ກອງ​ປະ​ຊຸມທາບທາມຄວາມຄິດເຫັນຕໍ່ ຮ່າງກົດໝາຍ ວ່າດ້ວຍຄວາມປອດໄພຂອງເຂື່ອນ ຄັ້ງທີ 2

ຄະນະຮັບຜິດຊອບສ້າງຮ່າງກົດໝາຍ, ພ້ອມດ້ວຍຜູ້ຕາງໜ້າຈາກພະແນກພະລັງງານ ແລະ ບໍ່ແຮ່ ແລະ ພາກ ສ່ວນກ່ຽວຂ້ອງຈາກ 7 ແຂວງ ຄື: ໄຊສົມບູນ, ຊຽງຂວາງ, ບໍ່ແກ້ວ, ຫລວງພະບາງ, ສະຫວັນນະເຂດ, ສາລະວັນ ແລະ ຈໍາປາສັກ ໄດ້ເຂົ້າຮ່ວມກອງປະຊຸມທາບທາມປະກອບຄໍາເຫັນໃສ່ຮ່າງ ກົດໝາຍ ວ່າດ້ວຍຄວາມປອດໄພຂອງເຂື່ອນ ທີ່ກະຊວງພະລັງງານ ແລະ ບໍ່ແຮ່ ຈັດຂຶ້ນເປັນ ຄັ້ງທີ 2 ໃນວັນທີ 26 ມັງກອນ 2022 ຢູ່ກະຊວງດັ່ງກ່າວ ຜ່ານ​ລະ​ບົບ​ກອງ​ປະ​ຊຸມ​ທາງ​ໄກ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ຈັນສະຫວາດ ບຸບຜາ, ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່. ກອງປະຊຸມຄັ້ງນີ້ ຜູ້​ເຂົ້າ​ຮ່ວມ​ໄດ້​ພ້ອມ​ກັນ​ປະ​ກອບຄໍາເຫັນ ເພື່ອ​ແນໃສ່ເຮັດໃຫ້ຮ່າງກົດໝາຍສະບັບນີ້ມີເນື້ອໃນສົມບູນ, ຮັດກຸມ ແລະ ຄົບຖ້ວນຂຶ້ນກວ່າເກົ່າ ເພາະຈະກາຍເປັນເຄື່ອງມືສໍາຄັນໃນການຄຸ້ມຄອງ-ບໍ​ລິ​ຫານ ແລະ ຈັດ​ການ ບັນ​ດາເຂື່ອນທຸກປະເພດໃນ ສປປ ລາວ ໃຫ້ມີປະສິດທິຜົນກວ່າເກົ່າ.

