
ກອງປະຊຸມໃຫຍ່ຄັ້ງທີ III ໜ່ວຍກໍາມະບານຮາກຖານ ກົມທໍລະນີສາດ ແລະ ແຮ່ທາດ ໄດ້ໄຂຂຶ້ນຢ່າງເປັນທາງການ ຕອນບ່າຍ ວັນທີ 10 ກໍລະກົດ 2024 ພາຍໃຕ້ການເປັນປະທານ ຂອງ ສະຫາຍ ສູນທອນ ລາວໂລ ປະທານໜ່ວຍກໍາມະບານຮາກຖານ ກົມທໍລະນີສາດ ແລະ ແຮ່ທາດ. ໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ເພັດສະຫວັນ ລັດຕະນະທົງໄຊ ກໍາມະການບໍລິຫານງານພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ປະທານສະຫະພັນກໍາມະບານ ກະຊວງພະລັງງານ ແລະ ບໍ່ແຮ່; ສະຫາຍ ສຸຂັນສັກ ສີສຸກ ກໍາມະການບໍລິຫານງານພັກກະຊວງ, ເລຂາໜ່ວນພັກ, ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ; ບັນດາສະຫາຍຄະນະໜ່ວຍພັກ, ຄະນະນະກົມທໍລະນີສາດ ແລະ ແຮ່ທາດ; ຄະນະບໍລິຫານງານສະຫະພັນກໍາມະບານກະຊວງພະລັງງານ ແລະ ບໍ່ແຮ່; ບັນດາສະຫາຍປະທານ/ຮອງປະທານ/ກໍາມະການ ໜ່ວຍກໍາມະບານຮາກຖານ ອ້ອມຂ້າງກະຊວງພະລັງງານ ແລະ ບໍ່ແຮ່; ຕາງໜ້າອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ, ແມ່ຍິງ ພ້ອມດ້ວຍຜູ້ແທນກອງປະຊຸມໃຫຍ່ ກໍ່ໃຫ້ກຽດເຂົ້າຮ່ວມ.

ກອງປະຊຸມໃຫຍ່ໄດ້ຮັບຟັງການສະເໜີບົດລາຍງານການເມືອງທັງສອງພາກຈາກ ສະຫາຍ ສູນທອນ ລາວໂລ ປະທານໜ່ວຍກໍາມະບານຮາກຖານ ກົມທໍລະນີສາດ ແລະ ແຮ່ທາດ. ໃນບົດລາຍງານ ສະຫາຍ ໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວຕະຫຼອດໄລຍະ 5 ປີທີ່ຜ່ານມາ ທີ່ກຳມະບານກົມທໍລະນີສາດ ແລະ ແຮ່ທາດ ຍາດມາໄດ້. ພ້ອມກັນນີ້, ສະຫາຍ ກໍ່ຍັງຍົກໃຫ້ເຫັນຈຸດຄົງຄ້າງ ແລະ ທິດທາງແຜນການສູ້ຊົນໃນ 5 ປີຕໍ່ໜ້າ. ກອງປະຊຸມໃຫຍ່ຄັ້ງທີ III ໜ່ວຍກໍາມະບານຮາກຖານ ກົມທໍລະນີສາດ ແລະ ແຮ່ທາດ ໄດ້ຕົກລົງເຫັນດີ ແລະ ຮັບເອົາຫຼາຍບັນຫາສໍາຄັນ ຊຶ່ງເປັນພື້ນຖານ ໃຫ້ແກ່ການນໍາພາ-ຊີ້ນໍາ ວຽກງານກໍາມະບານຮາກຖານ ກົມທໍລະນີສາດ ແລະ ແຮ່ທາດ ເປັນຕົ້ນ:

1. ກອງປະຊຸມ ໄດ້ຮັບຟັງການລາຍງານການເມືອງທັງ 02 ພາກ ນໍາສະເໜີໂດຍ ສະຫາຍ ສູນທອນ ລາວໂລ ປະທານໜ່ວຍກໍາມະບານຮາກຖານ ກົມທໍລະນີສາດ ແລະ ແຮ່ທາດ. ໜ່ວຍກໍາມະບານ ກົມທໍລະນີສາດ ແລະ ແຮ່ທາດ ແມ່ນໜຶ່ງ ໃນສາມອົງການຈັດຕັ້ງມະຫາຊົນ ພາຍໃຕ້ການນໍາພາ ແລະ ຊີ້ນໍາໂດຍກົງ ແລະ ຮອບດ້ານ ຂອງໜ່ວຍພັກ ກົມທໍລະນີສາດ ແລະ ແຮ່ທາດ ແລະ ຄະນະບໍລິຫານງານສະຫະພັນກໍາມະບານກະຊວງ. ມີພາລະບົດບາດ ເປັນເສນາທິການ ໃຫ້ໜ່ວຍພັກກົມທໍລະນີສາດ ແລະ ແຮ່ທາດ ແລະ ຄະນະບໍລິຫານງານສະຫະພັນກໍາມະບານກະຊວງພະລັງງານ ແລະ ບໍ່ແຮ່ ໃນການເຕົ້າໂຮມຄວາມສາມັກຄີ ພາຍໃນກົມທໍລະນີສາດ ແລະ ແຮ່ທາດ ໃຫ້ມີຄວາມເປັນປຶກແຜ່ນແໜ້ນໜາ, ຊ່ວຍເຫຼືອ, ຮັກແພງ ເຊິ່ງກັນ ແລະ ກັນ; ຕິດຕາມ, ກໍ່ສ້າງ ແລະ ຝຶກຝົນຫຼໍ່ຫຼອມໃຫ້ສະມາຊິກ ມີຄຸນທາດການເມືອງ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້, ມີຄວາມສາມາດ ກາຍເປັນພະນັກງານຫຼັກແຫຼ່ງ, ພະນັກງານຜູ້ສືບທອດຂອງພັກ. ປະຈຸບັນ ຄະນະໜ່ວຍກໍາມະບານຮາກຖານ ກົມທໍລະນີສາດ ແລະ ແຮ່ທາດ ມີ 03 ສະຫາຍ, ຍິງ 01 ສະຫາຍ, ມີສະມາຊິກທັງໝົດ 59 ສະຫາຍ (ຍິງ 17 ສະຫາຍ).is, pulvinar dapibus leo.

