ກະຊວງພະລັງງານ ແລະ ບໍ່ແຮ່ ເປີດຊຸດຝຶກອົບຮົມວຽກງານປ້ອງກັນພາຍໃນໄລຍະສັ້ນ ໃຫ້ພະນັກງານ-ຫຼັກແຫຼ່ງອ້ອມຂ້າງກະຊວງ

          ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 25 ກຸມພາ 2025 ນີ້, ຢູ່ສະໜາມຍິງປືນກອງທັບປະຊາຊົນລາວ ໃຫ້ກຽດເຂົ້າຮ່ວມ ແລະ ກ່າວເປີດພິທີຂອງ ທ່ານ ນາງ ແສງເດືອນ ວົງອິນ ຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ພັອ ທອງພັນ ແກ້ວດວງສີ ຮອງຫົວໜ້າກົມການທະຫານທ້ອງຖິ່ນ, ກົມໃຫຍ່ເສນາທິການກອງທັບ, ກະຊວງປ້ອງກັນປະເທດ. ມີພະນັກງານຫຼັກແຫຼ່ງຂອງທັງສອງຝ່າຍເຂົ້າຮ່ວມ.

          ທ່ານ ນາງ ແສງເດືອນ ວົງອິນ ກ່າວ່າ: ຊຸດຝຶກອົບຮົມວຽກງານປ້ອງກັນພາຍໃນ ສີນລະປະຢຸດ (ການທະຫານ ໄລຍະສັ້ນ) ມີຄວາມສໍາຄັນເປັນຢ່າງຍິ່ງ, ໂດຍປະຕິບັດ ຕາມມະຕິວ່າດ້ວຍການເພີ່ມທະວີວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ໃນສະພາບການໃໝ່. (ທັດສະນະຂອງພັກ ຕໍ່ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ) ແລະ ເພື່ອ ໃຫ້ນັກສຳມະນາກອນ ກໍຄື ພະນັກງານ-ລັດຖະກອນຂອງກະຊວງໄດ້ຮັບຮູ້ ແລະ ເຊື່ອມຊຶມກໍາແໜ້ນພາກທິດສະດີ ແລະ ພຶດຕິກຳຕົວຈິງການນຳ ໃຊ້ອາວຸດປືນສັ້ນ, ປືນຍາວປ້ອງກັນຕົວໃຫ້ຄ່ອງແຄ້ວ ແລະ ພາກປະຕິບັດຕົວຈິງຍິງລູກປືນແທ້., ຮັບຮູ້ກ່ຽວກັບຄວາມໝາຍຄວາມສຳຄັນ ແລະ ສະມັດຕະພາບ, ຄຸນນະພາບ ການປະກອບສ້າງຂອງປືນ, ມີຄວາມຊຳນິຊຳນານ ໃນການນຳໃຊ້ອາວຸດປືນຕົວຈິງ ແລະ ຮຽນຮູ້ກ່ຽວກັບວິທີປ້ອງກັນຕົວ, ເອົາຕົວຫຼົບຫຼີກໃນໄລຍະປະເຊີນໜ້າກັບສັດຕູ (ໂຈນ, ກຸ່ມຄົນບໍ່ດີ) ໃນກໍລະນີປຸ້ນຈີ້, ຊີງຊັບໂດຍຝ່າຍກົງກັນຂ້າມ ມີອາວຸດປືນ.

          ຊຸດຝຶກອົບຮົມວຽກງານການປ້ອງກັນພາຍໃນ ( ການທະຫານໄລຍະສັ້ນ ) ຊຸດທີ 4 ຈະໄດ້ດໍາເນີນເປັນເວລາ 3 ວັນ, ມີນັກສໍາມະກອນເຂົ້າຮ່ວມຈໍານວນ 40 ທ່ານ, ການຝຶກອົບຮົມໃນຄັ້ງນີ້ ນັກສໍາມະນາກອນຈະໄດ້ຮໍ່າຮຽນພາກທິດສະດີພື້ນຖານກ່ຽວກັບວຍກງານປ້ອງກັນພາຍໃນສໍານັກງານ-ອົງການ. ພາກປະຕິບັດຕົວຈິງ ກ່ຽວກັບການປະກອບສ້າງຂອງປືນອາກາ, ຫຼັກການຍິງປືນ, ຈັ່ງຫວະ ແລະ ວິທີເລັ່ງເປົ້າປືນ ອາກາ ແລະ ສຸດທ້າຍ ຈະໄດ້ລົງສະໜາມຕົວຈິງ ຝຶກຊ້ອມຍິງປືນແທ້.ຊຸດຝຶກອົບຄັ້ງນີ້ ຈະດຳເນີນໄປເປັນເວລາ 2 ວັນ ຈຶ່ງສຳເລັດ.

ພາບ: ກົມຈັດຕັ້ງ ແລະ ພະນັກງານ
ຂ່າວ: ຄຳແສງ ແກ້ວປະເສີດ
ສາຍດ່ວນ: 1506