ງານແຂ່ງຂັນສີມືແຮງງານຂອງລັດວິສາຫະກິດໄຟຟ້າລາວ ປະຈໍາປີ 2022

         ທີ່ລັດວິສາຫະກິດໄຟຟ້າລາວ (ຟຟລ) ໄດ້ຈັດງານແຂ່ງຂັນສີມືແຮງງານ ປະຈໍາປີ 2022 ຂຶ້ນໃນວັນທີ 29 ເມສາ ຜ່ານມານີ້ ທີ່ສໍານັກງານໃຫຍ່ລັດວິສາຫະກິດໄຟຟ້າລາວ, ໂດຍການເປັນປະທານຂອງ ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ, ໃຫ້ກຽດເຂົ້າຮ່ວມ ໂດຍທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

        ທ່ານ ຈັນທະບູນ ສຸກອາລຸນ ກ່າວວ່າ: ຈຸດປະສົງຂອງງານໃນຄັ້ງນີ້ ເພື່ອ​ເປັ​ນ​ການສືບ​ຕໍ່​ຈາກ​ການ​ແຂ່ງ​ຂັນ ບັ້ນ​ທີ 1 ໃນ​ການ​ສະ​ເຫຼີ​ມ​ສະຫຼອງ ວັນ​ສ້າງ​ຕັ້ງ​ລັດວິ​ສາ​ຫະ​ກິດ​ໄຟ​ຟ້າ​ລາວ ຄົບ​ຮອບ 60 ປີ ແລະ ເປັນ​​ການສ້າງ​ຂະ​ບວນ​ການຕ້ອນຮັບວັນ​ກຳມະກອນສາກົນ ວັນທີ 1 ພຶດ​ສະ​ພາ 2022 ຄົບ​ຮອບ 136 ປີ, ທັງເປັນເວທີແຫ່ງການສົ່ງເສີມແນວຄວາມຄິດ ແລະ ການພັດທະນາທັກສະຄວາມຮູ້, ຄວາມສາມາດ, ປະສົບການ ແລະ ບົດຮຽນຂອງພະນັກງານ-ກຳມະກອນ ຟຟລ ໃຫ້ມີການພັດທະນາຢ່າງຕໍ່ເນື່ອງ ແລະ ເປັນມືອາຊີບ, ປັບປຸງປະສິດທິພາບຂອງການເຮັດວຽກໃຫ້ດີຂື້ນ ໂດຍສະເພາະແມ່ນການສ້າງນະວັດຕະກໍາ ເພື່ອມາປະຍຸກໃຊ້ໃນວຽກງານການຄຸ້ມຄອງ ແລະ ບໍລິການ ຂອງ ຟຟລ, ຜ່ານການແຂ່ງຂັນ ເຫັນວ່າ ບໍ່ວ່າປີນີ້ ຫຼື ປີຜ່ານໆມາ, ສັງເກດເຫັນໄດ້ເຖິງຄວາມສາມາດ, ທັກສະແນວຄິດສ້າງສັນ ແລະ ນະວັດຕະກໍາຂອງອ້າຍເອື້ອຍນ້ອງກຳມະກອນຂອງພວກເຮົາ ແມ່ນສູງຂຶ້ນເປັນກ້າວໆ, ສາມາດນຳສະເໜີ ແລະ ແຂ່ງຂັນກັນໄດ້ເປັນຢ່າງດີ ຊຶ່ງເປັນພື້ນຖານອັນສຳຄັນໜຶ່ງ ເພື່ອໃຫ້ພວກເຮົາສາມາດປັບປຸງຂີດຄວາມສາມາດ ໃນການໃຫ້ບໍລິການປະຊາຊົນ ກໍຄືຜູ້ຊົມໃຊ້ໄຟຟ້າ ໃຫ້ດີຂຶ້ນເປັນກ້າວໆ ແລະ ທີ່ສໍາຄັນກວ່ານັ້ນ ພວກເຮົາກໍາລັງຫັນເຂົ້າໄປສູ່ຍຸກ ICT ເຂົ້າມາຊ່ວຍໃນການບໍລິຫານຄຸ້ມຄອງຄ່ອຍໆພົ້ນເດັ່ນຂຶ້ນ, ຂ້າພະເຈົ້າເຊື່ອວ່າພວກເຮົາ ບໍ່ພຽງແຕ່ຈະສາມາດເຮັດຫຼ້ອນໜ້າທີ່ພາຍໃນ ຟຟລ ເທົ່ານັ້ນ ແຕ່ຍັງຈະສາມາດຫັນຄວາມຮູ້ຄວາມສາມາດນີ້ໄປຮັບວຽກພາຍນອກ ເພື່ອສ້າງລາຍຮັບໃຫ້ແກ່ອົງກອນ ກໍຄືການສ້າງລາຍຮັບ ໃຫ້ແກ່ອ້າຍເອື້ອຍນ້ອງກຳມະກອນພວກເຮົາໄດ້ອີກທາງໜຶ່ງ ແລະ ສໍາລັບສາຂາໃດທີ່ຍັງມີຂໍ້ຈໍາກັດໃນການເຮັດວຽກດ້ານໃດດ້ານໜຶ່ງ ພວກເຮົາແມ່ນເປີດໂອກາດໃຫ້ທີມທີ່ຊະນະ ໃນການແຂ່ງຂັນສີມືແຮງງານ ຂອງແຕ່ລະປີແມ່ນສາມາດໄປຊ່ວຍແນະນໍາ ແລະ ເຮັດວຽກຮ່ວມກັບສາຂານັ້ນໆໄດ້. ນີ້ແມ່ນມູນເຊື້ອອັນດີເດັ່ນຂອງກໍາມະບານ ກໍຄືກໍາມະກອນໄຟຟ້າລາວ ທີ່ເດີນຕາມເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສູນກາງສະຫະພັນກຳມະບານວາງໄວ້. ເຖິງແມ່ນວ່າ ງານແຂ່ງຂັນສີມືແຮງງານພຽງແຕ່ປີລະຄັ້ງ, ແຕ່ຂ້າພະເຈົ້າຢາກສະເໜີໃຫ້ພວກທ່ານໄດ້ເອົາໃຈໃສ່ນຳເອົາຜົນງານແຂ່ງຂັນຄັ້ງນີ້ ມາສ້າງເພື່ອເປັນມາດຕະຖານອັນໃໝ່ໃນການເຮັດວຽກໃຫ້ມີປະສິດທິພາບ ແລະ ປະສິດທິຜົນອັນໃໝ່ ທີ່ສູງກວ່າເກົ່າ, ຫັນວິທີການປະຕິບັດວຽກເຂົ້າສູ່ມາດຕະຖານສາກົນ ດ້ວຍຄວາມປອດໄພສູງ, ອຸບັດຕິເຫດຕ້ອງເປັນສູນ, ປະຢັດງົບປະມານ, ນໍາໃຊ້ອຸປະກອນ ແລະ ເຄື່ອງມືໃຫ້ເກີດຜົນປະໂຫຍດສູງສຸດ ແລະ ຫັນໄປນໍາໃຊ້ນະວັດຕະກຳ ທີ່ທັນສະໄໝເຂົ້າມາຊ່ວຍສ້າງໃຫ້ມີຂະບວນການແຂ່ງຂັນ ໃນການປະຕິບັດວຽກງານໃນທຸກໆວັນ, ທຸກໆເດືອນ ເພື່ອໃຫ້ມີການປັບປຸງດີຂຶ້ນເລື້ອຍໆ.

