
ວັນທີ 7 ກຸມພາ 2025 ຜ່ານມານີ້ ທີ່ຫ້ອງປະຊຸມພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ຄະນະທີມງານຈາກກົມກວດກາ ກະຊວງພະລັງງານ ແລະ ບໍ່ແຮ່ ນຳພາໂດຍ ທ່ານ ນາງ ເລືອງ ພົມສຸວັນ ຮອງຫົວໜ້າກົມກວດກາ ໄດ້ລົງເຄື່ອນໄຫວວຽກງານຕາມທິດທາງແຜນການປະຈຳປີ 2024 ໃຫ້ກັບ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ໂດຍການຕ້ອນຮັບຂອງທ່ານ ພອນໄຊ ຕາໂນວັນ, ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ເຂົ້າຮ່ວມໃນຄັ້ງມີຄະນະຂະແໜງ, ວິຊາການ ພາຍໃນພະແນກ ຕະຫຼອດຮອດທີມງານຈາກກະຊວງ ພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດທີ່ມີຄວາມສໍາຄັນນີ້ ທ່ານ ພອນໄຊ ຕາໂນວັນ ໄດ້ກ່າວຕ້ອນຮັບ ແລະ ຕິລາຄາສູງຕໍ່ກົມກວດກາ ກະຊວງພະລັງງານ ແລະ ບໍ່ແຮ່ ທີ່ໄດ້ມາຊຸກຍູ້ການຈັດຕັ້ງປະຕິບັດວຽກງານກວດກາຂອງພະແນກ ພ້ອມທັງມາແລກປ່ຽນບົດຮຽນຢູ່ແຂວງໄຊສົມບູນ ພ້ອມນັ້ນທ່ານຍັງໄດ້ລາຍງານການຈັດຕັ້ງປະຕິບັດວຽກງານໂດຍຫຍໍ້ ແລະ ຄຳສະເໜີພາຍໃນພະແນກ ຕໍ່ໃນກອງປະຊຸມ ຫຼັງຈາກນັ້ນກອງປະຊຸມກໍໄດ້ມີການປຶກສາຫາລຶ, ມີຄຳເຫັນແລກປ່ຽນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານທີເຫັນວ່າມີການທ່ວງດຶງ, ຊັກຊ້າ ແລະ ຕ້ອງໄດ້ມີການປັບປຸງ ເພື່ອຊອກຫາວິທີທາງແກ້ໄຂໃນຕໍ່ໜ້າ ທັງນີ້ກໍເພື່ອໃຫ້ການຈັດຕັ້ງປະຕິບັດວຽກງານພະລັງງານ ແລະ ບໍ່ແຮ່ ລະຫວ່າງສູນກາງກັບແຂວງມີຄວາມສອດຄ່ອງ, ພ້ອມພຽງ ແລະ ເຂົ້າໃຈໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີປະສິທີພາບ ແລະ ຄວາມສຳເລັດເປັນກ້າວໆ.

ຈາກນັ້ນ ທ່ານ ນາງ ເລືອງ ພົມສຸວັນ ກໍໄດ້ສະແດງຄວາມຂອບໃຈຢ່າງສູງ ແລະ ຄຳອວຍພອນອັນປະເສີດມາຍັງຄະນະພະແນກ, ຄະນະຂະແໜງທັງໝົດທີເຂົ້າຮ່ວມການເຮັດວຽກໃນຄັ້ງນີ້, ຈົ່ງສຶບຕໍ່ເພີມທະວິຄວາມສາມັກຄີ, ສຶບຕໍ່ ນໍາພາ-ຊີ້ນຳ ສຶກສາອົບຮົມການເມືອງແນວຄິດ ໃຫ້ສະມາຊິກພັກ, ພະນັກງານ – ລັດຖະກອນ ດ້ວຍການຈັດຕັ້ງເຜີຍແຜ່, ເຊື່ອມຊຶມບັນດາມະຕິ, ຄໍາສັ່ງ, ຂໍ້ກໍານົດ ແລະ ນະໂຍບາຍຕ່າງໆ ຂອງພັກ ແລະ ລັດຖະບານວາງອອກ ແລະ ສືບຕໍ່ແລກປ່ຽນບົດຮຽນລະຫວ່າງຂະແໜງດ້ວຍກັນໃຫ້ມີແຂງແກ່ນກວ່າເກົ່າ ແລະ ຈະນຳເອົາຄຳສະເໜີຂອງພະແນກກັບຄືນໄປຄົ້ນຄວ້າຄະນະພາຍໃນກະຊວງ ເພື່ອຫາວິທີທາງຈັດຕັ້ງປະຕິບັດ.
ຂ່າວ ແລະ ພາບ: ກົງເມັງ ລີຕົ່ງປາວ
ຮຽບຮຽງ: ບຸນທຽມ ໄຊສົງຄາມ
ກວດແກ້: ຄໍາແສງ ແກ້ວປະເສີດ
Website:www.mem.gov.la
ສາຍດ່ວນ: 1506