ໃນຕອນບ່າຍ ວັນທີ 30 ຕຸລາ 2024 ທີ່ ລັດວິສາຫະກິດໄຟຟ້າລາວ, ສະຫະພັນກໍາມະບານກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມເສວະນາຂຶ້ນ ໂດຍມີສະຫະພັນກຳມະບານກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ສະຫະພັນກໍາມະບານກະຊວງກະສິກໍາ ແລະ ປ່າໄມ້, ເປັນປະທານຮ່ວມຂອງ ກອງປະຊຸມດັ່ງກ່າວ ໂດຍ ສະຫາຍ ເພັດສະຫວັນ ລັດຕະນະທົງໄຊ ປະທານສະຫະພັນກໍາມະບານກະຊວງ ພບ, ສະຫາຍ ປອ ບົວວັນ ວິລະວົງ ປະທານສະຫະພັນກໍາມະບານກະຊວງ ອຄ ແລະ ສະຫາຍ ສົມຫວັງ ພິມມະສອນ ປະທານສະຫະພັນກໍາມະບານກະຊວງ ກປ, ມີສະມາຊິກກໍາມະບານຂອງ 3 ກະຊວງ ແລະ ບໍລິສັດທີ່ຂື້ນກັບ 100 ກວ່າສະຫາຍ ເຂົ້າຮ່ວມ, ຈຸດປະສົງເພື່ອຊຸກຍູ້ວຽກງານກໍາມະບານ 5 ເປັນເຈົ້າ ທີ່ຕິພັນກັບວິຊາສະເພາະຂອງແຕ່ລະຂະແໜງການ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຜູ້ແທນກຳມະບານລາວ ທົ່ວປະເທດ ຄັ້ງທີ VIII ແລະ ການກະກຽມດໍາເນີນກອງປະຊຸມໃຫຍ່ສາມຂັ້ນຂອງກໍາມະບານ ໃນຂອບເຂດທົ່ວປະເທດ, ທັງເປັນການສ້າງຂະບວນການການຂໍ່ານັບຮັບຕ້ອນກອງປະຊຸມໃຫ່ຍຂອງຄະນະບໍລິຫານງານສະຫະພັນກໍາມະບານທັງ 3 ກະຊວງ , ການເສວະນາປະກອບມີ 4 ຫົວຂໍ້:
1. ການນໍາໃຊ້ພະລັງງານທົດແທນ ສຳລັບກະສິກໍາ ແລະ ຊົນລະປະທານໃນຍຸກໃໝ່.
2. ການຄຸ້ມຄອງລາຄາສິນຄ້າ ແລະ ການບໍລິການ.
3. ການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ປ່າໄມ້.
4. ກະສິກຳສະອາດ, ພະລັງງານ ແລະ ຄວາມເປັນກາງທາງກາກບອນ ເພື່ອສົ່ງເສີມວຽກງານສີຂຽວທີ່ຢືນຢົງ, ກໍລະນີຕົວຢ່າງ: ການເຮັດກະສິກໍາປູກເຂົ້າແບບຢືນຍົງ.