ຜົນການແຂ່ງຂັນຊະນະເລີດ, ຫົວຂໍ້ທີ 1 ນະວັດຕະກຳ: 1. ວຽກງານຫຼຸດຜ່ອນພະລັງງານຕົກເຮ່ຍ, ອັນດັບ 1: ພະແນກລະບົບສົ່ງພາກໃຕ້ ທີ່ຂຶ້ນກັບຝ່າຍຄຸ້ມຄອງລະບົບສົ່ງ, ອັນດັບ 2: ພະແນກຄົ້ນຄວ້າ-ສັງລວມ ຂອງ ຫ້ອງການຜູ້ອຳນວຍການ, ອັນດັບ 3: ພະແນກສ້ອມແປງສາຍສົ່ງ-ສະຖານີ ຂອງຝ່າຍຄຸ້ມຄອງລະບົບສົ່ງ, 2. ການເພີ່ມທະວີປະສິດທິພາບໃນການເກັບເງິນ-ທວງໜີ້, ອັນດັບ 1: ສາຂາແຂວງບໍ່ແກ້ວ ຝ່າຍລະບົບຈໍາໜ່າຍ, ອັນດັບ 2: ພະແນກລະບົບໃບບິນ-ໜີ້ສິນ ຝ່າຍລະບົບຈໍາຫນ່າຍ, ອັນດັບ 3: ສາຂາເຊກອງ ຝ່າຍລະບົບຈໍາໜ່າຍ, 3. ແນວຄວາມຄິດປະດິດສ້າງ, ອັນດັບ 1: ພະແນກຄົ້ນຄວ້າ – ສັງລວມ ຫ້ອງການຜູ້ອຳນວຍການ, ອັນດັບ 2: ພະແນກລະບົບສົ່ງພາກເໜືອ ຝ່າຍຄຸ້ມຄອງລະບົບສົ່ງ, ອັນດັບ 3: ຫ້ອງການຄົ້ນຄວ້າ-ສັງລວມ ຝ່າຍຄຸ້ມຄອງລະບົບສົ່ງ, ຫົວຂໍ້ 2: 1. ຕິດຕັ້ງໝໍ້ນັບໄຟ ປະກອບ CT, VT 22kV, ຊະນະເລີດ: ທີມສາຂາແຂວງຫຼວງນໍ້າທາ, ຮອງອັນດັບ 1: ທີມສາຂາແຂວງບໍ່ແກ້ວ, ຮອງອັນດັບ 2: ທີມສາຂາແຂວງຫຼວງພະບາງ, 2. ຕິດຕັ້ງໝໍ້ນັບໄຟ ປະກອບ CT 0.4 kV, ຊະນະເລີດ: ທີມສາຂາແຂວງອຸດົມໄຊ, ອັນດັບ 2: ທີມສາຂາແຂວງຫຼວງພະບາງ, ອັນດັບ 3: ທີມສາຂາແຂວງໄຊຍະບູລີ, 3. ຕອບຄໍາຖາມ. ຊະນະເລີດ: ທີມສາຂາແຂວງເຊກອງ, ອັນດັບ 2: ທີມສາຂາແຂວງອັດຕະປື, ອັນດັບ 3: ທີມສາຂາແຂວງໄຊສົມບູນ.

ພາບ-ຂ່າວ ລັດວິສາຫະກິດໄຟຟ້າລາວ