3 ອົງການຈັດຕັ້ງມະຫາຊົນ ສ້າງຂະບວນການແຂ່ງຂັນກິລາ-ສິນລະປະມວນຊົນ ເພື່ອຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດຂອງພັກ, ຂອງຊາດ Post author:mem admin Post published:18/02/2025 Post category:ສະຫະພັນກຳມະບານລາວ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດຂອງຊາດ ຂອງພັກ ໃນປີ 2025 ນີ້ໃຫ້ມີບັນຍາກາດຟົດຟື້ນ, ຄຶກຄື້ນ ແລະ ມ່ວນຊົນ. ພ້ອມກັນນີ້, ຍັງເປັນການສ້າງຂະບວນການເພື່ອຂໍ່ານັບຮັບຕ້ອນການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງອົງຄະນະພັກກະຊວງພະລັງງານ ແລະ ບໍ່ແຮ່ ທີ່ຈະໄຂຂຶ້ນໃນມໍ່ໆນີ້. 3 ອົງການຈັດຕັ້ງມະຫາຊົນກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ສ້າງຂະບວນການແຂ່ງຂັນກິລາ ແລະ ສິນລະປະມວນຊົນຂຶ້ນ ໃນວັນທີ 7 ກຸມພາ 2025 ຢູ່ເດີນສຳນັກງານຂອງຕົນ. ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວເປີດພິທີຂອງ ສະຫາຍ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່. ມີບັນດາ ສະຫາຍ ຄະນະປະຈຳພັກກະຊວງ, ຄະນະພັກກະຊວງ, ຄະນະໜ່ວຍພັກຮາກຖານ, ຄະນະພັກຮາກຖານ ພ້ອມດ້ວຍການນຳຂອງ 3 ອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກ 3 ອົງການຈັດຕັ້ງມະຫາຊົນອ້ອມຂ້າງກະຊວງເຂົາຮ່ວມຢ່າງຫຼວງຫຼາຍ. ກິດຈະກຳທີ່ນຳມາແຂ່ງຂັນໃນຄັ້ງນີ້ລວມມີ: ກິດຈຳກຳຂາຍອາຫານ ແລະ ເຄື່ອງດື່ມ 3 ພາກ (ອາຫານ ແລະ ເຄື່ອງດື່ມພາກເໜືອ, ພາກກາງ ແລະ ພາກໃຕ້) ກິດຈະກຳນີ້ມີ 1 7 ພາກສ່ວນເຂົ້າຮ່ວມບໍລິການ ໂດຍແມ່ນອົງການຈັດຕັ້ງແມ່ຍິງກະຊວງເປັນເຈົ້າການບໍລິການອາຫານ ແລະ ເຄື່ອງດື່ມຕະຫຼອດງານ; ກິລາແລ່ນໄຖ່ ມີນັກກິລາເຂົ້າຮ່ວມທັງໝົດ 34 ທ່ານ (ຍິງ17 ທ່ານ, ຊາຍ17 ທ່ານ); ກິລາແລ່ນ 3 ຂາ ມີນັກກິລາເຂົ້າຮ່ວມທັງໝົດ 34 ທີມ(ຍິງ 17 ທີມ, ຊາຍ 17 ທີມ); ກິລາດຶງເຊືອກ ມີ 4 ທີມ (ທີມຍິງ2 ທີມ, ທີມຊາຍ 2 ທີມ) ແລະ ແຂ່ງຂັນຮ້ອງເພັງ-ຂັບລຳມວນຊົນ ມີນັກຮ້ອງ-ນັກຂັບລຳ ເຂົ້າຮ່ວມແຂ່ງຂັນທັງໝົດ 10 ທ່ານ. ພາບ: ສົມສະນຸກ ທອງສະຫງວນຂ່າວ: ຄໍາແສງ ແກ້ວປະເສີດWebsite:www.mem.gov.laສາຍດ່ວນ: 1506 You Might Also Like ກອງປະຊຸມໃຫຍ່ ຄັ້ງທີ III ໜ່ວຍກໍາມະບານຮາກຖານ ກົມທໍລະນີສາດ ແລະ ແຮ່ທາດໄດ້ເລືອກຕັ້ງເອົາ ສະຫາຍ ຂາວພອນ ສຸກລາພັນ ເປັນປະທານ 07/08/2024 ສະຫະພັນກຳມະບານກະຊວງ ພະລັງງານ ແລະ ບໍ່ແຮ່ ຈັດພິທີຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 67ປີ 06/02/2023 ປະທານ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ພົບປະ, ຢ້ຽມຢາມ ແລະ ເຮັດວຽກ ຢູ່ກະຊວງພະລັງງານ ແລະ ບໍ່ແຮ່ 01/07/2024
ກອງປະຊຸມໃຫຍ່ ຄັ້ງທີ III ໜ່ວຍກໍາມະບານຮາກຖານ ກົມທໍລະນີສາດ ແລະ ແຮ່ທາດໄດ້ເລືອກຕັ້ງເອົາ ສະຫາຍ ຂາວພອນ ສຸກລາພັນ ເປັນປະທານ 07/08/2024
ສະຫະພັນກຳມະບານກະຊວງ ພະລັງງານ ແລະ ບໍ່ແຮ່ ຈັດພິທີຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 67ປີ 06/02/2023
ປະທານ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ພົບປະ, ຢ້ຽມຢາມ ແລະ ເຮັດວຽກ ຢູ່ກະຊວງພະລັງງານ ແລະ ບໍ່ແຮ່ 01/07/2024