ໜ່ວຍກຳມະບານໜ່ວຍຮາກຖານ ກົມສົ່ງເສີມ ແລະ ປະຢັດ ພະລັງງານ ສຳເລັດການດຳເນີນກອງປະຊຸມໃຫຍ່ຄັ້ງທີ II

         ກອງປະຊຸມໃຫຍ່ຄັ້ງທີ II ຂອງ ໜ່ວຍກຳມະບານໜ່ວຍຮາກຖານ ກົມສົ່ງເສີມ ແລະ ປະຢັດ ພະລັງງານ ໄດ້ໄຂຂຶ້ນ ແລະ ອັດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 03 ກໍລະກົດ 2024 ນີ້ ຢູ່ຫ້ອງປະຊຸມໃຫຍ່ຊັ້ນ5 ພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາໝັ້ນ ສໍປະເສີດ ຄະນະບໍລິຫານງານສະຫະພັນກຳມະບານກະຊວງ, ປະທານໜ່ວຍກຳມະບານຮາກຖານ ກົມສົ່ງເສີມ ແລະ ປະຢັດ ພະລັງງານ. ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ຊີນຳການດຳເນີນກອງປະຊຸມໃຫຍ່ຂອງ ສະຫາຍ ເພັດສະຫວັນ ລັດຕະນະທົງໄຊ ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງ ສະຫະພັນກຳມະບານລາວ, ປະທານຄະນະບໍລິຫານງານສະຫະພັນກຳມະບານ ກະຊວງພະລັງງານ ແລະ ບໍ່ແຮ່; ສະຫາຍ ຈັນໂທ ມີລັດຕະນະແພງ ຄະນະພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ; ມີບັນດາສະຫາຍ ຄະນະບໍລິຫານງານ ສະຫະພັນກຳມະບານກະຊວງ, ບັນດາສະຫາຍປະທານ-ຮອງປະທານໜ່ວຍກຳມະບານ ຮາກຖານອ້ອມຂ້າງກະຊວງ, ສະຫາຍ ຕາງໜ້າອົງການຈັດຕັ້ງ ຊາວໜຸ່ມ, ແມ່ຍິງ ພ້ອມດ້ວຍຜູ້ແທນກອງປະຊຸມໃຫຍ່ ກໍ່ໃຫ້ກຽດເຂົ້າຮ່ວມ.

          ກອງປະຊຸມໃຫຍ່ໄດ້ຮັບຟັງການສະເໜີບົດລາຍງານການເມືອງ ທັງສອງພາກ ທີ່ສະເໜີໂດຍ ສະຫາຍ ຄໍາໝັ້ນ ສໍປະເສີດ, ຄະນະບໍລິຫານງານສະຫະພັນກຳມະບານກະຊວງ, ປະທານ ກຳມະບານ ໜ່ວຍຮາກຖານ ກົມສົ່ງເສີມ ແລະ ປະຢັດພະລັງງານ. ໃນບົດລາຍງານ ດັ່ງກ່າວ ໄດ້ຕີລາຄາຢ່າງພາວະວິໄສ ເຖິງຜົນສໍາເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການເຄື່ອນໄຫວວຽກງານ ກຳມະບານຢູ່ພາຍໃນກົມສົ່ງເສີມ ແລະ ປະຢັດພະລັງງານ. ໜ່ວຍຮາກຖານ ກຳມະບານ ກົມສົ່ງເສີມ ແລະ ປະຢັດພະລັງງານ ເປັນໜຶ່ງໃນ 3 ອົງການຈັດຕັ້ງມະຫາຊົນ ພາຍໃຕ້ການຊີ້ນໍາ-ນໍາພາ ໂດຍກົງ ແລະ ຮອບດ້ານ ຂອງໜ່ວຍພັກກົມສົ່ງເສີມ ແລະ ປະຢັດພະລັງງານ. ປັດຈຸບັນ ມີຄະນະໜ່ວຍ 3 ສະຫາຍ, ຍິງ 1 ສະຫາຍ; ມີສະມາຊິກທັງໝົດ 32 ສະຫາຍ, ຍິງ 10 ສະຫາຍ ໃນນີ້, ເປັນສະມາຊິກພັກ 20 ສະຫາຍ ເປັນຍິງ 5 ສະຫາຍ; ປະກອບມີ 5 ຈຸຊ່ວຍວຽກ.

         ຕະຫຼອດໄລຍະ 5 ປີທີ່ຜ່ານມາ ພາຍໃຕ້ການຊີ້ນຳໂດຍກົງ ຂອງຄະນະໜ່ວຍພັກກົມສົ່ງເສີມ ແລະ ປະຢັດ ພະລັງງານ ແລະ ຄະນະບໍລິຫານງານ ກຳມະບານ ກະຊວງ, ໜ່ວຍອອກຖາມ ກໍາມະບານ ຸກົມສົ່ງເສີມ ແລະ ປະຢັດພະລັງງານ ພວກເຮົາໄດ້ເອົາໃສ່ໃຈປະກອບສ່ວນຢ່າງຫ້າວຫັນ, ອົດທົນ ແລະ ຢ່າງມີຫົວຄິດປະດິດ ສ້າງ ໃນການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຕົນ ຫຼັງຈາກນັ້ນ, ຜູ້ ແທນກອງປະຊຸມໃຫຍ່ ກໍ່ໄດ້ພ້ອມກັນປະກອບຄໍາເຫັນຢ່າງກົງໄປ, ກົງມາ ແລະ ຮັບຮອງເອົາຢ່າງເປັນເອກະສັນ ກອງປະຊຸມໃຫຍ່ ໄດ້ຮັບຟັງການລາຍງານບົດສຳຫຼວດການນໍາພາລວມຂອງຄະນະໜ່ວຍຊຸດທີ 1, ພ້ອມກັນ ນີ້ ຄະນະໜ່ວຍຊຸດທີ 1 ກໍ່ໄດ້ພ້ອມກັນກ່າວຄໍາລາໜ້າທີ່ ທີ່ໄດ້ຮັບການມອບໝາຍຕະຫຼອດໄລຍະ 5 ປີທີ່ຜ່ານມາ.

