ຄະນະກວດກາ, ກະຊວງ ອຸດສາຫະກຳ ແລະ ການຄ້າ ສສ.ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ກະຊວງພະລັງງານ ແລະ ບໍ່ແຮ່

          ພິທີຕ້ອນຮັບ ແລະ ພົບປະທາງການໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນບ່າຍວັນທີ 14 ມິຖຸນາ 2023 ນີ້ຢູ່ກະຊວງພະລັງງານ ແລະ ບໍ່ແຮ່, ໂດຍມີ ສະຫາຍ ຄຳຫຼ້າ ວິຈິດວົງສາ ຄະນະພັກກະຊວງ, ຮອງປະທານກວດກາພັກ, ຫົວໜ້າກົມກວດກາ, ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະນຳຂອງບັນດາກົມ, ສະຖາບັນ ແລະ ລັດວະສາຫະກິດອ້ອມຂ້າງ ທີ່ຮັບຜິດຊອບວຽກງານກວດກາ ໃຫ້ກຽດຕ້ອນຮັບ.
          ພາຍຫຼັງສຳເລັດພິທີຕ້ອນຮັບ, ສະຫາຍ ຄຳຫຼ້າ ວິຈິດວົງສາ ຄະນະພັກກະຊວງ, ຮອງປະທານກວດກາພັກ, ຫົວໜ້າກົມກວດກາ, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ນຳພາ ສະຫາຍ ເລວັນລອງ ປະທານກວດກາ, ຫົວໜ້າກົມກວດກາ, ກະຊວງອຸດສາຫະກຳ ແລະ ການຄ້າ ສສ. ຫວຽດນາມ ເຂົ້າພົບປະ ສະຫາຍ ນາງ ຈັນສະຫວາດ ບຸບຜາ ຄະນະປະຈຳພັກກະຊວງ, ປະທານກວດກາພັກ, ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ຢູ່ຫ້ອງຮັບແຂກກະຊວງພະລັງງານ ແລະ ບໍ່ແຮ່.

          ໃນໂອກາດດັ່ງກ່າວ, ສະຫາຍ ປະທານກວດກາພັກກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາສູງ ຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຂອງ ສະຫາຍ ປະທານກວດກາພັກກະຊວງອຸດສາຫະກຳ ແລະ ການຄ້າ ສສ.ຫວຽດນາມ ຮ່ວມກັບ ຄະນະກວດກາ ກະຊວງພະລັງງານ ແລະ ບໍ່ແຮ່ ສປປລາວ ໃນຄັ້ງນີ້ ຖືເປັນນິມິດໝາຍສຳຄັນໃນການເພີ້ມທະວີການພົວພັນຮ່ວມມືລະຫວ່າງສອງກະຊວງ ເວົ້າລວມ, ເວົ້າສະເພາະລະຫວ່າງ ຄະນະກວດກາຂອງທັງສອງກະຊວງ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ. ສະຫາຍ ປະທານກວດກາພັກກະຊວງພະລັງງານ ແລະ ບໍ່ແຮ່ ຍັງໄດ້ອວຍພອນໃຫ້ຄະນະກວດກາ ກະຊວງ ອຸດສາຫະກຳ ແລະ ການຄ້າ ສສ.ຫວຽດນາມ ຈົ່ງປະສົບຜົນສຳເລັດໃນການເຄື່ອນໄຫວ, ເຮັດວຽກຢູ່ ສປປລາວ ຄັ້ງນີ້.

          ສະຫາຍ ເລວັນລອງ ປະທານກວດກາ, ຫົວໜ້າກົມກວດກາ, ກະຊວງອຸດສາຫະກຳ ແລະ ການຄ້າ ສສ. ຫວຽດນາມ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອຍຮັບ ແລະ ພົບປະຂອງ ສະຫາຍ ປະທານກວດກາພັກກະຊວງພະລັງງານ ແລະ ບໍ່ແຮ່ ຄັ້ງນີ້. ພ້ອມກັນນີ້, ກໍ່ສະແດງຄວາມຮູ້ບຸນຄຸນ ແລະ ຕີລາຄາສູງ ຕໍ່ການຕິດຕາມ, ກວດກາ ແລະ ຊຸກຍູ້ບັນດາວິສາຫະກິດ ແລະ ນັກລົງທຶນຂອງ ສສ.ຫວຽດນາມ ທີ່ໄດ້ເຂົ້າມາລົງທຶນໃນຂົງເຂດພະລັງງານ ແລະ ບໍ່ແຮ່ ຢູ່ ສປປລາວ ໃນໄລຍະຜ່ານມາ ສາມາດຈັດຕັ້ງປະຕິບັດ ແລະ ເຄື່ອນໄຫວທຸລະກິດຂອງຕົນ ບັນລຸຕາມເປົ້າໝາຍທີ່ວາງໄວ້.

          ພາຍລັງສຳເລັດການເຂົ້າຢ້ຽມຂໍ່ານັບ ສະຫາຍ ນາງ ຈັນສະຫວາດ ບຸບຜາ ຄະນະປະຈຳພັກກະຊວງ, ປະທານກວດກາພັກ, ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ແລ້ວ, ກໍ່ໄດ້ມີພິທີພົບປະຢ່າງເປັນທາງການ ລະຫວ່າງ ຄະນະກວດກາກະຊວງພະລັງງານ ແລະ ບໍ່ແຮ່ ສປປລາວ ແລະ ຄະນະກວດກາ ກະຊວງ ອຸດສາຫະກຳ ແລະ ການຄ້າ ສສ.ຫວຽດນາມ. ຝ່າຍກະຊວງພະລັງງານ ແລະ ບໍ່ແຮ່ ນຳໂດຍ ສະຫາຍ ສະຫາຍ ຄຳຫຼ້າ ວິຈິດວົງສາ ຄະນະພັກກະຊວງ, ຮອງປະທານກວດກາພັກ, ຫົວໜ້າກົມກວດກາ, ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ແລະ ຝ່າຍ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ນຳໂດຍ ສະຫາຍ ເລວັນລອງ ຫົວໜ້າກົມກວດກາ, ກະຊວງອຸດສາຫະກຳ ແລະ ການຄ້າ ສສ. ຫວຽດນາມ ພ້ອມດ້ວຍຄະນະຢູ່ຫ້ອງປະຊຸມ 102.

ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ຄຳແສງ ແກ້ວປະເສີດ