
ລະຫວ່າງວັນທີ 27-30 ມີນາ 2024 ນີ້, ກົມກວດກາ ໄດ້ຈັດຊຸດຝຶກອົບຮົມວຽກງານກວດສອບ ແລະ ວຽກງານກວດກາຂຶ້ນຢ່າງເປັນທາງການ ຢູ່ທ່າລາດ ແຂວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມ ລະຫວ່າງ ທ່ານ ຈັນທະເລດ ວໍລະບຸດ ຮອງປະທານຄະນະກວດກາພັກກະຊວງ, ຮອງຫົວໜ້າກົມກວດກາ ແລະ ທ່ານ ຈັນທີ ມາເຕັມ ຫົວໜ້າພະແນກ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ, ອົງການກວດສອບແຫ່ງລັດ. ມີນັກສໍາມະນາກອນ ຈາກຫ້ອງການກະຊວງ, ບັນດາກົມ, ຫ້ອງການ, ສະຖາບັນ ແລະ ບັນດາພະແນກພະລັງງານ ແລະ ບໍ່ແຮ່ ແຂວງ-ນະຄອນຫຼວງ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.
ທ່ານ ຈັນທະເລດ ວໍລະບຸດ ໄດ້ກ່າວເປີດຊຸດຝຶກອົບຮົມວ່າ: ການນຳພັກ-ລັດ ເວົ້າລວມເວົ້າສະເພາະ, ການນຳກະຊວງພະລັງງານ ແລະ ບໍ່ແຮ່ ຍາມໃດກໍ່ໄດ້ເອົາໃຈໃສ່ ແລະ ເຫັນຄວາມສຳຄັນພ້ອມທັງເນັ້ນໜັກຕໍ່ກັບວຽກງານກວດສອບ, ກວດກາ, ສະນັ້ນ ຈຶ່ງໄດ້ຈັດຊຸດຝຶກອົບຮົມນີ້ຂຶ້ນເປັນປົກະຕິປະຈໍາແຕ່ລະປີ ເພື່ອມາເຜີຍແຜ່, ແລກປ່ຽນ ແລະ ຖອດຖອນບົດຮຽນນໍາບັນດາວິທະຍາກອນທີ່ມີຄວາມຮູ້ ແລະ ປະສົບການຢ່າງເລິກເຊິ່ງ.

ຊຸດຝຶກອົບຮົມຄັ້ງນີ້, ຜູ້ເຂົ້າຈະໄດ້ພ້ອມກັນຮຽນຮູ້ 4 ຫົວຂໍ້ ຫຼັງຄື: 1) ລະບົບຄວບຄຸມພາຍໃນຂອງອົງກອນ (ເປັນວຽກງານທາງດ້ານກວດສອບ), 2) ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາລັດ, 3) ຄວາມຮູ້ພື້ນຖານກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ແລະ 4) ຄວາມຮູ້ພື້ນຖານກ່ຽວກັບວຽກງານຄົ້ນຄວ້າຄໍາຮ້ອງ, ຄໍາສະເໜີ ແລະ ຫາງສຽງສັງຄົມ.
ນອກຈາກບົດຮຽນທີ່ທາງ ວິທະຍາກອນໄດ້ນໍາມາເຜີຍແຜ່, ອະທິບາຍ ແລະ ສິດສອນແລ້ວ ທີ່ປະຊຸມຍັງໄດ້ນຳສະເໜີບັນດາເອກະສານທີ່ສຳຄັນຕ່າງໆ ເຊິ່ງຕິດພັນກັບວຽກງານກວດສອບ, ວຽກງານກວດກາ ເປັນຕົ້ນແມ່ນ: ມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການແກ້ໄຂພະຍາດອາດຍາສິດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ; ກົດໝາຍວ່າດ້ວຍໂຄງການລົງທຶນຂອງລັດ; ດຳລັດວ່າດ້ວຍ ການຕິດຕາມກວດກາໂຄງການລົງທຶນຂອງລັດເລີ້ມແຕ່ຫົວທີ; ດຳລັດແນະນຳປະຕິບັດກົດໝາຍວ່າດ້ວຍ ການລົງທຶນຂອງລັດ; ບົດແນະນຳ ການຈັດຕັ້ງປະຕິບັດດຳລັດ ຂອງລັດຖະບານ ວ່າດ້ວຍ ການຕິດຕາມກວດກາໂຄງການລົງທຶນຂອງລັດເລີ້ມແຕ່ຫົວທີ; ຄຳແນະນຳກ່ຽວກັບ ການພິຈາລະນາໂຄງການລົງທຶນຂອງລັດ ຂອງຂະແໜງພະລັງງານ ແລະ ບໍ່ແຮ່; ຄຳແນະນຳກ່ຽວກັບ ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ ຂອງຂະແໜງພະລັງງານ ແລະ ບໍ່ແຮ່; ຂໍ້ຕົກລົງຂອງ ທ່ານ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ວ່າດ້ວຍ ການປະກາດໃຊ້ກ່ຽວກັບ ຫົວໜ່ວຍລາຄາ ການກໍ່ສ້າງລະບົບສົ່ງໄຟຟ້າແຮງດັນສູງ, ແຮງດັນກາງ ແລະ ຮາງດັນຕ່ຳ ແລະ ຕິດຕັ້ງໝໍ້ແປງໄຟຟ້າ (ສະບັບປັບປຸງ ປີ 2017); ກົດໝາຍວ່າດ້ວຍໄຟຟ້າ ສະບັບປັບປຸງ; ກົດໝາຍວ່າາດ້ວຍແຮ່ທາດສະບັບປັບປຸງ.

ພາບ ແລະ ແຫຼ່ງຂໍ້ມູນ: ກົມກວດກາ
ຂ່າວ: ຄຳແສງ ແກ້ວປະເສີດ
Website:www.mem.gov.la
ສາຍດ່ວນ: 1506