ທ່ານ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ລົງຕິດຕາມ, ຊຸກຍູ້ ວຽກງານການຄຸ້ມຄອງໂຄງການພັດທະນາແຮ່ທາດ ຢູ່ແຂວງໄຊສົມບູນ

         ລະຫວ່າງວັນທີ 5-7 ທັນວາ 2023 ຜ່ານມາ, ທ່ານ ທອງຂັນ ພິມວິໄລ ຫົວໜ້າກົມຈັດຕັ້ງ ແລະ ພະນັກງງານ ພ້ອມດ້ວຍຄະນະໄດ້ລົງຊຸກຍູ້ ແລະ ຕິດຕາມ ການຈັດຕັ້ງປະຕິບັດໂຄງການພັດທະນາບໍ່ແຮ່ ຢູ່ແຂວງໄຊສົມບູນ ໂດຍໃຫ້ການຕ້ອນຮັບຂອງ ທ່ານ ບຸນທຽມ ໄຊສົງຄາມ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງໄຊສົມບູນ ພ້ອມດ້ວຍຄະນະພະແນກ, ພະນັກງານລັດຖະກອນພາຍໃນພະແນກ ແລະ ບໍລິສັດຜູ້ລົງທຶນດ້ານບໍ່ແຮ່ ຢູ່ແຂວງໄຊສົມບູນ.

          ພາຍຫຼັງ ທ່ານ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ພົບປະ, ໂອ້ລົມ ກັບຄະນະພັກ, ຄະນະພະແນກ ແລະ ພະນັກງານລັດຖະກອນພາຍໃນພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນແລ້ວ, ໃນວັນທີ 6 ທັນວາ 2023 ທ່ານ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງປະຊຸມ ປຶກສາຫາລື ແລະ ຊຸກຍູ້ວຽກງານດ້ານເຕັກນິກຂອງ ບໍລິສັດ ຫຼົງຈຽງ ມາຍນິ້ງ ຈໍາກັດ ທີ່ຫ້ອງປະຊຸມ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ. ກອງປະຊຸມຄັ້ງນີ້ຈັດຂຶ້ນ ເພື່ອລົງຊຸກຍູ້ວຽກງານເຕັກນິກ ຢູ່ພາກສະໝາມ ແລະ ຊຸກຍູ້ວຽກງານການຄຸ້ມຄອງໂຄງການພັດທະນາແຮ່ທາດ ຂອງໂຄງການຂຸດຄົ້ນ ແລະ ປຸ່ງແຕ່ງແຮ່ຊືນ ແລະ ສັງກະສີ ຢູ່ເຂດບ້ານນໍ້າຍອນ, ເມືອງອະນຸວົງ ແຂວງໄຊສົມບູນ ໃນເນື້ອທີ່ 1,69 ກິໂລຕາແມັດ ໃນໄລຍະການຂຸດຄົ້ນ ການດຳເນີນງານ ໂດຍສະເພາະແມ່ນ ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍແຮ່ທາດ, ມາດຕະການເຕັກນິກດ້ານບໍ່ແຮ່ ເຊິ່ງເປັນນິຕິກຳຕົ້ນຕໍ ໃນການພັດທະນາໂຄງການບໍ່ແຮ່ ເພື່ອໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມລະບຽບຫຼັກການທີ່ໄດ້ກຳນົດ, ທັງນີ້ ກໍ່ເພື່ອເຮັດໃຫ້ໂຄງການ ມີຄວາມສອດຄ່ອງຕາມນະໂຍບາຍຂອງພັກ-ລັດ ໃນການພັດທະນາແບບຍືນຍົງ.

           ບໍລິສັດ ຫຼົງຈຽງ ມາຍນິງ ຈໍາກັດ ໄດ້ເຊັນສັນຍາວ່າດ້ວຍການຂຸດຄົ້ນ ແລະ ປຸ່ງແຕ່ງແຮ່ຊືນ ແລະ ສັງກະສີ ຢູ່ເຂດບ້ານນໍ້າຍອນ, ເມືອງອະນຸວົງ ແຂວງໄຊສົມບູນ ໃນເນື້ອທີ່ 1,69 ກິໂລຕາແມັດ ກັບອົງການປົກຄອງແຂວງໄຊສົມບູນ ໃນຄັ້ງວັນທີ 30 ພຶດສະພາ 2023, ອາຍຸສັນຍາ 20 ປີ (ອາຍຸສັນຍາຮອດ 29 ພຶດສະພາ 2043) ຕາມດຳລັດ ສະບັບເລກທີ 414/ນຍ, ລົົງວັັນທີ 10 ທັນວາ 2023.

ພາບ ແລະ ແຫຼ່ງຂໍ້ມູນ: ກົມຄຸ້ມຄອງບໍ່ແຮ່
ຮຽບຮຽງ: ຄຳແສງ ແກ້ວປະເສີດ