ທ່ານ ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ໃຫ້ຮູ້ວ່າ: ປັດຈຸບັນ ສປປ ລາວ ມີເຂື່ອນໄຟຟ້າ 88 ແຫ່ງ ລວມກໍາລັງຕິດຕັ້ງ 10.447,93 MW; ຄວາມອາດສາມາດຜະລິດພະລັງງານໄຟຟ້າສູງເຖິງ 54.050,93 GWh/ປີ. ນັບແຕ່ໄດ້ສ້າງຕັ້ງ ກະຊວງພະລັງງານ ແລະ ບໍ່ແຮ່ ໃນ ປີ 2006 ລັດຖະບານ ໄດ້ປັບປຸງ ກົດຫມາຍ ວ່າດ້ວຍໄຟຟ້າ ແລະ ກົດຫມາຍ ວ່າດ້ວຍແຮ່ທາດ, ລວມເຖີງສ້າງນິຕິກໍາໃຕ້ກົດຫມາຍໄດ້ຫຼາຍກວ່າ 86 ສະ ບັບ ເພື່ອນໍາໃຊ້ສົ່ງເສີມ ແລະ ຄຸ້ມຄອງ ການລົງທຶນຂະແຫນງພະລັງງານ ແລະ ບໍ່ແຮ່ ເປັນອັນສະເພາະ. ຢ່າງໃດກໍ່ຕາມ ໄລຍະຜ່ານມາບັນດາກົດຫມາຍ ແລະ ນິຕິກໍາທີ່ນໍາໃຊ້ຄຸ້ມຄອງຄວາມປອດໄພຂອງເຂື່ອນຢູ່ ສປປ ລາວ ຍັງມີຫນ້ອຍ ແລະ ບໍ່ທັນເຫມາະສົມກັບສະພາບການຂອງໂລກປັດຈຸ ບັນທີ່ມີໄພທໍາມະຊາດເກີດຂຶ້ນຫຼາຍ ແລະ ຮ້າຍແຮງ, ນິຕິກໍາທີ່ມີຍັງມີລັກ ສະນະສົ່ງເສີມການລົງທຶນ ແຕ່ບໍ່ທັນເວົ້າເຖີງຄວາມປອດໄພຫຼາຍ, ການຈັດຕັ້ງປະຕິບັດ ແລະ ບັງຄັບໃຊ້ກົດຫມາຍ ຫຼື ນິຕິກໍາຍັງບໍ່ທັນແຂງແຮງ, ການແບ່ງຂັ້ນຄຸ້ມຄອງ ແລະ ຄວາມຮັບຜິດຊອບໃຫ້ພາກສ່ວນຕ່າງໆ ທີ່ກ່ຽວ ຂ້ອງໃນດ້ານຄວາມປອດໄພຂອງເຂື່ອນ ຍັງບໍ່ທັນຈະແຈ້ງ ແລະ ລະອຽດ, ຄວາມຮູ້ຄວາມສາ ມາດ ແລະ ຄວາມເອົາໃຈໃສ່ຄຸ້ມຄອງເຂື່ອນໃຫ້ມີຄວາມປອດໄພຂອງຂະແຫນງພະລັງງານ ແລະ ບໍ່ແຮ່ ແຕ່ສູນກາງ ແລະ ທ້ອງຖິ່ນຍັງບໍ່ທັນເຮັດໄດ້ດີ, ການຈັດຕັ້ງ ແລະ ພະນັກງານ ຍັງບໍ່ທັນພຽງພໍ ຫຼື ເຫມາະສົມ ແລະ ອື່ນໆ. ດັ່ງນັ້ນ, ໃນປີ 2020 ລັດຖະບານ ຈຶ່ງໄດ້ຕົກລົງສ້າງກົດຫມາຍວ່າດ້ວຍຄວາມປອດໄພຂອງເຂື່ອນ ເຊີ່ງແມ່ນຫນຶ່ງໃນບັນດາກົດຫມາຍທີ່ນອນຢູ່ໃນແຜນການສ້າງຂອງລັດຖະບານ ແຕ່ປີ 2021-2025, ເຊີ່ງສະພາແຫ່ງຊາດ ໄດ້ຮັບຮອງເອົາຮ່າງກົດຫມາຍສະບັບນີ້ເຂົ້າຜ່ານໃນກອງປະຊຸມສະໄຫມສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ຄາດວ່າຈະຈັດຂຶ້ນໃນ ເດືອນ ມິຖຸນາ 2022.

ສໍາລັບຮ່າງ ກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ ປະກອບມີ XII ພາກ, 92 ມາດຕາ. ຜ່ານມາໄດ້ຈັດກອງປະຊຸມ ທາບທາມປະກອບຄໍາເຫັນຈາກຕາງໜ້າພະແນກພະລັງງານ ແລະ ບໍ່ແຮ່ 7 ແຂວງ ມາແລ້ວ 1 ຄັ້ງ ໃນວັນທີ 19 ມັງກອນ 2022 ປະກອບມີ: ຜົ້ງສາລີ, ອຸດົມໄຊ, ຫົວພັນ, ໄຊຍະບູລີ, ຄໍາມ່ວນ, ເຊກອງ ແລະ ອັດຕະປື. ເຊີ່ງຕາມແຜນແລ້ວ ກະຊວງພະ ລັງງານ ແລະ ບໍ່ແຮ່ ຈະຈັດກອງປະຊຸມທາບທາມປະກອບຄໍາເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍຄວາມປອດໄພຂອງເຂື່ອນອີກຄັ້ງໜຶ່ງສໍາລັບບັນດາແຂວງທີ່ຍັງເຫລືອໃນອີກບໍ່ດົນນີ້.

 

​ແຫຼ່ງ​ຂໍ້​ມູນ: ກົມ​ນິ​ຕິ​ກຳ

ພາບ: ສົມ​ສະ​ໜຸກ ທອງ​ສະ​ຫງວນ

ຂ່າວ: ຄຳ​ແສງ ແກ້ວ​ປະ​ເສີ​ດ