ກົມຈັດຕັ້ງ ແລະ ພະນັກງານ ຈັດພິທີສະຫຼຸບການຍ້ອງຍໍຂະບວນການຮັກຊາດ ແລະ ພັດທະນາ

           ພິທີດັ່ງກ່າວ ໄດ້ຈັດຂຶ້ນຢ່າງສົມກຽດໃນວັນທີ 22 ກັນຍາ 2023 ຢູ່ຫ້ອງປະຊຸມໃຫຍ່ຊັ້ນ5, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ປະລິນຍາເອກ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່. ມີ ທ່ານ ທອງຂັນ ພິມວິໄລ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ພ້ອມດ້ວຍຄະນະກົມ ແລະ ພະນັກງານລັດຖະກອນພາຍໃນກົມເຂົ້າຮ່ວມຢ່າງພ້ອມພຽງ.

          ທ່ານ ທອງຂັນ ພິມວິໄລ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນໍາ ແລະ ພະນັກງານລັດຖະກອນພາຍໃນກົມ ລາຍງານການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຍ້ອງຍໍ ແລະ ຮັກຊາດໃນໄລຍະ 5 ປີທີ່ຜ່ານມາຄື: ແຕ່ປີ 20215-2020 ວ່າ: ໃນໄລຍະ5 ປີ ຜ່ານມາ ກົມຈັດຕັ້ງ ແລະ ພະນັກງານ ໄດ້ຖືເອົາວຽກງານການເມືອງແນວຄິດເປັນວຽກງານໜຶ່ງທີ່ສຳຄັນຢູ່ໃນແຖວໜ້າ ເພື່ອຜັນຂະຫຍາຍແນວທາງນະໂຍບາຍ ຂອງພັກ-ລັດ ເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງຕົນ, ຕະຫລອດໄລຍະ 5ປີທີ່ຜ່ານມາກົມຈັດຕັ້ງ ແລະ ພະນັກງານໃນນາມເປັນເສນາທິການໃຫ້ແກ່ຄະນະພັກກະຊວງ, ໄດ້ເອົາໃຈໃສ່ສຶກສາອົບຮົມດ້ານການເມືອງແນວຄິດໃຫ້ອ້າຍ, ນ້ອງພະນັກງານພາຍໃນກົມກອງ ຂອງ ຕົນກໍຄືໃນທົ່ວອົງຄະນະພັກກະຊວງໃຫ້ເຊື່ອມຊຶມກຳແໜ້ນ ແລະ ມີຄວາມເປັນເອກກະພາບຕໍ່ແນວທາງນະໂຍບາຍ ຂອງພັກ-ລັດທີ່ໄດ້ວາງອອກໃນແຕ່ລະໄລຍະໂດຍສະເພາະແມ່ນການຜັນຂະຫຍາຍຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ. ພ້ອມດຽວກັນນັ້ນ, ຍັງໄດ້ເອົາໃຈໃສ່ຊຸກຍູ້ໃຫ້ພະນັກງານ-ລັດຖະກອນພາຍໃນກົມໃຫ້ມີຄວາມບຸກບືນຄົ້ນຄ້ວາຮໍ່າຮຽນ ເພື່ອພັດທະນາຕົນເອງໃຫ້ມີຄວາມຮູ້, ຄວາມສາມາດ, ມີຄວາມອົດທົນໃນການຈັດຕັ້ງປະຕິບັດວຽກງານ, ມີສະຫງົບ ອຸ່ນອ່ຽນທຸ່ນທຽງ, ມີຄວາມຈົ່ງຮັກພັກດີຕໍ່ພັກ-ລັດ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ຕອບຕ້ານຕໍ່ທຸກກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ມີຄວາມສາມັກຄີເປັນເອກະພາບພາຍໃນ, ໜັກແໜ້ນ, ມີຈິດໃຈປະຕິວັດຢ່າງຟົດຟື້ນ, ມີຄວາມຫ້າວຫັນຢ່າງຕັ້ງໜ້າໃນການປະຕິບັດໜ້າທີ່ວຽກງານຂອງຕົນໄດ້ເປັນຢ່າງດີ. ປັດຈຸບັນກົມຈັດຕັ້ງ ແລະ ພະນັກງານ ມີພະນັກງານທັງໝົດ 28 ທ່ານ, ຍິງ 13 ທ່ານ ປະກອບມີ 5 ພະແນກຄື: ພະແນກສັງລວມຂໍ້ມູນຂ່າວສານ, ພະແນກກົງຈັກ-ພະນັກງານ ແລະ ຄວາມກ້າວໜ້າແມ່ຍິງ, ພະແນກນະໂຍບາຍ ແລະ ຍ້ອງຍໍ, ພະແນກພັກ ແລະ ອົງການຈັດຕັ້ງມະຫາຊົນ ແລະ ພະແນກປ້ອງກັນພັກ-ພະນັກງານ.

