
ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 24 ທັນວາ 2024 ຢູ່ຫ້ອງປະຊຸມໃຫຍ່ແຂວງເຊກອງ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງໆເຊກອງ, ມີ ທ່ານ ປອ ວົງຄຳ ຈະເລີນສຸກ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ. ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄໍາ ດັ່ງກ່າວຕັ້ງຢູ່ເຂດເມືອງກະລືມ, ແຂວງເຊກອງ ມີເນື້ອທີ່ສຳປະທານທັງໝົດ 204 ເຮັກຕາ ແລະ ເຂດເມືອງກະລືມ, ແຂວງເຊກອງ ໃນເນື້ອທີ່ 298 ເຮັກຕາ ໂດຍແມ່ນບໍລິສັດ ກຸ່ມດວງຈະເລີນ ພັດທະນາກໍ່ສ້າງ ຈຳກັດຜູ້ດຽວ ເປັນຜູ້ພັດທະນາ.
ຈຸດປະສົງຂອງການເຜີຍແຜ່ເນື້ອໃນສັນຍາສໍາປະທານພັດທະນາບໍ່ແຮ່ໃນຄັ້ງນີ້ ແມ່ນເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ຂະແໜງການກ່ຽວຂ້ອງຂອງທ້ອງຖິ່ນ ກໍ່ຄືປະຊາຊົນທີ່ອາໄສຢູ່ໄກ້ເຂດໂຄງການຕັ້ງຢູ່ໄດ້ເຂົ້າໃຈເລິກເຊິ່ງເຖິງຂັ້ນຕອນ ແລະ ວິທີການຈັດຕັ້ງປະຕິບັດວຽກງານການພັດທະນາບໍ່ແຮ່ຂອງບັນດາໂຄງການດັ່ງກ່າວ. ພາຍຫລັງສຳເລັດການເຜີຍແຜ່ສັນຍາບັນດາໂຄງການດັ່ງກ່າວ ທາງຄະນະວິຊາການຂອງກົມຄຸ້ມຄອງບໍ່ແຮ່ກໍ່ໄດ້ລົງປັກຫລັກໝາຍຂອບເຂດເນື້ອທີ່ສຳປະທານເພື່ອການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ຢູ່ພາກສະໜາມຕົວຈິງ.