          ກອງປະຊຸມໃຫຍ່ໄດ້ຈັດພິທີມອບ-ຮັບໃບຍ້ອງຍໍໃຫ້ກົມກອງລວມໝູ່ ແລະ ບຸກຄົນດີເດັ່ນ ຜູ້ທີ່ມີຜົນງານດີປະກອບສ່ວນເກືອແຮງ ແລະ ສະຕິບັນຍາ ເຂົ້າໃນການເຄື່ອນໄຫວວຽກງານກຳມະບານຕະຫຼອດໄລຍະ 5 ປີທີ່ຜ່ານມາ ໂດຍມີສະມາຊິກກໍາມະບານພາຍໃນໜ່ວຍໄດ້ຮັບການຍ້ອງຍໍທັງໝົດ 31 ສະຫາຍ, ໃນນີ້ປະເພດ1 ຈໍານວນ 29 ສະຫາຍ, ປະເພດ 2 ຈຳນວນ 2 ສະຫາຍ.

          ຜູ້ແທນກອງປະຊຸມໃຫຍ່ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະໜ່ວຍຊຸດໃໝ່ ເພື່ອສືບຕໍ່ນຳພາວຽກງານກຳມະບານພາຍໃນກົມ ໃນ 5 ປີຕໍ່ໜ້າ ຈຳນວນ 3 ສະຫາຍ ຈາກຜູ້ລົງສະໝັກຮັບເລືອກຕັ້ງທັງໝົດ 5 ສະຫາຍ. ກອງປະຊຸມຄັ້ງປະຖົມມະລືກຂອງ ໜ່ວຍກຳມະບານຮາກຖານ ກົມສົ່ງເສີມ ແລະ ປະຢັດພະລັງງານ ຊຸດທີ II ໄດ້ເຫັນດີເປັນເອກະສັນເລືອກເອົາສະຫາຍ ບົວລອມ ໄຊຊະນະວົງ ເປັນປະທານ, ສະຫາຍ ນາງ ວິໄລຍາ ພິມພັນ ເປັນຮອງປະທານ ແລະ ສະຫາຍ ພອນປະສົງ ສິດທິເດດ ເປັນກຳມະການ ທັງເປັນປະທານກວດກາ.

          ຕອນທ້າຍຂອງກອງປະຊຸມໃຫຍ່ ໄດ້ຮັບຟັງ ການໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງ ສະຫາຍ ປະທານຄະນະບໍລິຫານງານສະຫະພັນກຳມະບານ ກະຊວງພະລັງງານ ແລະ ບໍ່ແຮ່ ເຊິ່ງກ່ອນອື່ນ ສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນງານທີ່ໜ່ວຍ ກໍາມະບານ ກົມສົ່ງເສີມ ແລະ ປະຢັດພະລັງງານ ຍາດມາໄດ້ຕະຫຼອດໄລຍະ 5 ປີຜ່ານມາ. ພ້ອມກັນນີ້, ສະຫາຍ ຍັງໄດ້ເນັ້ນໃຫ້ຄະນະໜ່ວຍຊຸດໃໝ່ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກຊາວໜຸ່ມພາຍໃນໜ່ວຍມີ ທັດສະນະຫຼັກໝັ້ນ, ມີຄຸນສົມບັດ, ສິນທຳປະຕິວັດ; ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ໃຫ້ສູງຂຶ້ນກວ່າເກົ່າ ເພື່ອຮັບປະກັນໃຫ້ການຊີ້ນໍາ-ນໍາພາວຽກງານກຳມະບານ ຂອງກົມສົ່ງເສີມ ແລະ ປະຢັດ ພະລັງງານໃນຕໍ່ໜ້າ ເຕີບໃຫຍ່, ເຂັ້ມແຂງ ແລະ ໜັກແໜ້ນກວ່າເກົ່າ; ຈັດຕັ້ງປະຕິບັດຂໍ້ແຂງ 5 ເປັນເຈົ້າ ໃນແຕ່ລະໄລຍະ, ໃຫ້ບັນລຸຕາມແຜນການທີ່ວາງໄວ້ ພ້ອມທັງຮັກສາມູນເຊື້ອອັນດີງານຂອງຕົນ ໃຫ້ໜັກ ແໜ້ນ; ນໍາພາກຳມະບານຸກົມສົ່ງເສີມ ແລະ ປະຢັດພະລັງງານ ກາຍເປັນກຳມະບານແບບຢ່າງໃນ ການເຄື່ອນໄຫວວຽກງານຕ່າງໆ ເຊັ່ນ: ວຽກງານວິຊາສະເພາະ, ວຽກງານຂະບວນການ, ວຽກງານ ຊ່ວຍເຫຼືອສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານອື່ນໆ;

ພາບ ແລະ ຂ່າວ: ວັນໄຊ ສີສົມພູ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506