ທ່ານ ຮອງລັດຖະມົນຕີ ເນັ້ນຫລາຍບັນຫາໃຫ້ຄະນະສະເພາະກິດເອົາໃຈໃສ່ຕິດຕາມ,ຄຸ້ມຄອງການດຳເນີນໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳຂອງ ບໍລິສັດ ເຄເອັນຂຸດຄົ້ນບໍ່ແຮ່ ຈຳກັດ

           ໃນໂອກາດລົງຢ້ຽມຢາມ, ພົບປະ ແລະ ຕິດຕາມໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ ຂອງບໍລິສັດເຄເອັນຂຸດຄົ້ນບໍ່ແຮ່ ຈຳກັດ ໃນວັນທີ 12 ສິງຫາ 2024 ນີ້, ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ໂອ້ລົມພະນັກງານ, ລັດຖະກອນ ປະຈຳຢູ່ພາກສະໜາມຈາກຂະແໜງການຕ່າງໆ ທັງສູນກາງ ແລະ ທ້ອງຖິ່ນ ເຊິ່ງກຳລັງປະຕິບັດໜ້າທີ່ໃນການຕິດຕາມ,ຄຸ້ມຄອງ ແລະ ກວດກາການດຳເນີນການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳຂອງບໍລິສັດ ເຄເອັນຂຸດຄົ້ນບໍ່ແຮ່ ຈຳກັດ ຫລາຍບັນຫາ ເພື່ອເປັນກຳລັງໃຈ ແລະ ບ່ອນອີງໃນການປະຕິບັດໜ້າທີ່ ທີ່ພັກ, ລັດ ໄດ້ມອບໝາຍ. ກ່ອນອື່ນ ທ່ານ ຮອງລັດຖະມົນຕີ ສະແດງຄວາມຍ້ອງຍໍຊົມເຊີຍແລະ ຕີລາຄາສູງ ຕໍ່ຄວາມພະຍາຍາມ, ຄວາມອົດທົນ, ສູ້ສົນ ແລະ ຄວາມເອົາໃຈໃສ່ ຂອງພະນັກງານ, ລັດຖະກອນ ທຸກພາກສ່ວນທີ່ໄດ້ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ແລະ ເສຍສະຫລະຄວາມສຸກສ່ວນຕົວ ເພື່ອຜົນປະໂຫຍດຂອງປະເທດຊາດຕະຫລອດໄລຍະຜ່ານມາ ເຮັດໃຫ້ການຈັດຕັ້ງປະຕິບັດໂຄງການມີຄວາມຄືບໜ້າ ແລະມີປະສິດທິພາບ, ມີປະສິດທີຜົນສູງ.

ພ້ອມກັນນີ້, ທ່ານ ຮອງລັດຖະມົນຕີ ຍັງໄດ້ເນັ້ນໜັກບາງບັນຫາ ເພື່ອສືບຕໍ່ເອົາໃຈໃສ່ແກ້ໄຂ ແລະ ປັບປຸງ ເປັນຕົ້ນແມ່ນ: ໃຫ້ພະນັກງານທຸກພາກສ່ວນ ລວມທັງກຳມະກອນຂອງບໍລິສັດ ຈົ່ງເຊີດຊູຄວາມຮັກຊາດ, ຄວາມຊື່ສຸດບໍລິສຸດໃນການຄຸ້ມຄອງຊັບພະຍກອນຂອງຊາດ ໃຫ້ມີຄວາມປອດໄພ ໃນນີ້ໃຫ້ຖືເອົາວຽກງານປ້ອງກັນຊາດ,ປ້ອງກັນຄວາມສະຫງົບໂຄງການ ເປັນອັນຕັດສິນໃນການຕິດຕາມ,ກວດກາ ແລະຄຸ້ມຄອງໂຄງການ ໂດຍໃຫ້ມີການປ້ອງກັນເວນຍາມຕະຫລອດ24ຊົ່ວໂມງ ໄປພ້ອມໆກັບການຕິດຕາມ,ກວດກາດ້ວຍລະບົບເອເລັກໂຕຣນິກ (ກ້ອງວົງຈອນປິດ) ໃຫ້ເຂັ້ມງວດ ທັງໃນເຂດພື້ນທີ່ການຜະລິດ ແລະ ພື້ນທີ່ການຂຸດຄົ້ນ; ສ້າງແຜນການປະຕິບັດວຽກງານໃຫ້ລະອຽດ,ຈະແຈ້ງ ໂດຍສະເພາະແມ່ນແຜນວຽກ, ແຜນຄົນ, ແຜນເງິນ ຕ້ອງໄປພ້ອມກັນ ເພື່ອຮັບປະກັນໃຫ້ການປະຕິບັດວຽກງານຂອງຄະນະສະເພາະກິດດຳເນີນໄປຢ່າງມີປະສິດທິພາບ, ມີປະສິດທີຜົນ ຖືກຕ້ອງ ແລະ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ກົດໝາຍຂອງ ລັດ ວາງອອກຢ່າງເຂັ້ມງວດ,

