເຊິ່ງກ່ອນອື່ນ ສະຫາຍ ທັງສອງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນງານທີ່ໜ່ວຍກຳມະບານຮາກຖານກົມ ຈັດຕັ້ງ ແລະ ພະນັກງານ ຍາດມາໄດ້ຕະຫຼອດໄລຍະ 5 ປີຜ່ານມາ. ພ້ອມກັນນີ້, ສະຫາຍ ໄດ້ເນັ້ນໃຫ້ຄະນະໜ່ວຍຊຸ

ຍົກສູງຄວາມຮັບຜິດ ຊອບໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າເພື່ອຮັບປະກັນໃຫ້ການຊີ້ນຳ-ນຳພາວຽກງານໜ່ວຍກຳມະບານຮາກຖານກົມ ຈັດຕັ້ງ ແລະ ພະນັກງານ ໃນຕໍ່ໜ້າ ໃຫ້ເຕີບໃຫຍ່, ເຂັ້ມແຂງ ແລະ ໜັກແໜ້ນກວ່າເກົ່າ; ສືບຕໍ່ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ໃນແຕ່ລະໄລຍະ ໃຫ້ບັນລຸຕາມແຜນການທີ່ວາງໄວ້ ພ້ອມທັງຮັກສາມູນເຊື້ອອັນດີງານຂອງຕົນ ໃຫ້ໜັກແໜ້ນ; ນໍາພາກຳມະບານ ກຈພ ກາຍເປັນກຳມະບານແບບຢ່າງໃນການເຄື່ອນໄຫວວຽກງານຕ່າງໆ ເຊັ່ນ: ວຽກງານວິຊາສະເພາະ, ວຽກງານຂະບວນການ, ວຽກງານຊ່ວຍເຫຼືອສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານກວດກາ ແລະ ວຽກງານອື່ນໆ; ສືບຕໍ່ຍົກສູງບົດບາດການເປັນເສນາທິການໃຫ້ການນຳກະຊວງ, ຄະນະກົມທຸລະກິດພະລັງງານ ແລະ ຄະນະບໍລິຫານງານກຳມະບານກະຊວງ ໃນການຈັດຕັ້ງປະຕິບັດບັນດາມະຕິ, ຄໍາສັ່ງ, ຄໍາແນະນຳ, ແຈ້ງການ ຂອງຂັ້ນເທິງ, ກົດໝາຍ ແລະ ລະບຽບການຂອງລັດວາງອອກຢ່າງເຂັ້ມງວດ ໄປພ້ອມໆກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງລັດ, ແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃນແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ. 

ພາບ ແລະ ຂ່າວ: ກົງເມັງ ລີຕົ່ງປາວ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506