2. ກອງປະຊຸມ ໄດ້ຈັດຕັ້ງພິທີມອບ-ຮັບໃບຍ້ອງຍໍ 01 ກົມກອງລວມໝູ່ ແລະ ບຸກຄົນດີເດັ່ນ ປະເພດ I ແລະ ປະເພດ II ທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການ ຕິບັດວຽກງານກໍາມະບານ ຕະຫຼອດໄລຍະ 05 ປີຜ່ານມາ ທັງໝົດ 59 ສະຫາຍ ໃນນັ້ນ ປະເພດ I ຈໍານວນ 57 ສະຫາຍ ແລະ ປະເພດ II ຈໍານວນ 02 ສະຫາຍ ຕາມຂໍ້ຕົກລົງຂອງປະທານສະຫະພັນ ກໍາມະບານ ກະຊວງພະລັງງານ ແລະ ບໍ່ແຮ່.

3. ກອງປະຊຸມໃຫຍ່ ໄດ້ຮັບຟັງການລາຍງານ ບົດລາຍງານການນໍາພາລວມ ຂອງໜ່ວຍ ຊຸດທີ II ຈາກຄະນະໜ່ວຍກໍາມະບານຮາກຖານ ກົມທໍລະນີສາດ ແລະ ແຮ່ທາດ ຈາກນັ້ນ ຄະນະໜ່ວຍຊຸດທີ II ກໍໄດ້ຂຶ້ນກ່າວລາໜ້າທີ່ ທີ່ໄດ້ຮັບມອບໝາຍຕະຫຼອດໄລຍະເວລາ 05 ປີຜ່ານມາ;

4. ຜູ້ແທນກອງປະຊຸມໃຫຍ່ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົ້ນເລືອກຕັ້ງເອົາຄະນະໜ່ວຍຊຸດໃໝ່ ຈຳນວນ 3 ສະຫາຍ ຈາກຜູ້ລົງຮັບສະໝັກ 5 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກ ຂອງໜ່ວຍກໍາມະບານຮາກຖານ ກົມທໍລະນີສາດ ແລະ ແຮ່ທາດ ຄັ້ງທີ III ໄດ້ເຫັນເຫັນດີເປັນເອກະສັນກັນ ເລືອກເອົາ ສະຫາຍ ຂາວພອນ ສຸກລາພັນ ເປັນປະທານ, ສະຫາຍ ນາງ ທອງຂັນ ສູນດາລາ ເປັນຮອງປະທານ ແລະ ສະຫາຍ ຄຳແສງ ວິໄລຄຳ ເປັນກໍາມະການ ທັງເປັນປະທານກວດກາ.

5. ກອງປະຊຸມໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາ ຂອງສະຫາຍ ເພັດສະຫວັນ ລັດຕະນະທົງໄຊ, ກໍາມະການຄະນະບໍລິຫານງານພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ປະທານສະຫະພັນກໍາມະບານກະຊວງພະລັງງານ ແລະ ບໍ່ແຮ່ ເຊິ່ງກ່ອນອື່ນ ສະຫາຍໄດ້ສະແດງຄວາມຍ້ອຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນງານ ທີ່ໜ່ວຍກໍາມະບານ ກົມທໍລະນີສາດ ແລະ ແຮ່ທາດ ຍາດມາໄດ້ຕະຫຼອດໄລຍະ 05 ປີຜ່ານມາ ພ້ອມກັນນີ້ ສະຫາຍຍັງໄດ້ເໜັ້ນໃຫ້ຄະນະຊຸດໃໝ່ ສືບຕໍ່ເອົາໃຈໃສ່ ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກກໍາມະບານຮາກຖານ ພາຍໃນໜ່ວຍ ໃຫ້ມີທັດສະນະຫຼັກໝັ້ນ, ມີຄຸນສົມບັດສິນທໍາປະຕິວັດ, ຍົກສູງຄວາມຮັບຜິດຊອບ ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ ເພື່ອຮັບປະກັນໃຫ້ການຊີ້ນໍາ-ນໍາພາ ວຽກງານກໍາມະບານຂອງກົມທໍລະນີສາດ ແລະ ແຮ່ທາດ ໃນຕໍ່ໜ້າໃຫ້ເຕີບໃຫຍ່, ເຂັ້ມແຂງ ແລະ ໜັກແໜ້ນກວ່າເກົ່າ; ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າໃນແຕ່ລະໄລຍະ ໃຫ້ບັນລຸຕາມແຜນ ທີ່ວາງໄວ້ ພ້ອມທັງຮັກສາມູນເຊື້ອອັນດີງາມຂອງຕົນໃຫ້ໜັກແໜ້ນ ນໍາພາໜ່ວຍກໍາມະບານກົມທໍລະນີສາດ ແລະ ແຮ່ທາດ ກາຍເປັນໜ່ວຍແບບຢ່າງໃນການເຄື່ອນໄຫວປະຕິບັດວຽກງານຕ່າງໆ ເຊັ່ນ: ວຽກງານວິຊາສະເພາະ, ວຽກງານຂະບວນການ, ວຽກງານຊ່ວຍເຫຼືອສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານອື່ນໆ;



