
ວັນທີ 26 ສິງຫາ 2024 ຢູ່ທີ່ ເມືອງວັງວຽງ ແຂວງວຽງຈັນກົມນະໂຍບາຍ ແລະ ແຜນພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມ ປຶກສາຫາລື ວຽກງານບໍລິຫານຈັດການນ້ຳ ໃນຊ່ວງລະດູຝົນ ແລະ ແຜນຮັບມື ຂອງບັນດາເຂື່ອນໄຟຟ້າພະລັງນ້ຳ ໃນ ສປປ ລາວ ປະຈໍາປີ 2024 ໂດຍເປັນປະທານຂອງ ທ່ານ ວິທູນລະບັນດິດ ປະທຸມມະບຸດ ຮອງຫົວໜ້າກົມນະໂຍບາຍ ແລະ ແຜນພະລັງງານ ມີຜູ້ຕາງໜ້າຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ, ກົມຄຸ້ມຄອງຄວາມປອດໄພຂອງເຂື່ອນ, ລັດວິສາຫະກິດໄຟຟ້າລາວ, ບໍລິສັດຜະລິດ-ໄຟຟ້າລາວ ມະຫາຊົນ, ພະແນກພະລັງງານ ແລະ ບໍ່ແຮ່ ແຂວງວຽງຈັນ, ຫຼວງພະບາງ,ໄຊຍະບູລີ, ໄຊສົມບູນ ແລະ ມີຕາງໜ້າຂອງຜູ້ພັດທະນາໂຄງການຈາກບັນດາເຂື່ອນໄຟຟ້າ ມີຜູ້ເຂົ້າຮ່ວມທັງໝົດຈຳນວນ 39 ທ່ານ.

ກອງປະຊຸມດັ່ງກ່າວໄດ້ຈັດຂື້ນເພື່ອເປັນການແລກປ່ຽນ ປຶກສາຫາລື ກ່ຽວກັບບັນຫາການບໍລິຫານຈັດການນ້ຳ ໃນໄລຍະຜ່ານມາ, ການຄຸ້ມຄອງບໍາລຸງຮັກສາ, ວິທີປ້ອງກັນ ແລະ ການກະກຽມແຜນຮັບມືຕ້ານແລ້ງ – ຕ້ານຖ້ວມ ຂອງແຕ່ລະເຂື່ອນ ພ້ອມທັງການບໍລິຫານຈັດການນ້ໍາເຂື່ອນໄຟຟ້າ ໃຫ້ໄດ້ຮັບຜົນປະໄຫຍດສູງສຸດ ເພື່ອໃຫ້ໄດ້ຕາມແຜນການຜະລິດ ໃນແຕ່ລະປີ ແລະ ຫຼຸດຜ່ອນການນຳເຂົ້າພະລັງງານຈາກຕ່າງປະເທດ.