ການເຄື່ອນໄຫວປະຕິບັດໜ້າທີ່ແຕ່ລະໄລຍະຕ້ອງມີການບັນທຶກລາຍງານໃຫ້ຂັ້ນເທິງໄດ້ຮັບຊາບຢ່າງເປັນປະຈຳ, ປົກກະຕິ; ບັນຫາສຸດທ້າຍ ທ່ານ ຮອງລັດຖະມົນຕີ ໄດ້ສະເໜີໃຫ້ຄະນະສະເພາະກິດດັ່ງກ່າວ ເອົາໃຈໃສ່ປະຕິບັດວຽກງານນະໂຍບາຍຕໍ່ພະນັກງານ, ລັດຖະກອນ ທີ່ປະຕິບັດໜ້າທີ່ຢູ່ພາກສະໜາມ ໂດຍສະເພາະແມ່ນພະນັກງານທີ່ມາຈາກຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບສຸກ ໃຫ້ເໝາະສົມ ແລະ ເປັນໄປຕາມລະບຽບການທີ່ກຳນົດໄວ້ ທັງນີ້ກໍ່ເພື່ອສ້າງຂວັນ ແລະ ກຳລັງໃຈ ໃນການປະຕິບັດໜ້າທີ່ຂອງພະນັກງານ, ລັດຖະກອນ ທຸກພາກສ່ວນ ເນື່ອງຈາກວ່າຜູ້ທີ່ມາປະຈຳການຢູ່ພາກສະໜາມທຸກທ່ານ ລ້ວນແລ້ວແຕ່ແມ່ນການເສຍຫລະສ່ວນຕົວ ເພື່ອຜົນປະໂຫຍດສ່ວນລວມ ແລະ ທັງເຮັດໃຫ້ການປະຕິບັດໜ້າທີ່ ທີ່ຂັ້ນເທິງໄດ້ມອບໝາຍ ມີຜົນສຳເລັດຢ່າງຈົບງາມ.

ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳຂອງ ບໍລິສັດເຄເອັນຂຸດຄົ້ນບໍ່ແຮ່ ຈຳກັດ ໄດ້ເຊັນສັນຍາສຳປະທານພັດທະນາບໍ່ແຮ່ ເພື່ອຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ ກັບລັດຖະບານ ໃນເນື້ອໃນທີ່ 296ເຮັກຕາ ຢູ່ເຂດບ້ານດອນຈັນ,ບ້ານນໍ້າງອນເໜືອ,ນໍ້າງອນໃຕ້, ບ້ານກອງນາໃໝ່, ບ້ານດາກລະ ແລະ ບ້ານດາກລຽມ ເມືອງຊານໄຊ ແຂວງອັດຕະປື ໃນວັນທີ 14 ພະຈິກ 2022 ມີອາຍຸສັນຍາ 15ປີ ລວມທັງໄລຍະການກໍ່ສ້າງໂຮງງານ ແລະ ການປິດບໍ່.

ພາບ ແລະ ຂ່າວ: ຄຳແສງ ແກ້ວປະເສີດ
ສາຍດ່ວນ: 1506