ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ໂອ້ລົມພະນັກງານຫຼັກແຫຼ່ງພະແນກພະລັງງານ ແລະ ບໍ່ແຮ່ແຂວງສະຫວັນນະເຂດ

          ໃນຕອນເຊົ້າວັນທີ 19 ມິຖຸນາ 2024 ທີ່ຫ້ອງປະຊຸມພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງສະຫວັນນະເຂດ ທ່ານ ປອ ໂພໄຊ ໄຊຍະສອນ ກໍາມະກາານສູນກາງພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ໂອ້ລົມພະນັງານຫຼັກແຫຼ່ງພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງໃນໂອກາດເຄື່ອນໄຫວເຮັດວຽກທີ່ແຂວງສະຫວັນນະເຂດ, ໂດຍມີ ທ່ານ ບຸນລ້ວນ ລີໄຊຍະລາດ ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ແຂວງ ພ້ອມດ້ວຍຄະນະໃຫ້ການຕ້ອນຮັບ.

          ທ່ານ ບຸນລ້ວນ ລີໄຊຍະລາດ ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ແຂວງ ໄດ້ລາຍງານວ່າ: ໃນໄລຍະ 6 ເດືອນຕົ້ນປີ 2024 ຜ່ານມາໃນຂົງເຂດພະລັງງານແລະບໍ່ແຮ່ ສາມາດຍາດໄດ້ຜົນສຳເລັດຫລາຍດ້ານວິຊາສະເພາະມີຍອດມູນຄ່າການຜະລິດດ້ານພະລັງງານ ແລະ ບໍ່ແຮ່ ໄດ້ 4.178,53 ຕື້ກີບ, ທຽບໃສ່ແຜນການປີ 2024 ປະຕິບັດໄດ້ 87,61%, ທຽບໃສ່ປີຜ່ານມາ ເຫັນວ່າເພີ່ມຂື້ນ 70,60% ມູນຄ່າການຈຳໜ່າຍພາຍໃນທັງໜົດ 293,30 ຕື້ກີບ, ທຽບໃສ່ແຜນການປີ 2024 ປະຕິບັດໄດ້ 84,82%,ທຽບໃສ່ປີຜ່ານມາ ເຫັນວ່າເພີ່ມຂື້ນ 70,75% ການຈຳໜ່າຍຕ່າງປະເທດ 205,88 ລ້ານໂດລາ, ທຽບໃສ່ແຜນການ ປີ 2024 ປະຕິບັດໄດ້ 33,17%. ທຽບໃສ່ປີຜ່ານມາ 82,00%ມາຮອດປະຈຸບັນ ຊົມໃຊ້ໄຟຟ້າຖາວອນຄົບ 01 ນະຄອນ 14 ເມືອງ, ມີບ້ານທີ່ໃຊ້ໄຟຟ້າຖາວອນ 990 ບ້ານ, ຂອງບ້ານທັງໝົດ 1,033 ບ້ານ ເທົ່າກັບ 95,84%, ມີຄອບຄົວໄດ້ໃຊ້ໄຟຟ້າທັງໃນລະບົບ ແລະ ນອກລະບົບ ທັງໝົດຈຳນວນ 203,907 ຄອບຄົວ ຂອງຄອບຄົວທັງໝົດ 207,834 ຄອບຄົວ ເທົ່າກັບ 98,11%, ໃນນີ້ ມີບ້ານທີ່ໃຊ້ໄຟຟ້າແສງຕາເວັນ 04 ບ້ານ, 257 ຄອບຄົວ ແລະ ບ້ານທີ່ຍັງບໍ່ທັນໄດ້ໃຊ້ໄຟຟ້າມີຈຳນວນ 43 ບ້ານ ເທົ່າກັບ 4,16% ເມືອງທີ່ໄດ້ໃຊ້ໄຟຟ້າ 100% ມີ 6 ເມືອງຄື: ນະຄອນໄກສອນ ພົມວິຫານ, ເມືອງອຸທຸມພອນ, ອາດສະພັງທອງ, ເມືອງ ຈຳພອນ, ເມືອງສອງຄອນ ແລະ ເມືອງໄຊບູລີ. ສຳລັບເມືອງທີ່ຍັງບໍ່ທັນຊົມໃຊ້ໄຟຟ້າຫລາຍກວ່າໜູ່ ແມ່ນເມືອງເຊໂປນ, ການມອບພັນທະເຂົ້າງົບປະມານ ໃນໄລຍະ 6 ເດືອນຕົ້ນປີ 2024 ໄດ້ 151,45 ຕື້ກີບ ໃນນີ້ດ້ານບໍ່ແຮ່ໄດ້ 126,29 ຕື້ກີບ ແລະ ດ້ານພະລັງງານໄດ້ 25,16 ຕື້ກີບ.

ໂອກາດມີຄຳເຫັນໂອ້ລົມ ທ່ານ ປອ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ກໍໄດ້ ກໍໄດ້ແນະນຳໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງ ສືບຕໍ່ໃນການວາງແຜນຂັ້ນຕໍ່ໄປ ແຜນສູນກາງ ແລະ ທ້ອງຖິ່ນ ພ້ອມທັງສືບຕໍ່ຜັນຂະຫຍາຍແນວທາງຂອງພັກໂດຍສະເພາະການຊົມໃຊ້ວັນນະກໍາ ຄົ້ນຄວ້ານິຕິກໍຳທີ່ວາງອອກ ແລະ ວາງແຜນຍຸດທະສາດການພັດທະນາເພື່ອເປັນທ່າແຮງທາງດ້ານເສດຖະກິດ ແລ້ວສາມາດລາຍງານກອງປະຊຸມທ້າຍສະໄໝທີ່ຈະມາເຖິງນີ້ ນັ້ນຈິ່ງຈະຮູ້ບ່ອນວ່າ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ຂະແໜງການທີ່ກ່ຽວຂ້ອງຂອງພະແນກພະລັງງານ ແລະ ບໍ່ແຮ່ນີ້ເປັນເຊັນເຕີໃນການວາງແຜນຍຸດທະສາດຄື: ອັນທີ1ແມ່ນເບິ່ງແນວທາງ, 2ຫຼັກການຜັນຂະຫຍາຍ, 3ຫຼັກການຄົ້ນຄວ້າ, 4 ຄວາມຮັບຜິດຊອບ, 5 ຂະແໜງການທີ່ກ່ຽວຂ້ອງພາຍໃນ ລາຍງານຕໍ່ການປະຊຸມໃຫຍ່ເພາະພະແນກພະລັງງານ ແລະ ບໍ່ແຮ່ ເປັນທ່າແຮງທີ່ສໍຄັນຫຼາຍ ພະນັກງານພະລັງງານ ແລະ ບໍ່ແຮ່ ຕ້ອງໄດ້ລົງເລິກ ແລະ ຄົ້ນຄວ້າຫຼາຍກວ່າເກົ່າ ສະນັ້ນເພື່ອກໍານົດບັນດາແຜນຍຸດທະສາດຂອງກອງປະຊຸມ 3 ຂັ້ນນີ້ ໃຫ້ແຕ່ລະສະຫາຍບັນດາຂະແໜງການທີ່ກ່ຽວຂ້ອງກວດກາຄືນໝົດຄວາມພ້ອມພະນັກງານບຸກຄະລາກອນ, ຄວາມພ້ອມແຜນງານແຜນວຽກພ້ອມດ້ວຍແຜນການຕ່າງໆໃຫ້ທັນການຕາມແຜນທີ່ກໍານົດໄວ້.
By: ວິທະຍຸກະຈາຍສຽງ ແຂວງ ສະຫວັນນະເຂດ