          ທ່ານ ຫົວໜ້າກົມໄດ້ລາຍງານໃຫ້ຮູ້ຕື່ມວ່າ: ຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງໃນໄລຍະ 5ປີ ຜ່ານມາ (2015-2020) ຊຶ່ງບັນດາຜົນງານດັ່ງກ່າວໄດ້ຮັບການຍ້ອງຍໍປະເພດຕ່າງໆທັງໝົດ 22 ທ່ານ 1 ກົມກອງ, ໃນນີ້ ໄດ້ຮັບການປະດັບຫຼຽນໄຊແຮງງານຊັ້ນ I ຈໍານວນ 1 ທ່ານ ແລະ 1ກົມກອງ, ຫຼຽນໄຊແຮງງານຊັ້ນ II ຈຳນວນ 2 ທ່ານ, ຫຼຽນໄຊແຮງງານຊັ້ນ III ຈຳນວນ 3 ທ່ານ, ຫຼຽນກາແຮງງານ ຈຳນວນ 7 ທ່ານ, ໃບຍ້ອງຍໍ ລັດຖະບານຈຳນວນ ຈຳນວນ 5 ທ່ານ ແລະ ໃບຍ້ອງຍໍຂັ້ນກະຊວງຈຳນວນ 4 ທ່ານ .

          ຫຼັງຈາກນັ້ນ, ກໍ່ໄດ້ມີພິທີປະດັບຫຼຽນໄຊແຮງງານ, ຫຼຍນກາແຮງງານ ແລະ ໃບຍ້ອງຍໍຢ່າງເປັນທາງການ ໂດຍແມ່ນ ທ່ານ ປະລິຍາເອກ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່. ພ້ອມກັນນີ້, ທ່ານ ຮອງລັດຖະມົນຕີ ຍັງໄດ້ໂອ້ລົມ ແລະ ໃຫ້ມີຄຳເຫັນຕໍ່ກອງປະຊຸມ ເຊິ່ງກ່ອນອື່ນ ທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານການເຄື່ອນໄຫວຂອງກົມຈັດຕັ້ງ ແລະ ພະນັກງານ ທີ່ຍາດມາໄດ້ໃນໄລຍະຜ່ານມາ. ພ້ອມກັນນີ້, ທ່ານ ຮອງລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ຄະນະພັກ, ຄະນະນໍາ ແລະ ພະນັກງານລັດຖະກອນ ພາຍໃນກົມ ຈົ່ງສືບຕໍ່ຮັກສາມູນເຊື້ອອັນດີຂອງຕົນ ທັງປັບປຸງແກ້ໄຂຈຸດອອນ ແລະ ຂໍ້ຄົງຄ້າງ ເພື່ອເຮັດໃຫ້ໃນ 5 ປີຕໍ່ໜ້າ ກົມຈັດຕັ້ງ ແລະ ພະນັກງານ ມີຜົນສຳເລັດທີ່ໜັກແໜ້ນກວ່າເກົ່າ.
ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ຄໍາແສງ ແກ້ວປະເສີດ